ໃນອາທິດນີ້ ພົນລະເຮືອນ 101 ຄົນ ທີ່ຢູ່ໃນບໍລິເວນໂຮງງານອາຊອບສຕອລ ແລະປະມານ 400 ຄົນຈາກບອ່ນອື່ນໆອີກໃນເຂດໃກ້ຄຽງ ໄດ້ພາກັນຍົກຍ້າຍອອກມາດ້ວຍຄວາມປອດໄພ ໂດຍການຮ່ວມມື ຈາກຄະນະກຳມະ ການສາກົນສະຫະປະຊາຊາດ ຂອງສະພາກາແດງ.
ປະທານາທິບໍດີ ໄບເດັນ ໄດ້ເນັ້ນໜັກວ່າ ວໍຊິງຕັນ ແລະປັກກິ່ງ ຕ້ອງໄດ້ຈັດຕັ້ງ “ສິ່ງປ້ອງກັນ” ເພື່ອຫຼີກລ່ຽງບັນຫາຂັດແຍ້ງທີ່ບໍ່ປະສົງ ໃນຂະນະດຽວກໍຄຸ້ມຄອງການແຂ່ງຂັນ ໃນດ້ານພະລັງອຳນາດທີ່ຍິ່ງໃຫຍ່ກັບຈີນ.
ຣັດເຊຍ ບໍ່ໄດ້ປະຕິບັດຕາມຄຳສັນຍາ ທີ່ຈະຢຸດຍິງໃນຕອນກາງເວັນ ເພື່ອອະນຸຍາດໃຫ້ພົນລະເຮືອນ ໄດ້ຮັບການຍົກຍ້າຍ ອອກໄປຈາກເມືອງທີ່ຖືກປິດລ້ອມດັ່ງກ່າວ
ອີງຕາມປະຫວັດທີ່ຜ່ານມາ ການຂຶ້ນອັດຕາດອກເບ້ຍຢ່າງໄວວາໃນສະຫະລັດ ແມ່ນມີຄວາມກ່ຽວພັນ ກັບຄວາມເສຍຫາຍທາງດ້ານເສດຖະກິດ ກັບບັນດາປະເທດທີ່ມີລາຍໄດ້ຕ່ຳ ແລະເປັນໜີ້ຫຼາຍ
ເຈົ້າໜ້າທີ່ຜູ້ປະສົງບໍ່ອອກຊື່ ເພາະບໍ່ໄດ້ຮັບອະນຸຍາດໃຫ້ກ່າວຕໍ່ສື່ມວນຊົນ ແຈ້ງໃຫ້ວີໂອເອ ພະແນກພາສາໂຊມາເລຍວ່າ ທະຫານ 10 ຄົນ ໄດ້ເສຍຊີວິດຄາທີ່ ແລະສ່ວນທີ່ເຫລືອໄດ້ຮັບບາດເຈັບ.
ອົງການກອງທຶນເດັກສາກົນ ຫລື UNICEF ກ່າວວ່າ 17 ເປີເຊັນ ຂອງໂຮງ ຮຽນທີ່ຕົນໃຫ້ການຊ່ວຍເຫລືອຢູ່ໃນພາກຕາເວັນອອກຂອງຢູເຄຣນ ໄດ້ຮັບຄວາມເສຍຫາຍ ຫຼື ຖືກທຳລາຍໃນສົງຄາມຂອງຣັດເຊຍ.
ການຕັດສິນດັ່ງກ່າວມີຂຶ້ນໃນທັນທີທີ່ມີການຍື່ນຄໍາຮ້ອງຂໍອຸທອນ, ແລະສານກໍບໍ່ປາຖະໜາໃຫ້ມີການໂຕ້ຖຽງກັນ ຂອງທັງສອງຝ່າຍຢູ່ໃນກໍລະນີນີ້.
ຣັດເຊຍໄດ້ກ່າວວ່າການຢຸດຍິງໃນຕອນກາງເວັນ ຈະສືບຕໍ່ໄປອີກຄັ້ງໃນວັນສຸກ ແລະ ວັນເສົາ ເພື່ອອຳນວຍຄວາມສະດວກໃຫ້ແກ່ການອົບພະຍົບ ອອກຈາກສະຖານທີ່ຂອງໂຮງງານ ອາຊອຟສຕອລ.
ແນວໃດກໍ່ຕາມ, ມີແຕ່ຝຣັ່ງທີ່ໄດ້ກ່າວປະນາມ “ກອງກຳລັງຂອງຣັດເຊຍວ່າ ໄດ້ທຳການຮຸກຮານ ທີ່ຜິດກົດໝາຍ ແລະ ບໍ່ມີເຫດຜົນຕໍ່ຢູເຄຣນ.”
ຍາປ້າຄຳສີ ດວງປະເສີດ ອາຍຸ 81 ປີ ສັນຊາດຝຣັ່ງ ແມ່ນປະຊາຊົນເຊື້ອສາຍລາວຄົນນຶ່ງ ທີ່ໄດ້ໃຊ້ສິດປ່ອນບັດ ເອົາປະທານາທິບໍດີຝຣັ່ງ ຫລາຍຄົນບໍ່ໄດ້ຂາດໃນໄລຍະໃນກວ່າສາມທົດສະວັດທີ່ຜ່ານມາ.
ເຮືອບິນເຮລີຕອບເຕີ້ເຫຼົ່ານີ້ ແມ່ນຢູ່ໃນປະເທດຢູເຄຣນ ເພື່ອທຳການບຳລຸງຮັກສາຢູ່ທີ່ນັ້ນ.
ໂຫລດຕື່ມອີກ