ຮອງເລຂາທິການໃຫຍ່ ທ່ານນາງອາມິນາ ໂມຮຳເມັດ ຊຶ່ງເປັນເຈົ້າໜ້າທີ່ສູງສຸດແມ່ຍິງ ຢູ່ໃນອົງການໂລກດັ່ງກ່າວ ໄດ້ເດີນທາງໄປເຖິງນະຄອນຫຼວງກາບູລ ໃນຖານະຫົວໜ້າຜູ້ແທນສູງສຸດ ຂອງສະຫະປະຊາຊາດ
ການດຳເນີນຄະດີອາຍາ ຍັງໄດ້ເລີ້ມຕົ້ນຂຶ້ນຕໍ່ຫຼາຍກວ່າ 100 ຄົນ ທີ່ພົວພັນກັບເລື້ອງນອງນັນກ່ຽວກັບເງິນຈຳນວນ 172 ລ້ານໂດລາ ທີ່ກ່ຽວຂ້ອງກັບ ບໍລິສັດ Viet A Tech
ທ່ານນາງອາເດິນກ່າວ ຂະນະທີ່ກັ້ນນ້ຳຕາໄວ້ວ່າ ມັນເປັນການດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີໃນ 5 ປີເຄິ່ງ ທີ່ຫຍຸ້ງຍາກ ແລະກ່າວວ່າ ທ່ານນາງກໍເປັນພຽງແຕ່ມະນຸດຜູ້ນຶ່ງເທົ່ານັ້ນ ແລະຈຳເປັນຕ້ອງໄດ້ລາອອກຈາກຕຳແໜ່ງ
ຢູ່ໃນຖະແຫຼງການຮ່ວມສະບັບນຶ່ງນັ້ນ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຂອບໃຈຕໍ່ 50 ປະເທດ ທີ່ໄດ້ຊ່ວຍເຮັດໃຫ້ການປ້ອງກັນປະເທດຂອງຢູເຄຣນເຂັ້ມແຂງຂຶ້ນ
ປະທານາທິບໍດີ ຢູເຄຣນ, ໄດ້ຍົກຍ້ອງການປະກາດຂອງອັງກິດ ທີ່ເຂົາເຈົ້າຈະສະໜອງລົດຖັງ Challenger 2 ຈຳນວນ 14 ຄັນໃຫ້ ກີຢິບ
ລັດຖະມົນຕີການຕ່າງປະເທດຄົນໃໝ່ຂອງຈີນ ທ່ານຈິນ ກັງ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ການລົງທຶນ ໃນລະຫວ່າງການຢ້ຽມຢາມຫ້າປະເທດ ໂດຍປະກາດວ່າ ຈີນບໍ່ໄດ້ແຂ່ງຂັນກັບວໍຊິງຕັນ
ໃນລະຫວ່າງການອອກມາປາກົດໂຕບໍ່ດົນ ຕໍ່ໜ້າບັນດານັກຂ່າວ ກ່ອນໜ້າທີ່ພວກເພິ່ນຈະເຂົ້າປະຊຸມ ທ່ານໄບເດັນ ໄດ້ກ່າວວ່າ ທ່ານ ແລະທ່ານຣຸຕ ໄດ້ເຮັດວຽກຮ່ວມກັນ ກ່ຽວກັບ “ວິທີເພື່ອຮັກສາເຂດອິນໂດ-ປາຊີຟິກ ໃຫ້ເສລີ ແລະເປີດກວ້າງ” ເພື່ອ “ຮັບມືກັບຄວາມທ້າທ້າຍຕ່າງໆຂອງຈີນ”
ຜູ້ປະກອບສວນກາເຟທ່ານນຶ່ງກ່າວວ່າ ທີ່ຜ່ານມາ ຊາວສວນກາເຟຢູ່ລາວໄດ້ຮັບການຊ່ວຍເຫຼື ທາງດ້ານເຕັກນິກ ແລະວິຊາການ ຈາກຊ່ຽວຊານ ເພື່ອເຮັດໃຫ້ລະດັບ ແລະຄຸນນະພາບຂອງກາເຟທຽບເທົ່າສາກົນ
ໃນວັນອັງຄານວານນີ້, ຈີນ ໄດ້ລາຍງານວ່າປະຊາກອນຂອງເຂົາເຈົ້າໄດ້ຫຼຸດລົງໃນປີ 2022, ເປັນຄັ້ງທຳອິດໃນຫຼາຍລຸ້ນຄົນ
ສານອຸທອນດ້ານພາສີ ໄດ້ຕັດສິນວ່າ ບັນດາໄອຍະການບໍ່ສາມາດພິສູດໃຫ້ເຫັນ “ເກີນຄວາມສົງໄສຂອງເຫດຜົນ” ວ່າ ທ່ານນາງແຣຊຊາ ແລະບໍລິສັດໃຫຍ່ເວັບໄຊຂ່າວ Rappler ບໍ່ໄດ້ຈ່າຍພາສີສຳລັບການທົງທຶນ ທີ່ເຮັດໂດຍ Omidya Network ທີ່ມີຫ້ອງການ ຢູ່ໃນສະຫະລັດ
ສະຫະພາບຢູໂຣບກຳລັງປຶກສາຫາລືກັນ ກ່ຽວກັບການລົງໂທດຮອບທີ 4 ຕໍ່ເຕຫະຣ່ານ ກ່ຽວກັບການປາບປາມ ແລະການສະໜອງອາວຸດຍຸດໂທປະກອນໃຫ້ແກ່ຣັດເຊຍ
ໂຫລດຕື່ມອີກ