ຂະບວນລົດຊ່ວຍເຫຼືອດ້ານມະນຸດສະທຳທີ່ຕ້ອງການເປັນຢ່າງຍິ່ງ ຊຶ່ງໄດ້ຄາດຫວັງກັນນັ້ນ ຈະເຂົ້າສູ່ເຂດກາຊາຈາກປະເທດອີຈິບ ຜ່ານດ່ານຂ້າມຊາຍແດນ ຣາຟາ ໃນວັນສຸກມື້ນີ້ ບັດນີ້ຄາດກັນວ່າ ຈະຊັກຊ້າໄປຢ່າງນ້ອຍນຶ່ງມື້.
ຊາຍແດນຣາຟາ ແມ່ນບ່ອນຂ້າມແຫ່ງດຽວທີ່ບໍ່ຄວບຄຸມໂດຍ ອິສຣາແອລ ແຕ່ ບໍ່ໄດ້ໃຊ້ມານັບແຕ່ມີື້ທຳອິດຂອງຄວາມຂັດແຍ້ງໃນເຂດກາຊາ ຫລັງຈາກ ອິສຣາແອລ ໄດ້ຖີ້ມລະເບີດໃສ່ຊາຍແດນຟາກ ປາແລັສໄຕນ໌.
ທ່ານແກດມິນ ໄດ້ກ່າວອີກວ່າ “ທ່ານນາງອາລຊູ ເປັນເພື່ອນຮ່ວມງານທີ່ໜ້ານັບ ຖືຢ່າງສູງ, ເປັນພັນລະຍາທີ່ອຸທິດຕົນ ແລະເປັນແມ່ທີ່ທຸ້ມເທເອົາໃຈໃສ່ລູກນ້ອຍ ສອງຄົນ”
ທ່ານ ລາວຣອບວ໌ ກ່າວວ່າ ມົສກູ 'ຈະໃຫ້ການສະໜັບສະໜຸນຢ່າງຄົບຖ້ວນສົມບູນ ພ້ອມດ້ວຍຄວາມສາມັກຄີ' ໃຫ້ແກ່ ທ່ານ ກິມ
ສະຫະລັດ ປະກາດການຊ່ວຍເຫຼືອມູນຄ່າ 100 ລ້ານໂດລາໃຫ້ເຂດກາຊາ ແລະ ເຂດ West Bank, ແລະ ລັດຖະບານຂອງທ່ານໄບເດັນ ຄາດວ່າຈະສະເໜີການຊ່ວຍເຫຼືອມູນຄ່າ 100 ຕື້ໂດລາໃຫ້ແກ່ ອິສຣາແອລ, ຢູເຄຣນ, ໄຕ້ຫວັນ ແລະ ຄວາມໝັ້ນຄົງຕາມຊາຍແດນສະຫະລັດ ກັບເມັກຊິໂກ
ທີມງານຂອງອົງການພະລັງງານປະລະມານູສາກົນ ທີ່ປະກອບດ້ວຍນັກວິທະຍາສາດຈາກ ຈີນ, ເກົາຫຼີໃຕ້ ແລະ ການາດາ ໄດ້ເກັບກໍາຕົວຢ່າງປາ, ນໍ້າ ແລະ ຕະກອນຕົກຄ້າງໃນອາທິດນີ້ ເພື່ອຢືນຢັນການຄົ້ນພົບໃນຍີ່ປຸ່ນ
ທ່ານວິທາລີ ຄິມ ຜູ້ປົກຄອງຂົງເຂດນັ້ນ ໄດ້ກ່າວວ່າ ການໂຈມຕີໄດ້ເກີດຂຶ້ນໃນ ຄຸ້ມບ້ານ ສເຕໂປບວ໌ (Stepove) ແລະໄດ້ສ້າງຄວາມເສຍຫາຍຕໍ່ຕຶກທີ່ຢູ່ອາໄສ ທັງສອງຫຼັງ ແລະທຸລະກິດດ້ານກະສິກຳແຫ່ງນຶ່ງ
ເຈົ້າໜ້າທີ່ອາວຸໂສຂອງກະຊວງການຕ່າງປະເທດທ່ານນຶ່ງໄດ້ຂົ່ມຂູ່ວ່າຈະຕ່າວປີ້ນການຫຼຸດຜ່ອນມາດຕະການລົງໂທດນອກຈາກວ່າທ່ານ ມາດູໂຣ ຈະທຳການດຳເນີນການດັ່ງກ່າວ.
ຈີນ ບໍ່ຄວນຕົກໃຈຫຼາຍກັບກົດລະບຽບທີ່ຖືກປະກາດໃນອາທິດນີ້ເພາະວ່າເຂົາເຈົ້າບໍ່ແມ່ນຈຸດໝາຍປາຍທາງທີ່ສຳຄັນຈາກຂໍ້ສະເໜີເມື່ອເດືອນຕຸລາທີ່ຜ່ານມາ.
ທ່ານ ຊູນາກ ໄດ້ກ່າວຕໍ່ບັນດານັກຂ່າວ ອິສຣາແອລ ຫຼັງຈາກໄດ້ເດີນທາງຮອດວ່າ “ສຳຄັນທີ່ສຸດ, ຂ້າພະເຈົ້າມາທີ່ນີ້ເພື່ອສະແດງຄວາມສາມັກຄີກັບປະຊາຊົນ ອິສຣາແອລ
ທ່ານ ໄບເດັນກ່າວວ່າ ລົດບັນທຸກເລົ່ານີ້ ຈະຂ້າມໄປໃນວັນສຸກນີ້ ຫລັງຈາກ ຖະໜົນຫົນທາງທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ໃກ້ກັບທາງແຍກ ໄດ້ຮັບການສ້ອມແປງ. ລົດບັນທຸກອີກຫຼາຍສິບຄັນ ກຳລັງລໍຖ້າຕິດຕາມເບິ່ງ ຖ້າວ່າລົດບັນທຸກຊຸດທຳອິດດຳເນີນໄປຢ່າງສະດວກ.
ເສດຖະກິດໃຫຍ່ອັນດັບສອງຂອງໂລກໄດ້ເຕີບໂຕຢູ່ທີ່ 4.9 ເປີເຊັນ ໃນລະຫວ່າງເດືອນກໍລະກົດຫາເດືອນກັນຍາ ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ການເພີ່ມຂຶ້ນດັ່ງກ່າວ ແມ່ນດີກວ່າອັດຕາ 4.5 ເປີເຊັນ ທີ່ນັກ ວິເຄາະສ່ວນໃຫຍ່ໄດ້ຄາດຄະເນໄວ້ ແຕ່ຕໍ່າກວ່າອັດຕາການເຕີບໂຕ 6.3 ເປີເຊັນໃນສາມເດືອນທີ່ຜ່ານມາ.
ໂຫລດຕື່ມອີກ