ສະພາຕ່ຳໄດ້ຮັບຮອງເອົາຮ່າງກົດໝາຍຄວບຄຸມປືນຢ່າງກວ້າງຂວາງ ໃນວັນ ພຸດວານນີ້ ເພື່ອຕອບໂຕ້ຕໍ່ການຍິງສັງຫານໝູ່ໃນເມືອງບັບຟາໂລ, ລັດນິວຢອກ ແລະ ຢູວາລເດ, ລັດເທັກຊັສ, ເຊິ່ງຈະເຮັດໃຫ້ເພີ້ມຂີດຈຳກັດອາຍຸຂຶ້ນອີກ ສຳລັບການຊື້ປືນເຄິ່ງອັດຕະໂນມັດ ແລະຫ້າມຂາຍຝັກລູກປືນທີ່ມີຄວາມສາມາດຍິງໄດ້ຫລາຍກ່ວາ 15 ລູກ,