ກອງທັບບົກຂອງ ມຽນມາ ໄດ້ຍຶດອຳນາດໃນເດືອນກຸມພາປີກາຍນີ້ ດ້ວຍການຂັບໄລ່ລັດຖະບານທີ່ຖືກເລືອກຂອງທ່ານນາງ ອອງ ຊານ ຊູ ຈີ ແລະ ນັບຕັ້ງແຕ່ນັ້ນມາໄດ້ປາບປາມພວກຄັດຄ້ານລັດຖະບານຫົວຈັດ.
ລັດຖະມົນຕີການຕ່າງປະເທດ ຢູເຄຣນ ທ່ານ ດິມິໂຕຣ ຄູເລບາ ໄດ້ສະແດງຄວາມຍິນດີກັບການສືບຕໍ່ການສົ່ງອອກຈາກທ່າເຮືອ ໂອເດຊາ.
ຮອງນາຍົກລັດຖະມົນຕີຍອມຮັບວ່າ ມີການລັກລອບນຳຍານພາຫານະ ເຂົ້າມາ ລາວໂດຍບໍ່ເສຍພາສີອາກອນ ຫລາຍກວ່າ 30,000 ຄັນ ໃນນີ້ໄດ້ດຳເນີນການໃຫ້ຖືກຕ້ອງແລ້ວ 20,773 ຄັນໃນ 6 ເດືອນຕົ້ນປີ 2022
ກົມ ERO ກ່າວຕື່ມວ່າ ຜູ້ທີ່ມີສັນຊາດປາກິສຖານຄົນນີ້ ໄດ້ເຂົ້າມາໃນສະຫະລັດຖືກຕ້ອງຕາມກົດໝາຍ ຄັ້ງທຳອິດ ໃນວັນທີ 24 ມັງກອນ 2009, ຫຼາຍອາທິດກ່ອນໜ້ານີ້ “ລາວໄດ້ຖືກຈັບກຸມ ແລະຖືກແຈ້ງຂໍ້ຫາຂັບຍານພາຫະນະໃນຂະນະ ຢູ່ພາຍໃຕ້ຄວາມມືນເມົາ.
ບັນດາຜູ້ຊ່ຽວຊານ ຍົກເອົາບັນຫາມາສົນທະນາຢູ່ໃນລາຍງານຂອງເຂົາເຈົ້າວ່າ “ຄົນລົນເລບໍ ຫຼືຄົນທີ່ເປັນຄູ່ຮ່ວມມື? ຊຶ່ງວ່າມາດການລົງໂທດຕໍ່ນາຍົກຮຸນເຊນ ມີຜົນໃນທາງກົງກັນຂ້າມ ໃນຂະນະທີ່ທ່ານຮຸນເຊນ ຫັນໄປຫາຈີນເພື່ອຂໍການຊ່ວຍເຫຼືອ.
ມີການຄາດກັນວ່າ ພັກເດໂມແຄຣັດ ອາດສູນເສຍສຽງສ່ວນຫຼາຍທັງໃນສະພາສູງ ແລະ ສະພາຕ່ຳໃຫ້ພັກຣີພັບບລີກັນ
ທ່ານ ໂອເມີ ໄດ້ກ່າວວ່າ ເອທິໂອເປຍ ແມ່ນກຳລັງວາງແຜນທີ່ຈະສ້າງ “ເຂດປ້ອງກັນຄວາມປອດໄພ” ທີ່ແນເປົ້າໃສ່ການປາບປາມການໂຈມຕີຂອງກຸ່ມ ອາລ-ຊາບັບ.
ເຈົ້າໜ້າທີ່ອົງການອາຫານໂລກປະຈໍາອັຟການິສຖານກ່າວວ່າ “ຖ້າພວກເຮົາຫາກບໍ່ປະສົບຜົນສໍາເລັດໃນການຈັດຫາເງິນທຶນ ແລະຈັດກຽມອາຫານໄວ້ກ່ອນທີ່ລະດູໜາວຈະເລີ້ມຕົ້ນຂຶ້ນໃນເດືອນຕຸລານີ້, ປະຊາຊົນຈໍານວນຫຼາຍກໍຈະອຶດຢາກ”
ໂຫລດຕື່ມອີກ