ສະຫະລັດ ຈະສືບຕໍ່ຊອກຫາຊ່ອງທາງ ເພື່ອກົດດັນ ຜູ້ນຳລັດຖະບານທະຫນມຽນມາ ໃຫ້ກັບຄືນໄປສູ່ເສັ້ນທາງປະຊາທິປະໄຕ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ອະວຸໂສ
ສະຫະລັດ ໄດ້ສະໜັບສະໜູນຂໍ້ສະເໜີຫຼາຍຢ່າງລວມທັງສຳລັບອາຊຽນ ທີ່ຈະເປີດຊ່ອງທາງທີ່ບໍ່ເປັນທາງການກັບສິ່ງທີ່ເອີ້ນວ່າ ລັດຖະບານສາມັກຄີຊາດຂອງມຽນມາທີ່ອາໄສຢູ່ຕ່າງປະເທດ.
ເລີ້ມແຕ່ວັນເສົາ ທີ 14 ພຶດສະພາ ຈະມາເຖິງນີ້ ເຈົ້າໜ້າທີ່ຢູ່ນະຄອນມົງເຣອານ ປະເທດການາດາ ປະກາດຈະຍົກເລີກກົດລະບຽບ ການໃສ່ໜ້າກາກ. ໂດຍສະເພາະ ຢູ່ບ່ອນມີຄົນແອອັດ
ຄຳເວົ້າຂອງທ່ານໄດ້ມີອອກມາໃນຂະນະທີ່ພັກຣີພັບບລີກັນເວົ້າວ່າ ເຂົາເຈົ້າມີແຜນການເສດຖະກິດເພື່ອແກ້ໄຂອັດຕາເງິນເຟີ້ທີ່ທ່ານໄບເດັນ ໄດ້ເອີ້ນວ່າຮຸນແຮງຫຼາຍ
ທ່ານເລໂອນິດ ຄຣັຟຈຸກ ອະດີດຄອມມິວນິສຜູ້ທີ່ຊ່ວຍເຊັນຄໍາສັ່ງປະຫານຊີວິດຄົນ ຂອງສະຫະພາບໂຊຫວຽດ ແລະຫຼັງຈາກນັ້ນ ກໍໄດ້ເປັນປະທານາທິບໍດີຄົນທໍາອິດຂອງຢູເຄຣ ນເມື່ອປະເທດດັ່ງກ່າວ ໄດ້ຮັບເອກະລາດ ໄດ້ເສຍຊີວິດແລ້ວ ໃນວັນອັງຄານວານນີ້, ລວມອາຍຸໄດ້ 88 ປີ.
ທ່ານມາໂກສ ລູກຊາຍຂອງມື້ລາງຈອມຜະເດັດການຟິລິບປິນ ໄດ້ຮັບຄະແນນນຳໜ້າໄກສົມຄວນ ໃນການປ່ອນບັດໃນວັນຈັນທີຜ່ານມາ ໂດຍຜູ້ທີ່ໄດ້ຄະແນນຖັດລົງມາບໍ່ມີທາງທີ່ຈະນຳທັນ ອີງຕາມລາຍງານຂ່າວໃນ ທ້ອງຖິ່ນ
ບັນດາເຈົ້າໜ້າທີ່ຢູເຄຣນກ່າວວ່າ ກໍາລັງທະຫານຂອງປະເທດທ່ານໄດ້ ມີຄວາມຄືບໜ້າໃນການຂັບໄລ່ ທະຫານຂອງຣັດເຊຍອອກຈາກເມືອງຄາກິບຊຶ່ງເປັນເມືອງນຶ່ງໃນພາກຕາເວັນອອກສຽງເໜືອຂອງຢູເຄຣນທີ່ຖືກໂຈມຕີນັບຕັ້ງແຕ່ຣັດເຊຍໄດ້ເລີ້ມການບຸກລຸກ
ທ່ານບລິງເກັນ ໄດ້ກ່າວວ່າ ການໂຈມຕີທັງຫຼາຍນັ້ນ ໄດ້ຖືກກ່າວຫາວ່າ ເປັນການສຸມໃສ່ລະບົບການຕິດຕໍ່ສື່ສານທາງດາວທຽມ ເພື່ອລົບກວນການບັນຊາການ ແລະຄວາມສາມາດໃນການຄວບຄຸມຂອງຢູເຄຣນ ແລະໄດ້ເລີ້ມຕົ້ນຂຶ້ນໃນຕົ້ນເດືອນມັງກອນພຸ້ນມາ
ທ່ານຢຸນ ກ່າວວ່າ ເກົາຫຼີໃຕ້ ຈະດໍາເນີນງານຮ່ວມກັບປະຊາຄົມໂລກກ່ຽວກັບ “ແຜນການທີ່ກ້າຫານ ໃນການເສີມສ້າງເສດຖະກິດຂອງເກົາຫຼີເໜືອຢ່າງຫຼວງຫຼາຍ ແລະຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນພວກເຂົາເຈົ້າ”
ສະພາຕ່ຳສະຫະລັດ ອະນຸມັດການຊ່ວຍເຫຼືອແກ່ຢູເຄຣນ ຫຼາຍກວ່າ 40 ພັນລ້ານໂດລາ ໃນວັນອັງຄານວານນີ້ ຂະນະທີ່ທາງສະພາເລັ່ງລັດຈັດສົ່ງການຊ່ວຍເຫຼືອທາງທະຫານ ໄປໃຫ້ລັດຖະບານກີຢິບທີ່ພວມຮັບມືກັບການຮຸກຮານຂອງຣັດເຊຍ
ໂຫລດຕື່ມອີກ