ໃນສາມໂອກາດທີ່ແຍກອອກຕ່າງຫາກ, ປະທານາທິບໍດີ ໂຈ ໄບເດັນ ໄດ້ລະບຸວ່າ ສະຫະລັດ ຈະປ້ອງກັນ ໄຕ້ຫວັນ ດ້ວຍທະຫານຖ້າ ຈີນ ບຸກເຂົ້າໄປ.
ຄະນະຜູ້ແທນສະພາຕ່ຳສະຫະລັດນຳໂດຍປະທານສະພາຕ່ຳ, ທ່ານນາງແນນຊີ ເພໂລຊີ ໄດ້ໄປຮອດເກາະໄຕ້ຫວັນໃນຕອນກາງຄືນວັນອັງຄານວານນີ້ ເຖິງແມ່ນວ່າຈະມີຄຳເຕືອນຈາກຈີນທີ່ຂູ່ວ່າຈະທຳການຕອບໂຕ້ທາງທະຫານຕໍ່ການຢ້ຽມຢາມນັ້ນກໍຕາມ.
ຜູ້ລົງຄະແນນສຽງໃນຫຼາຍລັດຂອງສະຫະລັດພາກັນໄປປ່ອນບັດໃນວັນອັງຄານວານນີ້ ໃນການເລືອກຕັ້ງຂັ້ນຕົ້ນ ກ່ອນການເລືອກຕັ້ງທົ່ວໄປໃນ ເດືອນພະຈິກທີ່ຈະຕັດສິນການຄວບຄຸມລັດຖະສະພາຂອງສະຫະລັດ.
ກຳປັ່ນບັນທຸກສິນຄ້າທີ່ປັກທຸງຊາດ ຊີແອຣາ ເລອອນ ທີ່ຊື່ວ່າ ຣາໂຊນີ ແມ່ນໄດ້ເດີນທາງອອກຈາກທ່າເຮືອ ໂອເດຊາ ຂອງຢູເຄຣນ ໄປປະເທດເລບານອນ ໂດຍມີສາລີຫຼາຍກວ່າ 26,000 ໂຕນຢູ່ເທິງກຳປັ່ນ.
ສານສູງສຸດໃນວັນຈັນວານນີ້ ໄດ້ຢັ້ງຢືນເອົາ ຄຳຕັດສິນທີ່ມີອາຍຸນຶ່ງເດຶອນ ຊຶ່ງອະນຸຍາດໃຫ້ລັດຖະບານທ່ານໄບເດັນ ສິ້ນສຸດນະໂຍບາຍຫຼັກກ່ຽວກັບຊາຍແດນ ໃນສະໄໝທ່ານທຣຳ ທີ່ເຮັດໃຫ້ພວກຜູ້ຂໍການລີ້ໄພ ທີ່ລໍຖ້າຢູ່ເມັກ ຊິໂກ ເພື່ອການພິຈາລະນາຮັບຟັງຢູ່ສານຄົນເຂົ້າເມືອງສະຫະລັດ
ບັນດາເຈົ້າໜ້າທີ່ທຳນຽບຂາວ ໃນວັນຈັນວານນີ້ໄດ້ປະຕິເສດທີ່ຈະຢືນຢັນການຢ້ຽມຢາມຂອງທ່ານນາງ ເພໂລຊີ ແຕ່ໄດ້ຮຽກຮ້ອງ ຈີນ ໃຫ້ຢຸດ ບໍ່ໃຫ້ທຳການຍຸແຍ່ທາງທະຫານໃດໆ.
ອິນເດຍ ໄດ້ເຊີນຜູ້ຜະລິດຢາວັກຊີນພາຍໃນປະເທດ ເພື່ອພິຈາລະນາໃນການຜະລິດຢາວັກຊີນຕໍ່ຕ້ານພະຍາດໝາກສຸກລີງ
ການປະເມີນຂ່າວລັບເມື່ອມໍ່ໆມານີ້ເຕືອນວ່າ ກຸ່ມອາລຄາຍດາ ເບິ່ງຄືວ່າໄດ້ ຮັບຜົນປະໂຫຍດຈາກ ຄວາມຫມັ້ນຄົງພາຍໃນການນໍາພາຂອງຕົນ ເປັນໄລຍະ ເວລາຂ້ອນຂ້າງຍາດແລະວ່າກຸ່ມດັ່ງກ່າວກໍາລັງສວຍໃຊ້ປະໂຫຍດຈາກກຸ່ມຕາລີ ບານທີ່ຍຶດເອົາອັຟການິສຖານ, ໂດຍທີ່ຜູ້ນໍາອາລ-ຄາຍດາ ຕິດຕໍ່ສື່ສານໄດ້ ຢ່າງເສລີຫຼາຍກ່ວາໃນອະດີດ.
ຜູະຊ່ຽວຊານທາງດ້ານສາທາລະນະສຸກຕ້ອງການໃຫ້ປະສົບຜົນສໍາເລັດຫຼາຍກວ່ານີ້ ໃນລະຫວ່າງທີ່ມີການລະບາດຂອງພະຍາດ
ປາກິສຖານກ່າວໃນວັນຈັນວານນີ້ວ່າ ເຮືອບິນເຮລິຄອບເຕີທະຫານລຳນຶ່ງ ທີ່ບັນທຸກ 6 ຄົນ ຮວມທັງນາຍພົນຊັ້ນສູງຄົນນຶ່ງ ໄດ້ຫາຍສາບສູນໃນລະຫວ່າງການປະຕິບັດງານບັນເທົາທຸກໄພນໍ້າຖ້ວມ ໃນແຂວງບາລູຈິສຖານ (Baluchistan) ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ
ໂຫລດຕື່ມອີກ