ທ່ານ ກູເຕເຣສ ໄດ້ກ່າວຕໍ່ກອງປະຊຸມຫຼັງຈາກການປະຊຸມໃນນະຄອນຫຼວງ ໂດຮາ ປະເທດ ກາຕ້າ ວ່າ ມັນກ່ຽວກັບການພັດທະນາ “ວິທີການສາກົນທົ່ວໄປ” ແລະ ບໍ່ໄດ້ກ່ຽວກັບການຮັບຮູ້ລັດຖະບານຕາລີບານ
ໃນມື້ທີສອງຕິດຕໍ່ກັນ ເຫດລະເບີດແຕກ ໃນວັນອັງຄານວານນີ້ ຢູ່ໃນເຂດຊາຍແດນຕິດກັບຢູເຄຣນຂອງຣັດເຊຍ ເຮັດໃຫ້ລົດໄຟຂົນສົ່ງຕົກລາງ ອີງຕາມການກ່າວຂອງຜູ້ປົກຄອງໃນທ້ອງຖິ່ນ ໃນຂໍ້ຄວາມທີ່ຂຽນລົງສື່ສັງຄົມ ແຕ່ບໍ່ມີຜູ້ໃດເສຍຊີວິດຫຼືບາດເຈັບ
ການເປີດສະຖານທູດແຫ່ງໃໝ່ຂອງ ສະຫະລັດ ຢູ່ໃນປະເທດໝູ່ເກາະດັ່ງກ່າວ ເປັນສ່ວນນຶ່ງຂອງຄວາມພະຍາຍາມທີ່ຈະເປີດປະຈໍາການທາງການທູດຢູ່ໃນພູມິພາກປາຊີຟິກ ເພື່ອຕໍ່ຕ້ານຈີນ
ປະທານາທິບໍດີໂຈ ໄບເດັນ ໃນອາທິດໜ້ານີ້ ຈະພົບປະກັບບັນດາຜູ້ນຳພັກເດໂມແຄຣັດ ແລະພັກຣີພັບບລີກັນ ຂອງສະພາຕໍ່າ ແລະສະພາສູງ ໃນຄວາມພະຍາຍາມເພື່ອຫລີກລ່ຽງການຜິດນັດຊໍາລະໜີ້ສິນຂອງປະເທດຊາດ ທີ່ເປັນໄພຫາຍະນະ ຊຶ່ງອາດຈະເກີດຂຶ້ນພາຍໃນເວລານຶ່ງເດືອນ
ບັນດາສະມາຊິກລັດຖະສະພາສະຫະລັດຮຽກຮ້ອງໃຫ້ມີຈັນຍາບັນທີ່ສາມາດບັງຄັບໃຊ້ໄດ້ ຕໍ່ຜູ້ພິພາກສາໃນສານສູງສຸດຂອງປະເທດ ໃນວັນອັງຄານວານນີ້
ປະທານາທິບໍດີ ຊູດານໃຕ້ ທ່ານ ຊາລວາ ເຄຍ ໄດ້ກ່າວຢ້ຳເຖິງຄວາມສຳຄັນຂອງສັນຍາຢຸດຍິງທີ່ດົນກວ່າເກົ່າ ແລະ ໄດ້ແຕ່ຕັ້ງທູດພິເສດສຳລັບການເຈລະຈາສັນຕິພາບ, ເຊິ່ງທັງສອງຝ່າຍໄດ້ຕົກລົງເຫັນດີ
ທ່ານຈິນ ຍັງໄດ້ຮຽກຮ້ອງໃຫ້ປັບປຸງ “ໃນການຮັກສາຄວາມໂດດເດັ່ນ ແລະສະຖຽນລະພາບ ແລະປາບປາມແບບເດັດຂາດຕໍ່ກິດຈະກຳທີ່ຜິດກົດໝາຍຂ້າມຊາຍແດນ”
ເຈົ້າໜ້າທີ່ລັດຖະບານກ່າວວ່າ ຈະມີການສົ່ງທະຫານໄປຊ່ວຍເຮັດວຽກໃນການບໍລິຫານ ເພື່ອໃຫ້ເຈົ້າໜ້າທີ່ພາສີແລະປ້ອງກັນຊາຍແດນ ສາມາດປະຕິບັດງານພາກສະໜາມ
ບັນດານັກຊ່ຽວຊານດ້ານການທະຫານ ກ່າວວ່າ ປາດສະຈາກເຮືອບິນລົບອາຍພົນທີ່ທັນສະໄໝ ຈາກບັນດາປະເທດພັນທະມິດອົງການເນໂຕ້ຂອງກີຢິບ ແລ້ວ ການບຸກໂຈມຕີຕອບໂຕ້ ເປັນໄປໄດ້ສູງຈະປະກອບດ້ວຍການຕໍ່ສູ້ແບບບໍ່ຢຸດເຊົາທີ່ມີຄ່າໃຊ້ຈ່າຍສູງ
ທ່ານ ໝ່າ ຈະດໍາເນີນການຄົ້ນຄວ້າກ່ຽວກັບລະບົບກະສິກໍາ ແລະການຜະລິດສະບຽງອາຫານທີ່ຍືນຍົງ, ພ້ອມທັງຈະ ແບ່ງປັນປະສົບການຄວາມຮັ່ງມີຂອງທ່ານ ແລະການບຸກເບີກຄວາມຮູ້ ກ່ຽວກັບການເປັນຜູ້ປະກອບການ, ການຈັດການກຸ່ມບໍລິສັດ ແລະນະວັດຕະກໍາ ກັບບັນດານັກ ສຶກສາ ແລະຄະນະພາກວິຊາຕ່າງໆ
ທ່ານໄບເດັນກ່າວວ່າ “ສະຫະລັດຍັງຍຶດໝັ້ນໃນຄຳໝັ້ນສັນຍາຂອງພວກເຮົາຕໍ່ການປ້ອງກັນປະເທດຂອງຟີລິບປິນ, ລວມທັງຢູ່ທະເລຈີນໃຕ້, ແລະພວກເຮົາຈະສືບຕໍ່ສະໜັບສະໜູນເປົ້າໝາຍການຫັນທາງທະຫານຂອງຟີລິບປິນໃຫ້ທັນສະໄໝ"
ໂຫລດຕື່ມອີກ