ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະປະທານາທິບໍດີເກົາຫລີໃຕ້ ທ່ານຢຸນ ສຸກ ຢຽລ ໄດ້ສິ້ນສຸດ ໃນການເອົາທ່າທີແບບຄືນດີກັບເກົາຫຼີເໜືອ ຊຶ່ງເປັນຂີດໝາຍໃນການເລີ້ມຕົ້ນໃໝ່ ຕໍ່ເປົ້າໝາຍໃນການສະກັດກັ້ນ ແລະບໍ່ຍິນຍອມ ກ່ຽວກັບການປົດອາວຸດນິວເຄລຍ
ນີ້ ເປັນການທົດລອງຍິງລູກສອນໄຟຄັ້ງທີ 17 ພາຍໃນປີນີ້ຂອງ ເກົາຫຼີເໜືອ
ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວວ່າ “ນະໂຍບາຍຈີນດຽວ” ຂອງວໍຊິງຕັນຈະແຕກຕ່າງຈາກ “ກົດເກນຈີນດຽວ” ຂອງປັກກິ່ງ.
ຣັດເຊຍ ເພີ້ີ້ມທະວີການໂຈມຕີຕໍ່ກຳລັງຢູເຄຣນຢ່າງໜັກທາງພາກຕາເວັນອອກຂອງປະເທດ ໃນວັນອັງຄານວານນີ້ ໃນຄວາມພະຍາຍາມທີ່ຈະຍຶດເອົາຂົງເຂດ ດອນບັສ ສາມເດືອນພໍດີຫລັງຈາກປະທານາທິບໍດີວລາດີ ເມຍ ປູຕິນ ໄດ້ສັ່ງໃຫ້ທະຫານຂອງລາວ ຮຸກຮານຢູເຄຣນ
ສະຫະລັດຈະປິດຊ່ອງທາງສຸດທ້າຍສຳລັບຣັດເຊຍໃນການຊຳລະໜີ້ສິນຫຼາຍຕື້ໂດລາ ແກ່ນັກລົງທຶນສາກົນໃນວັນພຸດມື້ນີ້ ຊຶ່ງເຮັດໃຫ້ຣັດເຊຍພາດວັນຊຳລະໜີ້ຂອງຕົນທັງໝົດ ທີ່ຫຼີກລ່ຽງບໍ່ໄດ້ ເປັນເທື່ອທຳອິດ ນັບຕັ້ງແຕ່ເກີດການປະຕິວັດ ໂບລເຊວິກ (Bolshevik) ເປັນຕົ້ນມາ.
ໃນນ້ຳສຽງທີ່ເຕັມໄປດ້ວຍຄວາມຮູ້ສຶກເສຍໃຈຂອງທ່ານ, ປະທານາທິບໍດີໂຈ ໄບເດັນ ໄດ້ກ່າວຕໍ່ປະເທດຊາດ ໃນຄືນວັນອັງຄານວານນີ້ ຫລັງຈາກມີການຍິງສັງ ຫານໝູ່ ຢູ່ໂຮງຮຽນປະຖົມແຫ່ງນຶ່ງໃນລັດເທັກຊັສ. ທ່ານກ່າວວ່າ "ຂ້ອຍເສຍໃຈ ແລະເມື່ອຍ. ພວກເຮົາຕ້ອງໄດ້ລົງມືເຮັດ."
ຄຽງຄູ່ໄປກັບກອງປະຊຸມສຸດຍອດກຸ່ມຄວດ ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ໄດ້ກ່າວຢ້ຳເຖິງຄວາມປະສົງ ຂອງປະເທດທ່ານ ທີ່ຢາກເປັນອິດສະຫຼະ ແລະມີຄວາມໃກ້ຊິດກັບວໍຊິງຕັນ
ບັນດາປະເທດຂອງກຸ່ມຄວດ ເປີດໂຕຂໍ້ລິເລີ້ມທີ່ແນໃສ່ເພື່ອລາດຕະເວນເຂດນ່ານນ້ຳ ແລະຫລຸດຜ່ອນການຫາປາແບບຜິດກົດໝາຍຂອງຈີນ
ກການທູດຣັດເຊຍຜູ້ມີປະສົບການຢູ່ຫ້ອງການສະຫະປະຊາຊາດປະຈຳນະຄອນເຈນີວາ ໄດ້ລາອອກໃນວັນ ຈັນວານນີ້ ເພາະທ່ານໄດ້ກ່າວວ່າ ທ່ານ“ລະອາຍໃຈທີ່ສຸດ” ຕໍ່ການຮຸກຮານຢູເຄຣນເມື່ອສາມເດືອນກ່ອນຂອງ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ.
ນວັນເສົາແລະອາທິດ ວັນທີ 21-22 ພຶດສະພາ ທີ່ຜ່ານມານີ້ ຢູ່ໄດ້ມີການສະຫລອງບຸນປີໃໝ່ລາວ ຢູ່ວັດປ່າວູດແລນ (Wat Pa Woodland) ຕັ້ງຢູ່ຊາຍແດນລັດວໍຊິງຕັນ ຕິດກັບລັດອໍເຣກັນ
ໂຫລດຕື່ມອີກ