ການສືບສວນດັ່ງກ່າວ ໄດ້ດຳເນີນການໂດຍ ທ່ານອາຣນາວດ໌ ຟຣອກເກີ (Arnaud Froger) ຫົວໜ້າພະແນກສືບສວນຂອງອົງການຂ່າວ RSF ແລະທ່ານພາດທຣິກ ໂຊແວລ (Patrick Chauvel) ທີ່ເປັນນັກຂ່າວແລະນັກຖ່າຍຮູບຊາວຝຣັ່ງ ຜູ້ທີ່ໄດ້ເຮັດວຽກກັບທ່ານເລີວີນ ໃນຢູເຄຣນ
ມີການແຕ່ງຕັ້ງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຄົນໃໝ່ກໍຄືທ່ານບຸນເຫຼືອ ສິນໄຊ ວໍລະວົງ ຊຶ່ງໃນເມື່ອກ່ອນເປັນຮອງລັດຖະມົນຕີກະຊວງການເງິນໄປດຳລົງຕຳແໜ່ງແທນທ່ານສອນໄຊ ສິດພະໄຊ. ທ້າມກາງທີ່ໄພເງິນເຟີ້ຖີບຕົວສູງຂຶ້ນຮອດ 12.81 ເປີເຊັນ ຊຶ່ງສູງກວ່າໝູ່ທີ່ສຸດໃນບັນດາປະເທດອາຊຽນ.
ບໍລິສັດຊອບແວ ທີ່ມີສຳນັກງານຕັ້ງຢູ່ສະຫະລັດ ກ່າວວ່າ 'ການຈາລະກຳທາງຍຸດທະສາດ' ໂດຍພວກເຈາະຂໍ້ມູນຣັດເຊຍ ທີ່ໄດ້ຮັບການໜຸນຫຼັງ ຈາກລັດຖະບານ ໄດ້ແນເປົ້າໝາຍໃສ່ລັດຖະບານຂອງປະເທດຕ່າງໆ ອົງການຄົ້ນຄວ້າ ທຸລະກິດ ແລະອົງການໃຫ້ຄວາມຊ່ວຍເຫຼືອ ຢູ່ໃນ 42 ປະເທດ
ສຣີລັງກາໄດ້ປະກາດໄປແລ້ວວ່າ ຕົນໄດ້ໂຈະການຈ່າຍເງິນຊຳລະໜີ້ຕ່າງປະເທດ 7 ຕື້ໂດລາ ແຕ່ກໍລໍຖ້າຜົນການຂອງເຈລະຈາ ຂໍການຊ່ວຍເຫຼືອຈາກອົງການກອງທຶນສາກົນຢູ່
ນີ້ແມ່ນປະເທດທີ່ 10 ທີ່ປະສົບຄວາມສຳເລັດ ໃນການສົ່ງດາວທຽມ ຂຶ້ນສູ່ອະວະກາດ ດ້ວຍຈະຫຼວດຂອງຕົນ
ທ່ານ ບາວເວີສ໌ ກ່າວວ່າ, ທ່ານ ໄບເດັນ, ໄດ້ຊະນະໃນລັດດັ່ງກ່າວຢ່າງຖືກຕ້ອງຕາມກົດໝາຍ.
ສຳລັບພວກສະໜັບສະໜູນແລ້ວ ທ້າວອາຊາງ ລາວແມ່ນວິລະບູລຸດ ຜູ້ທີ່ເປີດເຜີຍການກະທຳທີ່ບໍ່ຖືກຕ້ອງຂອງສະຫະລັດ ຢູ່ໃນອີຣັກ ແລະອັຟການິສຖານ. ເຂົາເຈົ້າເນັ້ນໜັກວ່າ ການລົງໂທດຕໍ່ລາວ ເປັນເລື້ອງທີ່ມີຈຸດປະສົງທາງການເມືອງ
ທ່ານກ່າວໃຫ້ວີໂອເອຟັງອີກວ່າ ທ່ານໄດ້ໄປກູ້ເງິນຈຳນວນນຶ່ງຈາກກອງທຶນສົ່ງເສີມວິສາຫະກິດ ຂະໜາຍນ້ອຍແລະກາງ ທີ່ຂຶ້ນກັບກະຊວງອຸດສາຫະກຳແລະການຄ້າ ໂດຍການເຂົ້າຮ່ວມໂຄງການແລະໄດ້ຮັບການແນະນຳດ້ານວິຊາການແລະວິທີລ້ຽງງົວຕ່າງໆເປັນຕົ້ນ
ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນ ແລະ ອົງການຂ່າວ ບັກທາ (Bakthar) ຂອງ ລັດຖະບານໄດ້ຢືນຢັນຈຳນວນຜູ້ເສຍຊີວິດ ແລະ ບາດເຈັບດັ່ງກ່າ
ປະທານາທິບໍດີ ໂຈ ໄບເດັນ ໄດ້ປະກາດໃນວັນອັງຄານວານນີ້ວ່າ ຈະມີການເກືອດຫ້າມການໃຊ້ລະເບີດຝັງດິນທຳລາຍຄົນ ໂດຍກອງທັບສະຫະລັດ ຊຶ່ງຈະເຮັດໃຫ້ນະໂຍບາຍຂອງປະເທດມີການສອດຄ່ອງຫລາຍຂຶ້ນກັບສົນທິສັນຍາດ້ານການຫ້າມນຳໃຊ້ວັດຖຸລະເບີດທີ່ເປັນອັນຕະລາຍຊະນິດນີ້.
ໂຫລດຕື່ມອີກ