ນັກລົງທຶນເຊື້ອສາຍລາວຈາກສະຫະລັດ ເຊັນ MOU ກັບລັດຖະບານລາວ ໃນວັນທີ 18 ເມສາຜ່ານມາ ຊຶ່ງໃນນັ້ນມີ 6 ໂຄງການຄື ໂຮງງານຫລອມຄຳ, ທະນາຄານຄຳ, ໂຮງງານແຜງຜະລິດພະລັງງານແສງຕາເວັນ, ໂຮງງານຜະລິດນ້ຳມັນຖົ່ວເຫລືອງ, ການສຳຫລວດແຮ່ຄຳ, ແລະໂຮງງານຜະລິດເຈ້ຍ.