ໃນສອງສາມມື້ທີ່ຜ່ານມານີ້ ລັດຄາລິຟໍເນຍ ຕິດຕາມດ້ວຍລັດອິລລິນອຍ ແລະນິວຢອກ ໄດ້ປະກາດພາວະສຸກເສີນດ້ານສຸຂະພາບ. ປັດຈຸບັນນີ້ ມີລາຍງານເກືອບ 6.000 ກໍລະນີ ກ່ຽວກັບຕິດເຊື້ອພະຍາດ Monkeypox ຫລື ຕຸ່ມໝາກສຸກລີງຢູ່ທົ່ວ 48 ລັດ ຮວມທັງນະຄອນຫລວງວໍຊິງຕັນ ແລະ ເປີໂຕຣິໂກ .
ນາງກຣາຍເນີ ໄດ້ຖືກຕັ້ງຂໍ້ຫາວ່າມີຄວາມຜິດ, ແຕ່ລາວກ່າວວ່າ ລາວບໍ່ຮູ້ ເລີຍວ່າ ກັນຊາໄດ້ມາຢູ່ໃນຖົງຂອງລາວ ແລະໄດ້ເອົາໄວ້ຫັ້ນແບບບໍ່ໄດ້ຕັ້ງໃຈ. ລາວກ່າວວ່າ ລາວບໍ່ໄດ້ມີ “ເຈດຕະນາ” ທີ່ຈະລະເມີດກົດໝາຍຂອງຣັດເຊຍ ແຕ່ຢ່າງໃດເລີຍ.
ຈີນມີຄຳເວົ້າບາງຢ່າງໄດ້ກ່ຽວກັບການນຳໃຊ້ທ່າເຮືອນັ້ນ ຍ້ອນວ່າລັດຖະບານ ຂອງສຣີລັງກາ ໄດ້ມອບມັນໃຫ້ແກ່ພວກບໍລິສັດຂອງຈີນ ໂດຍໃຫ້ສຳປະທານ ໄລຍະ 99 ປີ ເມື່ອປີ 2017
ມີການປະຊຸມແບບໄປພົບການໜ້າຕໍ່ໜ້າຂອງບັນດາລັດຖະມົນຕີການຕ່າງປະເທດຂອງສະມາ ຊິກສະມາຄົມຂອງປະເທດໃນເຂດເອເຊຍຕາເວັນ ອອກສຽງໃຕ້ ຫລືອາຊຽນ (ASEAN) ນັບແຕ່ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ໄດ້ເຮັດໃຫ້ເສດຖະກິດອ່ອນແອລົງ
ໃນສາມໂອກາດທີ່ແຍກອອກຕ່າງຫາກ, ປະທານາທິບໍດີ ໂຈ ໄບເດັນ ໄດ້ລະບຸວ່າ ສະຫະລັດ ຈະປ້ອງກັນ ໄຕ້ຫວັນ ດ້ວຍທະຫານຖ້າ ຈີນ ບຸກເຂົ້າໄປ.
ຄະນະຜູ້ແທນສະພາຕ່ຳສະຫະລັດນຳໂດຍປະທານສະພາຕ່ຳ, ທ່ານນາງແນນຊີ ເພໂລຊີ ໄດ້ໄປຮອດເກາະໄຕ້ຫວັນໃນຕອນກາງຄືນວັນອັງຄານວານນີ້ ເຖິງແມ່ນວ່າຈະມີຄຳເຕືອນຈາກຈີນທີ່ຂູ່ວ່າຈະທຳການຕອບໂຕ້ທາງທະຫານຕໍ່ການຢ້ຽມຢາມນັ້ນກໍຕາມ.
ຜູ້ລົງຄະແນນສຽງໃນຫຼາຍລັດຂອງສະຫະລັດພາກັນໄປປ່ອນບັດໃນວັນອັງຄານວານນີ້ ໃນການເລືອກຕັ້ງຂັ້ນຕົ້ນ ກ່ອນການເລືອກຕັ້ງທົ່ວໄປໃນ ເດືອນພະຈິກທີ່ຈະຕັດສິນການຄວບຄຸມລັດຖະສະພາຂອງສະຫະລັດ.
ກຳປັ່ນບັນທຸກສິນຄ້າທີ່ປັກທຸງຊາດ ຊີແອຣາ ເລອອນ ທີ່ຊື່ວ່າ ຣາໂຊນີ ແມ່ນໄດ້ເດີນທາງອອກຈາກທ່າເຮືອ ໂອເດຊາ ຂອງຢູເຄຣນ ໄປປະເທດເລບານອນ ໂດຍມີສາລີຫຼາຍກວ່າ 26,000 ໂຕນຢູ່ເທິງກຳປັ່ນ.
ໂຫລດຕື່ມອີກ