ຕາມບົດບັນທຶກ “ປະກົດວ່າ ມີເອກະສານຈຳນວນໜ້ອຍດຽວ ທີ່ຖືກໝາຍເປັນ ຄວາມລັບ ທີ່ໄດ້ຖືກນຳໃສ່ກ່ອງຢ່າງບໍ່ຕັ້ງໃຈແລະໄດ້ຖືກຂົນສົ່ງໄປຍັງບ້ານພັກສ່ວນຕົວຂອງອະດີດຮອງປະທານາທິບໍດີ ເມື່ອສິ້ນສຸດໜ້າທີ່ ໃນຄະນະລັດຖະບານເມື່ອປີກາຍນີ້” ນັ້ນຄືຄຳເວົ້າຂອງທ່ານ ເກຣກ ເຈກັອບ ທະນາຍຄວາມຂອງທ່ານເພັນສ໌
ເຖິງແມ່ນຈະມີຄວາມຫຍຸ້ງຍາກຫຼາຍ ໃນການໃຊ້ງານລົດຖັງເອບຣຳສ໌ M1 ທີ່ໃຊ້ນ້ຳມັນອາຍພົ່ນ ກໍຕາມ ມີລາຍງານວ່າ ຄະນະລັດຖະບານຂອງທ່ານໄບເດັນ ກຳລັງຊັ່ງຊາເບິ່ງການສົ່ງພວກລົດຖັງດັ່ງກ່າວ ໄປໃຫ້ຢູເຄຣນ
ທ່ານຣາຟາແອລ ໂກຣສຊີ ຜູ້ອຳນວຍການທົ່ວໄປຂອງອົງການພະລັງງານປະລະມານູສາກົນ (IAEA) ກ່າວວ່າ ສາທາລະນະລັດອິສລາມ ກັ່ນທາດຢູເຣນຽມ ທີ່ມີຄວາມບໍລິສຸດ 60 ເປີເຊັນ ໄດ້ 70 ກິໂລກຣາມ
ຫ້ອງການໄອຍະການຢືນຢັນວ່າ ໄດ້ຮັບຄຳຮ້ອງຮຽນນີ້ ຢູ່ໃນອີເມລທີ່ຂຽນຫາວີໂອເອ ແຕ່ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນເພີ້ມເຕີມ
ຜູ້ນໍາທີ່ກໍາລັງຈະພົ້ນອອກຈາກຕໍາແໜ່ງກ່າວວ່າ ທ່ານນາງໄດ້ຮັບປະສົບການກ່ຽວກັບ "ຄວາມຮັກ, ຄວາມເມດຕາ, ຄວາມເຫັນໃຈ ແລະຄວາມກະລຸນາ" ໃນລະຫວ່າງການດໍາລົງຕໍາແໜ່ງຂອງທ່ານນາງ
ໃນກໍລະນີນີ້, ເຈົ້າໜ້າທີ່ຄົນດັ່ງກ່າວເວົ້າວ່າ ສະຫະລັດ ອາດພະຍາຍາມຊື້ລົດ ຖັງ M1 Abrams ຈາກປະເທດອື່ນໆ ແລະ ນຳມາຕົບແຕ່ງມັນໃໝ່, ກ່ອນສົ່ງໄປໃຫ້ຢູເຄຣນ
ການຍິງກັນທີ່ໄດ້ເກີດຂຶ້ນພຽງສອງວັນຫ່າງກັນ ຫຼັງຈາກມືປືນໄດ້ສັງຫານຢ່າງໜ້ອຍ 11 ຄົນຢູ່ຫ້ອງເຕັ້ນລຳໃນເມືອງ ມອນເຕຣີ ພາກ, ລັດຄາລິຟໍເນຍ
ເກົາຫຼີເໜືອຮັບຮູ້ການລະບາດຂອງພະຍາດໂຄວິດ-19 ເປັນເທື່ອທຳອິດ ໃນປີກາຍ ແຕ່ຕໍ່ມາໃນເດືອນສິງຫາກໍປະກາດວ່າ ຕົນໄດ້ຮັບໄຊຊະນະໃນການປາບເຊື້ອໄວຣັສດັ່ງກ່າວ
ໃນຄະດີຕ່າງຫາກອີກອັນນຶ່ງ ທີ່ມີຄຳຟ້ອງດ້ວຍຂໍ້ຫາ 9 ກະໂທງຢູ່ໃນນະຄອນຫຼວງວໍຊິງຕັນ ທ່ານແມັກໂກນິໂກລ ໄດ້ຖືກກ່າວຫາວ່າ ຮັບເງິນສົດຢ່າງໜ້ອຍ 225,000 ໂດລາ ຈາກອະດີດເຈົ້າໜ້າທີ່ສືບລັບຂອງອາລບາເນຍ
ໂຄສົກສຳລັບ ທ່ານໂອລາຟ ໂຊລສ໌ ນາຍົກລັດຖະມົນຕີເຢຍຣະມັນ ໄດ້ກ່າວໃນວັນຈັນວານນີ້ ວ່າ ເຢຍຣະມັນ “ບໍ່ໄດ້ປະຕິເສດເຖິງຄວາມເປັນໄປໄດ້” ໃນການໂອນລົດຖັງຂອງຕົນ ແຕ່ວ່າ ຍັງບໍ່ໄດ້ຕັດສິນໃຈຫຍັງເທື່ອ
ທ່ານນາງ ຄຣິສຕີນາ ຄໍປັສ ໄດ້ກ່າວວ່າຜູ້ຕ້ອງສົງໄສແມ່ນໄດ້ໃຫ້ການຮ່ວມມືກັບບັນດານັກສືບສວນສອບສວນ, ແຕ່ແຮງຈູງໃຈແມ່ນຍັງບໍ່ກະຈ່າງແຈ້ງເທື່ອ
ນາງວິໄລລັກ ຫລວງປະເສີດ ຊາວນະຄອນຫລວງວຽງຈັນ ໄດ້ໃຫ້ຂໍ້ສັງເກດວ່າ ນັບແຕ່ການລະບາດຂອງໂຄວິດ-19 ເກືອບບໍ່ມີນັກທ່ອງທ່ຽວຊາວຈີນພາກັນເດີນທາງເຂົ້າມາປະເທດລາວເລີຍ
ໂຫລດຕື່ມອີກ