ການຍິງທົດລອງທີ່ປະສົບຜົນສຳເລັດ ຈະຊຸກຍູ້ໃຫ້ເກົາຫຼີໃຕ້ເລັ່ງລັດ ຄວາມສາມາດໃນການສັງເກດການ ແລະການສອດແນມ
ເຂົາເຈົ້າໄດ້ກ່າວວ່າກຳປັ່ນ Carney, ເຊິ່ງແມ່ກຳປັ່ນພິຄາດຕິດລູກສອນໄຟ, ໄດ້ຍິງໂດຣນຕົກສອງລຳ
ກຸ່ມປົກປ້ອງສິດທິມະນຸດ ແຮັງກໍ ໄດ້ບັນທຶກວ່າ ມີຢ່າງໜ້ອຍ 122 ຄົນ ຖືກປະຫານຊີວິດໃນເດືອນແລ້ວນີ້ຢູ່ໃນ ອີຣ່ານ
ເຈົ້າໜ້າທີ່ຢູເຄຣນ ໄດ້ເປີດການສືບສວນໃນວັນອາທິດວານນີ້ ຕໍ່ການກ່າວຫາວ່າກອງກຳລັງຣັດເຊຍໄດ້ສັງຫານທະຫານຢູເຄຣນ ທີ່ຍອມຈຳນົນ ຫລັງຈາກໄດ້ມີຮູບພາບໃນສື່ສັງຄົມຕ່າງໆ ໄດ້ສະແດງໃຫ້ເຫັນວ່າຜູ້ຊາຍນນຸ່ງເຄື່ອງແບບສອງຄົນໄດ້ຖືກຍິງໃນໄລຍະໃກ້ຫລັງຈາກໄດ້ອອກມາຈາກຂຸມທີ່ຫຼົບຢູ່
“ພວກເຮົາມີພວກຜູ້ຕ້ອງສົງໄສ ແຕ່ການສືບສວນສອບສວນແມ່ນຍັງດຳເນີນຢູ່ຕໍ່ໄປ. ເພື່ອບໍ່ໃຫ້ເປັນການຕີລາຄາຂອງການສືິບສວນລ່ວງໜ້າ, ຊຶ່ງພວກເຮົາຈະບໍ່ເປີດເຜີຍຊື່ໃດໆ” ຜູ້ບັນຊາການຕຳຫຼວດໃນພາກພື້ນ ທ່ານອາແລນ ໂນເບລສາ ໄດ້ກ່າວຕໍ່ອົງການຂ່າວ GMA
“ສະຫະລັດໄດ້ບ່ອນທຳລາຍຢ່າງຮ້າຍແຮງຕໍ່ສັນຕິພາບ ແລະສະຖຽນລະພາບຢູ່ໃນຂົງເຂດ” ໂຄສົກຂອງກອງກຳລັງປະຕິບັດງານ ໃນເຂດພາກໃຕ້ຂອງຈີນ ໄດ້ກ່າວຢູ່ໃນຖະແຫຼງການ ໂດຍເວົ້າຕື່ມວ່າ ສະຫະລັດລົບກວນທະເລຈີນໃຕ້ ແລະອະທິປະໄຕຂອງຈີນ
ນັກເຄື່ອນໄຫວເພື່ອປະຊາທິປະໄຕຊາວຮົງກົງ ຜູ້ທີ່ຖືກຈໍາຄຸກຍ້ອນບົດບາດຂອງນາງໃນການປະທ້ວງຄັ້ງໃຫຍ່ ໃນປີ 2019, ໄດ້ຮັບການເປີດເຜີຍວ່າ ນາງໄດ້ຍ້າຍໄປການາດາ ແລະຈະບໍ່ກັບຄືນມາເພື່ອປະຕິບັດເງື່ອນໄຂການປະກັນຕົວຂອງນາງ
ອົງການສະຫະປະຊາຊາດຍັງໄດ້ເຕືອນກ່ຽວກັບສະຖານະການດ້ານມະນຸດສະທຳໃນ ກາຊາ
ໄອຍະການຂອງສານອາຍາສາກົນ ຫຼື (ICC) ໃນວັນອາທິດວານນີ້ ໄດ້ຮຽກ ຮ້ອງໃຫ້ອິສຣາແອລ ເຄົາລົບກົດລະບຽບຂອງສົງຄາມສາກົນ ແລະກ່າວວ່າ ຕົນກຳລັງເລັ່ງການສືບສວນ ກ່ຽວກັບການກໍ່ຄວາມຮຸນແຮງຂອງພວກຕັ້ງຖິ່ນຖານອິສຣາແອລ ຕໍ່ຊາວປາແລສໄຕນ໌ ໃນເຂດ West Bank ທີ່ຖືກຍຶດຄອງຢູ່ນັ້ນ, ອີງຕາມອົງການຂ່າວຣອຍເຕີສ໌
ປັກກິ່ງໄດ້ອ້າງເອົາກຳມະສິດສ່ວນໃຫຍ່ ໃນທະເລຈີນໃຕ້ ຮວມທັງເຂດນ່ານນ້ຳແລະເກາະດອນຕ່າງໆ ທີ່ຢູ່ໃກ້ກັບແຄມຝັ່ງຂອງປະເທດເພື່ອນບ້ານ ແລະບໍ່ໄດ້ເອົາຫົວຊາ ຕໍ່ການຕັດສິນຂອງສານລະຫວ່າງປະເທດທີ່ເວົ້າວ່າ ການອ້າງເອົາກຳມະສິດຂອງຕົນນັ້ນ ບໍ່ມີພື້ນຖານທາງດ້ານກົດໝາຍ
ພວກກູ້ໄພເຮັດວຽກຕະຫຼອດຄືນ ເພື່ອຊອກຫາພວກປີນພູ ຫຼາຍສິບຄົນທີ່ຕົກຄ້າງ ຢູ່ເທິງພູມາຣາປີ ໃນເກາະສຸມາດຕຣາ ຫຼັງຈາກພູດັ່ງກ່າວສົ່ງຂີ້ເຖົ່າ ຂຶ້ນສູ່ທ້ອງຟ້າ ສູງ 3,000 ແມັດ
ທ່ານໄດ້ປະເຊີນກັບຄວາມທ້າທາຍຕ່າງໆຂອງໂຣກລະບາດທີ່ໄດ້ກະທົບຕໍ່ເສດ ຖະກິດ, ພາວະເງິນເຟີ້ ແລະພວກສົງໄສ ຜູ້ທີ່ຕັ້ງຄຳຖາມວ່າ ຖ້າລັດຖະບານຈະຢູ່ລອດໄດ້ຫຼືບໍ່ ຫຼັງຈາກທີ່ທ່ານໄດ້ກາຍມາເປັນນາຍົກລັດຖະມົນຕີຄົນທີຫ້າຂອງປະເທດ ໃນໄລຍະຕ່ຳກວ່າຫ້າປີເທົ່ານັ້ນ
ໂຫລດຕື່ມອີກ