ນັກວິເຄາະເຂດອ່າວເປີເຊຍ ທີ່ຕັ້ງຢູ່ນະຄອນຫລວງວໍຊິງຕັນ, ທ່ານເທວດໍ ຄາຣາຊິກ ກ່າວຕໍ່ວີໂອເອວ່າ ມີ “ສິ່ງທີ່ບໍ່ສາມາດຄາດເດົາໄດ້” ຫຼາຍຢ່າງໃນການປະເຊີນໜ້າກັນທາງທະຫານທີ່ “ສາມາດເຮັດໃຫ້ລາຄາພະລັງງານເພີ້ມຂຶ້ນອີກ.”
ຫຼາຍຄົນໄດ້ຊອກຫາວຽກເຮັດທີ່ມີທາງເລືອກໃຫ້ເຮັດວຽກຢູ່ບ້ານ ແທນທີ່ຈະເຂົ້າໄປເຮັດວຽກຢູ່ຫ້ອງການທຸກມື້, ສ່ວນອີກຈຳນວນນຶ່ງໄດ້ຕັດສິນໃຈທີ່ຈະບໍ່ກັບໄປສະໝັກວຽກ ແຕ່ເປີດທຸລະກິດເປັນຂອງຕົນເອງ.
ທ່ານກ່າວວ່າ ກໍາປູເຈຍ ບໍ່ສາມາດ ທີ່ຈະມິດງຽບໄດ້ ໃນຂະນະທີ່ຣັດເຊຍຕອບໂຕ້ຕໍ່ນະໂຍບາຍຂອງກຸ່ມປະເທດເອເຊຍຕາເວັນອອກສຽງໃຕ້ ແລະ “ສະຖານະການໃນປະເທດ ຢູເຄຣນ ທີ່ຊຸດໂຊມລົງ.”
ທ່ານກຣານດີ ໄດ້ກ່າວຕໍ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໃນວັນຈັນຜ່ານມາວ່າ ທ່ານບໍ່ເຄີຍເຫັນ “ການຫລັ່ງໄຫລອອກຈາກປະເທດຢ່າງວ່ອງໄວທີ່ບໍ່ໜ້າເຊື່ອເລີຍ ທີ່ໃຫຍ່ທີ່ສຸດ ເປັນທີ່ແນ່ນອນ ພາຍໃນທະວີບຢູໂຣບ ນັບຕັ້ງ ແຕ່ສົງຄາມແຫຼມບອລກັນ.”
ໃນເບື້ອງຕົ້ນ, ເຈົ້າເມືອງ ເອເນີໂຮດາ ທີ່ຕັ້ງຢູ່ໃກ້ຄຽງໄດ້ກ່າວວ່າໂຮງງານດັ່ງ ກ່າວໄດ້ຖືກໄຟໄໝ້.
ໂຄສົກກະຊວງການຕ່າງປະເທດສະຫະລັດກ່າວວ່າ ລັດຖະມົນຕີບລິງເກັນ ກ່ອນອື່ນ ຈະເດີນທາງໄປນະຄອນບຣັສເຊິລສ໌ ເພື່ອພົບປະກັບບັນດາລັດຖະມົນຕີການຕ່າງປະເທດຂອງອົງການເນໂຕ້ ແລະຄູ່ຕຳແໜ່ງ ຂອງສະຫະພາບຢູໂຣບ ໃນກອງປະຊຸມລະດັບລັດຖະມົນຕີຂອງກຸ່ມຈີ 7.
ການຍິງໂຈມຕີຂອງກຳລັງຣັດເຊຍ ໄດ້ກໍ່ໃຫ້ເກີດໄຟໄໝ້ຕຶກອາຄານ ຢູ່ພາຍໃນບໍລິເວນໂຮງໄຟຟ້ານິວເຄລຍ ດັ່ງກ່າວ.
ນອກຈາກນັ້ນແລ້ວ ສະຫະລັດ ແລະບັນດາພັນທະມິດຂອງຕົນ ແມ່ນຫາທາງເພື່ອຈຳກັດ “ການສົ່ງອອກເທັກໂນໂລຈີ” ໃນອຸດສາຫະກຳນ້ຳມັນ ໂດຍຫວັງວ່າ ຈະບັ່ນທອນ “ສະຖານະພາບຂອງຣັດເຊຍ ໃນຖານະເປັນຜູ້ນຳໃນດ້ານການສະໜອງພະລັງງານ ໃນໄລຍະເວລາຕໍ່ໜ້າ.”
ຄາກີບທີ່ຢູ່ພາກຕາເວັນອອກສຽງເໜືອ ແລະຢູ່ດ່ານໜ້າຂອງປະເທດ, ມີຊາຍແດນຕິດກັບເຂດລູຮານ ແລະໂດນແນັດທີ່ຫາກໍ່ແຍກໂຕອອກ ແລະກາຍເປັນສອງປະເທດເອກກະລາດ ເມື່ອມໍ່ໆມານີ້.
ເກືອບ 100 ປະເທດທີ່ໄດ້ຮ່ວມກັນສະໜັບສະໜຸນສະເໜີຍັດຕິດັ່ງກ່າວ ເຊິ່ງເປັນແບບດຽວກັນກັບທີ່ຣັດເຊຍ ໄດ້ລົງຄະແນນສຽງຄັດຄ້ານ ໃນສະພາຄວາມໝັ້ນຄົງສະຫະປະຊາຊາດ ເມື່ອວັນສຸກທີ່ຜ່ານມາ ຈຶ່ງສົ່ງຜົນໃຫ້ມີການນຳເອົາຍັດຕິນີ້ຂຶ້ນມາສົນທະນາກັນ ໃນກອງປະຊຸມສະມັດຊາໃຫຍ່.
“ມັນເຖິງເວລາທີ່ເຮົາຕອກຄ້ອນ ແລະ ປິດເສດຖະກິດໃນ ຣັດເຊຍ ຢ່າງສິ້ນເຊີງ ແລະ ໃຫ້ພວກເຮົາເຮັດວຽກຫຼາຍກວ່າເກົ່າ ເພື່ອຊ່ວຍເຫຼືອການປ້ອງກັນປະເທດຂອງ ຢູເຄຣນ.”
ຢູເຄຣນໄດ້ກ່າວວ່າ ມັນເປັນເວລານຶ່ງອາທິດແລ້ວ ນັບຕັ້ງແຕ່ຣັດເຊຍ ບຸກລຸກເຂົ້າໄປປະເທດດັ່ງກ່າວ ໃນວັນພະຫັດແລ້ວນີ້.
ໂຫລດຕື່ມອີກ