ຜູ້ນຳພັກຝ່າຍຄ້ານທີ່ມີອິດທິພົນສູງ ທ່ານແດລວາ ຮອສເຊນ ສາວີດີ ເສຍຊີວິດຫຼັງຈາກຫົວໃຈວາຍ ຮວມອາຍຸໄດ້ 83 ປີ
ກອງທັບອາກາດອັງກິດ ກໍໄດ້ສົ່ງເຮືອບິນລົບ ສະກັດກັ້ນເຮືອບິນຖິ້ມລະເບີດຂອງຣັດເຊຍ ໃກ້ກັບສກັອດແລນ
ສື່ມວນຊົນຂອງທາງການເກົາຫລີເໜືອກ່າວວ່າ ຜູ້ນຳຂອງປະເທດທ່ານ ກິມຈົງອຶນ ໄດ້ທຳການກວດກາອີກຄັ້ງນຶ່ງ ບັນດາໂຮງງານເຮັດອາວຸດແລະໄດ້ສັ່ງໃຫ້ເພີ້ມການຜະລິດຂຶ້ນຢ່າງຫຼວງຫຼາຍ ພວກລູກສອນໄຟ ແລະອາວຸດ ອື່ນໆ
ຜູ້ບັນຊາການຕຳຫລວດເກາະມາວອີ ທ່ານຈອນ ແປນເລີຕິເອ ຢູ່ທາງພາກຕາ ເວັນຕົກສຸດຂອງສະຫະລັດ ໃນເຂດມະຫາສະໝຸດປາຊິຟິກ ກ່າວວ່າ ຜູ້ເຄາະຮ້າຍສອງຄົນໄດ້ຮັບການລະບຸໂຕແລ້ວ ແຕ່ທ່ານບໍ່ໄດ້ເປີດເຜີຍຊື່ເຂົາເຈົ້າ
ໃນລາຍລະອຽດຂອງການໂຄສະນາຫາສຽງ ທ່ານໄດ້ເນັ້ນຢໍ້າວ່າ ທ່ານບໍ່ພະຍາຍາມທີ່ຈະປ່ຽນແປງສະຖານະພາບໃນປັດຈຸບັນ, ໂດຍທ່ານຍັງໄດ້ເນັ້ນຢໍ້າເຖິງຈຸດປະສົງທີ່ຈະເປັນມິດກັບຈີນອີກດ້ວຍ
ການປະທະກັນລະຫວ່າງກອງທັບບົກຂອງຊູດານ ແລະກອງກຳລັງສະໜັບສະໜຸນເຄື່ອນທີ່ວ່ອງໄວ ຫຼື RSF ນັ້ນ ໄດ້ເກີດຂຶ້ນເປັນໄລຍະໆ ຢູ່ໃນເມືອງໄນອາລາ ຊຶ່ງເປັນເມືອງໃຫຍ່ສຸດອັນດັບສອງຂອງປະເທດ ແລະເປັນສູນກາງຍຸດທະສາດສຳລັບພາກພື້ນດາຟົວ ທີ່ບອບບາງ
ທ່ານຫວັງ ຢີ່ ໃຫ້ຄວາມສໍາຄັນ ຕໍ່ປະເທດສິງກະໂປ, ມາເລເຊຍ ແລະ ກໍໍາປູເຈຍ
ການອອກຈາກເມືອງ ເບີ (Ber) ຂອງກຳລັງຮັກສາສັນຕິພາບອົງການສະຫະປະຊາຊາດ ໃນປະເທດ ມາລີ ຫຼື MINUSMA ມີຂຶ້ນຫຼັງຈາກກອງທັບມາລີກ່າວໃນວັນເສົາວານວ່າ ທະຫານ 6 ຄົນເສຍຊີວິດ ແລະ ນັກລົບ 24 ຄົນຈາກ "ກຸ່ມກໍ່ການຮ້າຍຕິດອາວຸດ" ໄດ້ຖືກຂ້າຕາຍ ໃນການປະທະກັນໃນເຂດດັ່ງກ່າວ ໃນວັນສຸກ
ຫຼາຍຊົ່ວໂມງກ່ອນໜ້ານັ້ນ, ພວກຜູ້ນຳລັດຖະບານທະຫານຂອງ ໄນເຈີ ໄດ້ກ່າວວ່າ ເຂົາເຈົ້າໄດ້ເປີດການເຈລະຈາ ເພື່ອຫຼີກລ່ຽງຄວາມຂັດແຍ້ງກັບກຸ່ມພາກພື້ນຂອງ ອາຟຣິກາຕາເວັນຕົກ ECOWAS
ຜູ້ຕາງຫນ້າຈາກປະມານ 40 ປະເທດ, ລວມທັງຈີນ, ເຢຍຣະມັນ, ອິນເດຍແລະສະຫະລັດ, ໄດ້ເຂົ້າຮ່ວມການຊຸມນຸມໃນທ້າຍອາທິດທີ່ຜ່ານມາ ຢູ່ນະຄອນເຈດດາ, ເຖິງແມ່ນວ່າຣັດເຊຍຈະບໍ່ໄດ້ຖືກເຊື້ອເຊີນກໍ່ຕາມ
ສາມຄົນໄດ້ຮັບບາດເຈັບ ຫຼັງຈາກຊາກຫັກພັງໄດ້ຕົກໃສ່ຮ້ານຊັບພະສິນຄ້າແຫ່ງນຶ່ງ ແລະ ຫໍພັກນັກສຶກສາ ກໍໄດ້ຮັບຄວາມເສຍຫາຍເຊັ່ນກັນ
ພວກກະບົດເລີ້ມການດັກສະກັດໂຈມຕີ ດ້ວຍລະເບີດແຄມທາງ ກ່ອນເປີດສາກລະດົມຍິງເຂົ້າໃສ່ລົດ “ກັນລູກປືນ” ຫຼາຍໆຄັນ ທີ່ມີຊາວຈີນ 23 ຄົນ ເດີນທາງຈາກສະໜາມບິນ ໄປຍັງທ່າເຮືອນ້ຳເລິກຍຸດທະສາດ ຂອງປາກິສຖານ
ໂຫລດຕື່ມອີກ