ຮ່າງກົດໝາຍທີ່ມີມູນຄ່າ 280 ຕື້ໂດລາຈະສະໜອງທຶນ 52 ຕື້ໂດລາ ແລະ ແຮງຈູງໃຈຕໍ່ຜູ້ຜະລິດ ເຊມີຄອນດັກເຕີ ຫຼື ໄມໂຄຣຊິບ ພາຍໃນປະເທດ.
ມີຄວາມເປັນໄປໄດ້ວ່າ ບັນຫາຂອງ ໄຕ້ຫວັນ ແລະ ສົງຄາມຢູ່ໃນ ຢູເຄຣນ ຄືຫົວຂໍ້ຫຼັກຂອງການສົນທະນາ
ພາຍໃຕ້ການເປັນປະທານ ຂອງນາຍພົນຕີໄດອານາ ເອັມ ໂຮລແລນ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ແລະໄດ້ພົບປະ ກັບ ດຣ. ອານຸລັກ ກິດຕິຄຸນ ປະທານບໍລິຫານ ແລະບັນດາເຈົ້າໜ້າທີ່ອະວຸໂສຂອງຄະນະກຳມາທິການແມ່ນ້ຳຂອງສາກົນ (MRC)
ສະຫະລັດຈະໃຫ້ທຶນການສຶກສາແກ່ເຈົ້າໜ້າທີ່ລາວປີລະ 5 ຄົນໄປສຶກສາໃນຂັ້ນປະລິນຍາໂທດ້ານການວາງນະໂຍບາຍຂອງລັດ ຫລື Public Policy ຢູ່ໃນມະຫາວິທະຍາໄລຟູລໄບຣ (Fulbright) ຊຶ່ງເປັນມະຫາວິທະຍາໄລເອກະຊົນ ທີ່ບໍ່ຫວັງຜົນກໍາໄລໃນນະຄອນໂຮຈິງມິນ.
ສະຫະລັດກ່າວວ່າ ຕົນໄດ້ໃຫ້ “ຂໍ້ສະເໜີອັນສຳຄັນ” ຕໍ່ຣັດເຊຍ ເຊິ່ງ ເປັນການແລກປ່ຽນ ນັກໂທດທີ່ຈະມີການສົ່ງນັກໂທດຄ້າອາວຸດຊາວຣັດເຊຍ, ທ້າວວິກຕໍ ບູດ ກັບຄືນໄປມົສກູ ເພື່ອຮັບປະກັນການປ່ອຍຕົວນັກບານບ້ວງ ອາຊີບຊາວອາເມຣິກັນ, ນາງບຣິດນີ ກຣາຍເນີ ແລະທ້າວພອລ ເວແລນ.
ທ່ານ ບລິງເຄັນ ແລະ ທ່ານ ລາວຣອຟ ໄດ້ລົມກັນຄັ້ງສຸດທ້າຍໜ້າຕໍ່ໜ້າໃນວັນທີ 15 ກຸມພາທີ່ຜ່ານມາ, ບໍ່ເທົ່າໃດວັນກ່ອນ ຣັດເຊຍ ເປີດການບຸກລຸກທາງທະຫານໃນຢູເຄຣນ.
ໃນການກ່າວຖະແຫລງນັ້ນ ທ່ານກິມ ໄດ້ກ່າວໂອ້ອວດ ຊ້ຳແລ້ວຊ້ຳອີກເຖິງອາວຸດນິວເຄລຍຂອງປະເທດທ່ານ ແລະບົ່ງບອກວ່າ ທ່ານກຽມພ້ອມທີ່ຈະໃຊ້ພວກມັນ ຖ້າວ່າຈຳເປັນ
ໃນວັນອັງຄານຜ່ານມາ ບັນດາເຈົ້າໜ້າທີ່ອະວຸໂສ ແລະສະມາຊິກສະພາສະຫະລັດ ໄດ້ໃຫ້ລາຍລະອຽດ ກ່ຽວກັບການຊັ່ງຊາທີ່ວ່າ ຈີນ ແມ່ນເປັນໄພຂົ່ມຂູ່ ທີ່ໃຫຍ່ທີ່ສຸດຕໍ່ຄວາໝັ້ນຄົງແຫ່ງຊາດຂອງສະຫະລັດ ແລະ ສະຖຽນລະພາບ
ທຳນຽບຂາວກ່າວວ່າ ຄວາມເຄັ່ງຕຶງກ່ຽວກັບໄຕ້ຫວັນ ແລະການບຸກໂຈມຕີຂອງຣັດເຊຍຢູ່ຢູເຄຣນ ຄິດວ່າຈະເປັນຫົວຂໍ້ຂອງການໂອ້ລົມທາງໂທລະສັບ ໃນອາ ທິດນີ້ ລະຫວ່າງປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ແລະທ່ານສີ ຈິ້ນຜິງ ຜູ້ນຳຂອງຈີນ.
ໂຫລດຕື່ມອີກ