ຣັດເຊຍກ່າວວ່າ ຕົນຕ້ອງການທີ່ຈະສ້າງສະຖານີອະວະກາດຂອງໂຕເອງ ແລະຖອນຕົວຈາກສະຖານີອະວະກາດນາໆຊາດ ຫຼັງຈາກປີ 2024
ໃນວັນຈັນວານນີ້ ສະຫະລັດປະນາມມຽນມາ ທີ່ໄດ້ປະຫານຊີວິດພວກນັກເຄື່ອນໄຫວທາງການເມືອງ ແລະພວກເຈົ້າໜ້າທີ່ ທີ່ຖືກເລືອກຕັ້ງ ແລະຮຽກຮ້ອງໃຫ້ລັດຖະບານທະຫານ ຍຸຕິການໃຊ້ຄວາມຮຸນແຮງ ໃນທັນທີ
ໂຄສົກກະຊວງການຕ່າງປະເທດຈີນ ຢືນຢັນຕໍ່ສິ່ງທີ່ຂຽນຢູ່ ບົດລາຍງານຂອງໜັງສືພິມ Financial Times ໃນທ້າຍອາທິດແລ້ວນີ້ ທີ່ ກ່າວວ່າ ຄໍາເຕືອນຂອງຈີນແມ່ນ "ແຮງຂຶ້ນຢ່າງຫຼວງຫຼາຍ" ຕໍ່ການຢ້ຽມຢາມທີ່ອາດມີຂຶ້ນຂອງປະທານສະພາຕ່ຳ ກ່ວາຄັ້ງທີ່ຜ່ານມາ ທີ່ຈີນບໍ່ພໍໃຈກັບນະໂຍບາຍຂອງສະຫະລັດຕໍ່ໄຕ້ຫວັນ.
ແຜນການປອມແປງຜູ້ແທນເລືອກຕັ້ງ ໄດ້ຖືກສະແດງໃຫ້ເຫັນໂດຍສ່ວນໃຫຍ່ ໃນການພິຈາລະນາຮັບຟັງຄຳໃຫ້ການຫຼາຍຮອບ ຂອງຄະນະກຳມະການ ນຳພາໂດຍບັນດາສະມາຊິກສະພາຕ່ຳສະຫະລັດ ສັງກັດພັກເດໂມແຄຣັດ ທີ່ສືບສວນການໂຈມຕີຕໍ່ລັດຖະສະພາສະຫະລັດ
ເພື່ອລະລຶກເຖິງ 80 ປີຂອງບັ້ນລົບກົວດາລຄານາລ ແລະສໍາລັບການພົບປະກັນທາງການທູດກັບເຈົ້າໜ້າທີ່ຂອງປະເທດໝູ່ເກາະໂຊໂລມອນ ເພື່ອ “ເນັ້ນຢໍ້າເຖິງຄວາມສໍາພັນທີ່ຍືນຍົງ” ລະຫວ່າງປະເທດທັງສອງ
ຫວ່າງມໍ່ໆມານີ້ ເກົາຫຼີເໜືອໄດ້ລາຍງານວ່າ ມີກໍລະນີຄົນເປັນໄຂ້ປະຈຳວັນໜ້ອຍກວ່າ 200 ຄົນ ທ່າມກາງການລະບາດຂອງພະຍາດໂຄວິດ-19 ພາຍໃນ ປະເທດຄັ້ງທຳອິດ ແລະກ່າວວ່າ ຢາສະໝຸນໄພພື້ນເມືອງ “ໂຄຣຽວ” (Koryo) ຂອງຕົນ ແມ່ນມີບົດບາດສຳຄັນ ໃນການປິ່ນປົວຄົນເຈັບ.
ຣັດເຊຍ ໄດ້ກ່າວໃນວັນຈັນວານນີ້ວ່າ ການໂຈມຕີດ້ວຍລູກສອນໄຟຂອງເຂົາເຈົ້າໃສ່ຖານທັບໃນເມືອງໂອເດຊາ ບໍ່ຄວນສົ່ງຜົນກະທົບຕໍ່ຂໍ້ຕົກລົງການສືບຕໍ່ສົ່ງອອກສິນຄ້າປະເພດເມັດ.
ເດັກນ້ອຍຊົນເຜົ່າພື້ນເມືອງຫຼາຍກວ່າ 150,000 ຄົນໃນ ການາດາ ຖືກບັງຄັບໃຫ້ເຂົ້າໂຮງຮຽນກິນນອນຄຣິສຕຽນ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຈາກທ້າຍຊຸມປີ 1880 ຫາ ຊຸມປີ 1970.
ອາການຂອງປະທານາທິບໍດີໂຈ ໄບເດັນ ດີຂຶ້ນເລື້ອຍໆ ຫຼັງຈາກໄດ້ຮັບການປິ່ນປົວເປັນເວລາ 4 ມື້ ດ້ວຍຢາ ພັກສໂລວິດ Paxlovid
ໂຫລດຕື່ມອີກ