ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຢູ່ໃນການກ່າວປາໄສ ທີ່ທຳນຽບຂາວ ໃນຄືນວັນພະຫັດວານນີ້ ໄດ້ຂໍຮ້ອງລັດຖະສະພາອະນຸມັດ “ມາດຕະການທີ່ເປັນສາມັນສຳນຶກ” ເພື່ອສະກັດກັ້ນການຍິງສັງຫານໝູ່ ທີ່ໄດ້ເຮັດໃຫ້ຊາວອາເມຣິກັນຫວັ່ນວິຕົກ ໂດຍຮຽກຮ້ອງໃຫ້ມີຂໍ້ຈຳກັດໃໝ່ ທີ່ທ່ານກ່າວວ່າ ຈະຊ່ວຍຕ້ານການກໍ່ຄວາມຮຸນແຮງດ້ວຍປືນ.
ລາຄາອາຫານ ແລະ ເຄື່ອງໃຊ້ປະຈຳວັນແມ່ນໄດ້ຂຶ້ນສູງແບບບໍ່ເຄີຍມີມາກ່ອນ
ນັກຊ່ຽວຊານກ່າວວ່າ ປັກກິ່ງກໍາລັງສະແຫວງຫາຜົນປະໂຫຍດທາງການຄ້າ ແລະຍຸດທະສາດໄລຍະຍາວ
ລັດຖະບານສະຫະລັດ ກ່າວໃນວັນພະຫັດວານີ້ວ່າ ຕົນພະຍາຍາມທີ່ຈະປິດຊ່ອງຫວ່າງ ພວກຫລົບຫລີກມາດຕະການລົງໂທດ ທີ່ໃຊ້ໂດຍພວກຊົນຊັ້ນສູງຂອງຣັດເຊຍ ຮວມທັງປະທານາທິບໍດີຣັດເຊຍ ທ່ານວລາເດເມຍ ປູຕິນ
ພວກສະໜັບສະໜຸນທ່ານອາເລັກເຊ ນາວາລນີ ກ່າວວ່າ ເຂົາເຈົ້າພວມຕໍ່ສູ້ ກັບການບິດເບືອນຂ່າວ ຂອງທາງການ ແລະລະບຸເປົ້າໝາຍສຳລັບການລົງໂທດ ຂອງປະເທດຕາເວັນຕົກ
ປະທານາທິບໍດີເຊເລນສກີ ໄດ້ກ່າວເຖິງ 'ຂ່າວສຳຄັນ 3 ຂ່າວ' ສຳລັບຢູເຄຣນ
ເຊິ່ງ ຈີນ ໄດ້ຕ້ອງຕິກ່ຽວກັບຂອບເຂດນະໂຍບາຍໃໝ່ທາງດ້ານເສດຖະກິດຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຢ່າງຮຸນແຮງ
ຄວາມສຳພັນລະຫວ່າງສະຫະລັດກັບໄຕ້ຫວັນ ຄັ້ງຫຼ້າສຸດນີ້ ອາດເຮັດໃຫ້ສາຍ ສຳພັນລະຫວ່າງວໍຊິງຕັນ ກັບປັກກິ່ງ ເຄັ່ງຕຶງຂຶ້ນຕື່ມອີກ.
ຣັດເຊຍໄດ້ຍິງລູກປືນຖະຫລົ່ມເມືອງຊີວີໂຣໂດແນັດ (Sievierodonetsk), ພາກຕາເວັນອອກ ຂອງຢູເຄຣນຢ່າງບໍ່ຢຸດຢັ້ງ ຊຶ່ງຜູ້ປົກຄອງເຂດລູຮານ ຍອມຮັບວ່າ ປັດຈຸບັນກຳລັງທະຫານ ຂອງມົສກູ ໄດ້ເຂົ້າຄວບຄຸມ 70 ເປີເຊັນຂອງເມືອງດັ່ງກ່າວ ແລະການຍົກຍ້າຍ ພົນລະເຮືອນອອກ ໄດ້ຖືກຢຸດ ສະງັກລົງ.
ບັນດາເຈົ້າໜ້າທີ່ລັດຖະບານໄດ້ກ່າວວ່າການຊ່ວຍເຫຼືອດ້ານອາວຸດໃໝ່ນີ້ແມ່ນ “ຖືກອອກແບບມາຕາມຄວາມຕ້ອງການ” ຂອງສະຖານະຄວາມຂັດແຍ້ງໃນປັດຈຸບັນນີ້
ສະຖານທູດລາວທີ່ນະຄອນຫລວງປາຣີ, ຮ່ວມກັບຄະນະສຳພັນຄົນລາວທີ່ປະເທດຝຣັ່ງ ໄດ້ຈັດພິທີສະເຫຼີມ ສະຫຼອງປີໃໝ່ລາວ ປີຂານ ໃນວັນເສົາທີ່ຜ່ານມານີ້ ໂດຍໄດ້ເຊື້ອເຊີນເອົາເອກອັກຄະລັດຖະທູດຂອງ ສປປ ລາວ ປະຈຳຢູ່ອີກ 6 ປະເທດ ໃນຂົງເຂດຢູໂຣບຕາເວັນຕົກເຂົ້າຮ່ວມນຳ ຢ່າງເປັນປະຫວັດສາດ.
ເຈົ້າໜ້າທີ່ຂັ້ນສູງຂອງອົງການອະນາໄມໂລກຫຼື WHO ຄົນນຶ່ງ ກ່າວວ່າ ອົງການອະນາໄມຂອງສະຫະປະຊາຊາດ ສັນນິດຖານວ່າການແຜ່ລະບາດໄວຣັສໂຄໂຣນາຢູ່ໃນເກົາຫລີເໜືອ “ກຳລັງຮ້າຍແຮງລົງຕື່ມ ບໍ່ແມ່ນດີຂຶ້ນ”
ໂຫລດຕື່ມອີກ