ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ມີກຳນົດຈະຖະແຫຼງໃນວັນຈັນມື້ນີ້ ກ່ຽວກັບລະບົບທະນາຄານ ຫລັງຈາກລັດຖະບານ ໄດ້ດຳເນີນການເພື່ອພະຍາຍາມທີ່ຈະຄວບຄຸມໂອກາດທີ່ຈະເກີດວິກິດການຈາກການລົ້ມລະລາຍ ຂອງສອງທະນາຄານທີ່ສຳຄັນ
ມັນບໍ່ໄດ້ມີການຢືນຢັນ ກ່ຽວກັບ ຄວາມກ້າວໜ້າໂດຍກອງກຳລັງ ຣັດເຊຍ ໃນເມືອງ ບາກມຸດ
ເກົາຫລີເໜືອໄດ້ຍິງລູກສອນໄຟນຳວິຖີຍຸດທະວິີທີ 2 ລູກຈາກເຮືອດຳນ້ຳ ນອກຊາຍຝັ່ງທະເລຕາເວັນອອກຂອງຕົນ ອີງຕາມການລາຍງານຂອງສື່ມວນຊົນ ໃນວັນຈັນມື້ນີ້ວ່າ, ໜຶ່ງມື້ຫລັງຈາກພຽງຢາງໄດ້ເຕືອນ ກ່ຽວກັບການຕອບໂຕ້ທີ່ມີ "ອະນຸພາບ" ຕໍ່ການຊ້ອມລົບທາງທະຫານລະຫວ່າງສະຫະລັດ ແລະ ເກົາຫຼີໃຕ້
ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ລະບຸພາກພື້ນ ຄາກີບ ວ່າເປັນນຶ່ງໃນຫຼາຍສະຖານທີ່ໆປະສົບກັບການໂຈມຕີທີ່ “ໂຫດຮ້າຍທຸກວັນ, ທຸກຄືນ”
ກະຊວງປ້ອງກັນປະເທດຂອງໄຕ້ຫວັນກ່າວວ່າ ໃນວັນພະຫັດຜ່ານມາ ທະຫານຄົນນີ້ ບໍ່ໄດ້ໄປລາຍງານໂຕ ຢູ່ທີ່ເກາະເອີແດນ ເຊິ່ງເປັນສ່ວນຂອງໝູ່ເກາະຄິມເມັນ ທີ່ຖືກຄວບຄຸມໂດຍໄຕ້ຫວັນ
ຕຳຫຼວດກ່າວວ່າ ເຈົ້າໜ້າທີ່ຮັກສາຄວາມປອດໄພຄົນນຶ່ງເສຍຊີວິດ, ໃນຂະນະທີ່ນັກຂ່າວ 5 ຄົນ ແລະເດັກນ້ອຍ 3 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີດ້ວຍລະເບີດທີ່ວ່ານີ້
ປະທານາທິບໍດີອາເລນ ເບີເຊັດ ກ່າວຕໍ່ວາລະສານລາຍສັບປະດາ NZZ am Sonntag ວ່າ "ອາວຸດຂອງສະວິດເຊີແລນ ບໍ່ຄວນຖືກໃຊ້ໃນສົງຄາມ"
ອີຣ່ານ ແລະຊາອຸດີ ອາຣາເບຍ ໄດ້ຕົກລົງກັນ ໃນມື້ວັນສຸກແລ້ວ ເພື່ອສ້າງຕັ້ງສາຍພົວພັນທາງດ້ານການທູດ ແລະເປີດສະຖານທູດຂອງຕົນຄືນໃໝ່ ຫຼັງຈາກ ໄດ້ປິດລົງ 7 ປີ ຍ້ອນຄວາມເຄັ່ງຕຶງ ທີ່ເຮັດໃຫ້ສອງປະເທດອຳນາດ ຢູ່ໃນທ້ອງຖິ່ນ ເກືອບເກີດການຂັດແຍ້ງ
ລັດຖະມົນຕີການຕ່າງປະເທດອີຣ່ານ ຮອສເຊນ ອາມີຣາບໂດລາຮຽນ ໄດ້ໃຫ້ຄວາມເຫັນ ທີ່ຄ້າຍຄືກັນນີ້ໃນໄລຍະທີ່ຜ່ານມາ ກ່ຽວກັບຄວາມເປັນໄປໄດ້ ໃນການຕົກລົງກັບສະຫະລັດ ໃນເລື້ອງຊັບສິນທີ່ຖືກກັກຢູ່ຕ່າງປະເທດ ແລະບັນຫາອື່ນໆ ແຕ່ບໍ່ໄດ້ບັງເກີດຜົນ
ມີປະຊາຊົນຣັດເຊຍຫຼາຍແສນຄົນ ທີ່ເຊື່ອວ່າໄດ້ຫຼົບໜີອອກຈາກປະເທດບ້ານເກີດຂອງເຂົາເຈົ້າ ນັບຕັ້ງແຕ່ ເດືອນກຸມພາ 2022, ເມື່ອວັງເຄຣມລິນ (Kremlin) ໄດ້ເປີດການບຸກລຸກຢູເຄຣນ.
ສະຫະລັດ ເມື່ອບໍ່ດົນມານີ້ໄດ້ສົ່ງເຮືອບິນລົບທີ່ທັນສະໄໝ ໄປຊ້ອມກັບເຮືອບິນ ຂອງ ເກົາຫຼີໃຕ້.
ໂຫລດຕື່ມອີກ