ພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງ ໄດ້ລາຍງານວ່າ ເກືອບ 2 ລ້ານຄົນ ໄດ້ປະເຊີນໜ້າຢູ່ຕາມຊາຍແດນສະຫະລັດ ທົ່ວປະເທດໃນສົກປີ 2021 ທີ່ມັກຈະໃຫ້ຂໍ້ສັງເກດໂດຍພວກເຈົ້າໜ້າທີ່ວ່າ ເປັນຈຳນວນປະຈຳປີ ຫຼາຍສຸດ ແບບບໍ່ມີເຄີຍມີມາກ່ອນ
ຮ່າງຂໍ້ຕົກລົງນີ້ ສະແດງໃຫ້ເຫັນວ່າ ຈີນຢາກຝຶກແອບຕຳຫຼວດ ໃຫ້ເຂດມະຫາສະໝຸດປາຊີຟິກ ປະຕິບັດງານຮ່ວມໃນບັນຫາດ້ານຄວາມໝັ້ນຄົງ ຂະຍຫາຍການຮ່ວມມືໃນການປະຕິບັດງານດ້ານກົດໝາຍ ແລະອື່ນໆອີກ
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະປະທານາທິບໍດີເກົາຫລີໃຕ້ ທ່ານຢຸນ ສຸກ ຢຽລ ໄດ້ສິ້ນສຸດ ໃນການເອົາທ່າທີແບບຄືນດີກັບເກົາຫຼີເໜືອ ຊຶ່ງເປັນຂີດໝາຍໃນການເລີ້ມຕົ້ນໃໝ່ ຕໍ່ເປົ້າໝາຍໃນການສະກັດກັ້ນ ແລະບໍ່ຍິນຍອມ ກ່ຽວກັບການປົດອາວຸດນິວເຄລຍ
ນີ້ ເປັນການທົດລອງຍິງລູກສອນໄຟຄັ້ງທີ 17 ພາຍໃນປີນີ້ຂອງ ເກົາຫຼີເໜືອ
ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວວ່າ “ນະໂຍບາຍຈີນດຽວ” ຂອງວໍຊິງຕັນຈະແຕກຕ່າງຈາກ “ກົດເກນຈີນດຽວ” ຂອງປັກກິ່ງ.
ຣັດເຊຍ ເພີ້ີ້ມທະວີການໂຈມຕີຕໍ່ກຳລັງຢູເຄຣນຢ່າງໜັກທາງພາກຕາເວັນອອກຂອງປະເທດ ໃນວັນອັງຄານວານນີ້ ໃນຄວາມພະຍາຍາມທີ່ຈະຍຶດເອົາຂົງເຂດ ດອນບັສ ສາມເດືອນພໍດີຫລັງຈາກປະທານາທິບໍດີວລາດີ ເມຍ ປູຕິນ ໄດ້ສັ່ງໃຫ້ທະຫານຂອງລາວ ຮຸກຮານຢູເຄຣນ
ສະຫະລັດຈະປິດຊ່ອງທາງສຸດທ້າຍສຳລັບຣັດເຊຍໃນການຊຳລະໜີ້ສິນຫຼາຍຕື້ໂດລາ ແກ່ນັກລົງທຶນສາກົນໃນວັນພຸດມື້ນີ້ ຊຶ່ງເຮັດໃຫ້ຣັດເຊຍພາດວັນຊຳລະໜີ້ຂອງຕົນທັງໝົດ ທີ່ຫຼີກລ່ຽງບໍ່ໄດ້ ເປັນເທື່ອທຳອິດ ນັບຕັ້ງແຕ່ເກີດການປະຕິວັດ ໂບລເຊວິກ (Bolshevik) ເປັນຕົ້ນມາ.
ໃນນ້ຳສຽງທີ່ເຕັມໄປດ້ວຍຄວາມຮູ້ສຶກເສຍໃຈຂອງທ່ານ, ປະທານາທິບໍດີໂຈ ໄບເດັນ ໄດ້ກ່າວຕໍ່ປະເທດຊາດ ໃນຄືນວັນອັງຄານວານນີ້ ຫລັງຈາກມີການຍິງສັງ ຫານໝູ່ ຢູ່ໂຮງຮຽນປະຖົມແຫ່ງນຶ່ງໃນລັດເທັກຊັສ. ທ່ານກ່າວວ່າ "ຂ້ອຍເສຍໃຈ ແລະເມື່ອຍ. ພວກເຮົາຕ້ອງໄດ້ລົງມືເຮັດ."
ຄຽງຄູ່ໄປກັບກອງປະຊຸມສຸດຍອດກຸ່ມຄວດ ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ໄດ້ກ່າວຢ້ຳເຖິງຄວາມປະສົງ ຂອງປະເທດທ່ານ ທີ່ຢາກເປັນອິດສະຫຼະ ແລະມີຄວາມໃກ້ຊິດກັບວໍຊິງຕັນ
ບັນດາປະເທດຂອງກຸ່ມຄວດ ເປີດໂຕຂໍ້ລິເລີ້ມທີ່ແນໃສ່ເພື່ອລາດຕະເວນເຂດນ່ານນ້ຳ ແລະຫລຸດຜ່ອນການຫາປາແບບຜິດກົດໝາຍຂອງຈີນ
ໂຫລດຕື່ມອີກ