ຫົວໜ້າຮັບຜິດຊອບນັກໂທດຂອງອຳນາດການປົກຄອງປາແລັສໄຕນ໌ ທ່ານຄາດດູຣາ ຟາເຣສ ໄດ້ກ່າວວ່າ “ຂໍ້ຕົກລົງໃນການແລກປ່ຽນນັກໂທດ ລວມມີການປ່ອຍໂຕພວກເດັກນ້ອຍ 350 ຄົນ ແລະພວກແມ່ຍິງປາແລັສໄຕນ໌ 82 ຄົນ ທີ່ໄດ້ຖືກຈັບໄປໂດຍອິສຣາແອລ
ເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວວ່າຕົວປະກັນທີ່ຖືກປ່ອຍໂດຍກຸ່ມຮາມາສ ແມ່ນຄາດວ່າຈະລວມມີຊາວອາເມຣິກັນ ຫຼາຍຄົນ
ເມື່ອຮອດເວລານັ້ນຂອງປີອີກຄັ້ງນຶ່ງ ໃນສະຫະລັດ ເຊິ່ງກໍຄືວັນຂອບຄຸນພະເຈົ້າ ຫຼື Thanksgiving. ແລະມີງານທີ່ແນ່ນອນບາງຢ່າງ ເຊິ່ງເກີດຂຶ້ນທຸກໆປີ ຢູ່ທີ່ທຳນຽບຂາວ ລະຫວ່າງປະທານາທິບໍດີ ແລະໄກ່ງວງທີ່ມີຊີວິດຊີວານຶ່ງຫຼືສອງໂຕ. ນັກຂ່າວອາວຸໂສຂອງວີໂອເອ ຢູ່ຫ້ອງການວໍຊິງຕັນ ແຄໂຣລິນ ເປຣສຸຕຕີ
ເຈົ້າໜ້າທີ່ໄທ ຂໍຮ້ອງໃຫ້ອົງການອອກອາກາດສາທາລະນະ ໃຊ້ຄວາມລະມັດລະວັງຫຼາຍຂຶ້ນ ຫຼັງຈາກໄດ້ມີການລຶບ ການສຳພາດກັບເຈົ້າໜ້າທີ່ໄຕ້ຫວັນ
ພວກນັກຊ່ຽວຊານກ່າວວ່າ ຍຸດທະສາດເພື່ອນຳເຂົ້າຢາເສບຕິດ ຈາກແຫຼ່ງຜະລິດຢູ່ຕ່າງປະເທດ ອາດສາມາດມີຜົນໃນທາງກົງກັນຂ້າມ
ບັນດາເຈົ້າໜ້າທີເກົາຫຼີໃຕ້ ກ່າວວ່າ ການຊັກຊ້າດັ່ງກ່າວ ອາດເປັນໄປໄດ້ສູງ ຍ້ອນວ່າ ເກົາຫຼີເໜືອກຳລັງໄດ້ຮັບການຊ່ອຍເຫຼືອດ້ານເທັກໂນໂລຈີຂອງຣັດເຊຍ ແລະການຍິງອາດເກີດຂຶ້ນໃນບໍ່ເທົ່າວັນຂ້າງໜ້ານີ້
“ການມາຂອງທ່ານ ເປັນສັນຍານທີ່ສຳຄັນຫຼາຍສຳລັບຢູເຄຣນ” ທ່ານເຊເລນສກີ ກ່າວ. ແລະກ່າວຕໍ່ໄປວ່າ “ພວກເຮົາຂອບໃຈຫຼາຍປະຊາຊົນອາເມຣິກັນ. ພວກເຂົາເຈົ້າແມ່ນຢູ່ກັບພວກເຮົາ ຜ່ານຜ່າຄວາມຫຍຸ້ງຍາກທັງຫຼາຍເຫຼົ່ານີ້, ຄວາມລຳບາກຫຼາຍເດືອນ ແລະຫຼາຍປີຜ່ານມານີ້”
ເລຂາທິການໃຫຍ່ຂອງອົງການເນໂຕ້ (NATO) ກ່າວໃນວັນຈັນວານນີ້ວ່າ ພັນທະມິດກຳລັງທົບທວນການເພີ່ມຈຳນວນເຈົ້າໜ້າທີ່ຮັກສາສັນຕິພາບຂອງອົງການເນໂຕ້ຢ່າງຖາວອນໃຫ້ແກ່ໂກໂຊໂວ (Kosovo) ແລະ ບອສເນຍ (Bosnia) ໃນຊ່ວງເວລາທີ່ຄວາມຮຸນແຮງ ແລະຄຳເຕືອນກ່ຽວກັບການແຊກແຊງຂອງຣັດເຊຍ ກຳລັງເພີ້ມຂຶ້ນ
ເຈົ້າໜ້າທີ່ຈາກນຶ່ງໃນພັນທະມິດຝ່າຍຕາເວັນຕົກທີ່ສຳຄັນ ໄດ້ເດີນທາງໄປຢ້ຽມຢາມຢູເຄຣນໃນວັນອັງຄານມື້ນີ້ ໃນຂະນະທີ່ກອງທັບຣັດເຊຍ ສືບຕໍ່ໂຈມຕີໂຄງລ່າງພື້ນຖານຂອງພົນລະເຮືອນ ດ້ວຍລູກສອນໄຟ ແລະເຮືອບິນບໍ່ມີຄົນຂັບ
ຫ້ອງການຄວາມປອດໄພດ້ານການສັນຈອນຄາດວ່າຈະກວດກາຜູ້ໂດຍສາຍ 2 ລ້ານ 6 ແສນຄົນ ໃນວັນອັງຄານ ແລະ 2 ລ້ານ 7 ແສນຄົນໃນວັນພຸດ
ພິທີໃຫ້ອະໄພຍາໂທດໄກ່ງວງ ເປັນຂີດໝາຍຂອງການເລີ່ມຕົ້ນລະດູວັນພັກໃນນະຄອນຫຼວງ ວໍຊິງຕັນ
ການສູ້ລົບກັນຢ່າງໜັກ ໄດ້ເກີດຂຶ້ນໃນວັນຈັນວານນີ້ ຢູ່ອ້ອມໂຮງໝໍແຫ່ງນຶ່ງ ທາງພາກເໜືອຂອງເຂດກາຊາ ໃນຂະນະທີ່ອິສຣາແອລ ໄດ້ກົດດັນກຸ່ມຫົວຮຸນແຮງຮາມາສດ້ວຍການໂຈມຕີ
ໂຫລດຕື່ມອີກ