ທ່ານນາງແຮຣິສ ຈະນຳພາຄະນະຜູ້ແທນ ສະຫະລັດ ຢູ່ທີ່ກອງປະຊຸມດ້ານຄວາມປອດໄພຢູ່ມິວນິກ ແລະມີກຳນົດຈະພົບປະກັບປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ເລຂາທິ ການໃຫຍ່ອົງການເນໂຕ້ ທ່ານເຈນສ໌ ສໂຕລເຕັນເບີກ ແລະບັນດາຜູ້ນຳຈາກ ລັດເວຍ ລີທົວເນຍ ແລະແອັສໂທເນຍ.
ເປັນເວລາສອງອາທິດ ຫຼື ດົນກວ່ານັ້ນ, ການຢືນຢັດຂອງ ຈີນ ຕໍ່ຄຳຖາມ ກ່ຽວກັບ ການເມືອງ ແລະ ນະໂຍບາຍຂອງເຂົາເຈົ້າແມ່ນກົງໄປກົງມາ.
ຣັດເຊຍກຳລັງເພີ່ມກຳລັງທະຫານຂອງຕົນຂຶ້ນ ແລະປິດລ້ອມຢູເຄຣນເປັນສ່ວນໃຫຍ່ ເຖິງແມ່ນມົສກູອ້າງວ່າ ຕົນຈະຖອນທະຫານຈຳນວນນຶ່ງອອກໄປກໍຕາມ, ອີງຕາມສະຫະລັດ ແລະຫົວໜ້າອົງການເນໂຕ້ກ່າວວານນີ້.
ທ່ານບລິງເກັນ ໄດ້ເຕືອນວ່າ ການເຄື່ອນໄຫວເຊັ່ນນັ້ນ ຄວນ “ຈຳເປັນຕອບໂຕ້ຢ່າງວ່ອງໄວ ແລະໜັກແໜ້ນຈາກສະຫະລັດ ໂດຍການປະສານງານກັບບັນດາພັນທະມິດ ແລະຄູ່ພາຄີທັງຫຼາຍ.”
ການໂຈມຕີນີ້ ມີເປົ້າໝາຍແນໃສ່ປ້ອມຕໍາຫຼວດ ແລະຈຸດກວດຄວາມປອດໄພ ຢູ່ໃນສອງບໍລິເວນໃກ້ຄຽງ ທີ່ຂ້ອນຂ້າງສະຫງົບ.
ການຕັດສິນໃຈຂອງເຢຣະມັນ ຫລຸດຜ່ອນຂອບເຂດຈຳກັດ ມີຂຶ້ນຫຼັງຈາກອອສເຕຣຍ ແລະສວິດເຊີແລນ ໄດ້ຍົກເລີກຂໍ້ຈຳກັດຫຼາຍຢ່າງ ເຖິງແມ່ນວ່າໄວຣັສຍັງສືບຕໍ່ແຜ່ລະບາດຢ່າງໄວຢູ່ກໍຕາມ.
ເຖິງແມ່ນວ່າຈະເລີ້ມເປີດເມືອງຄືນຢ່າງເຕັມສ່ວນ ຫລື ເກືອບໝົດທຸກດ້ານ ນັບແຕ່ທ້າຍເດືອນທັນວາ 2021 ມາແລ້ວກໍຕາມ ແຕ່ທຸລະກິດຫລາຍແຫ່ງໃນລາວກໍຍັງປະສົບຄວາມຫຍຸ້ງຍາກຢູ່ທີ່ຈະຟື້ນຕົວຄືນໄດ້.
ກະຊວງປ້ອງກັນປະເທດຣັດເຊຍ ໄດ້ເປີດເຜີຍວີດີໂອຈຳນວນນຶ່ງ ທີ່ສະແດງໃຫ້ເຫັນ ມີການຖອນລົດຖັງ ແລະທະຫານອອກຈາກບໍລິເວນຊາຍແດນ.
Have you ever forgotten something important? There is a special idiom when this happens. Watch this program to find out what this phrase is in American English.
ໂຫລດຕື່ມອີກ