ອົງການກອງທຶນສາກົນໄດ້ກ່າວໃນລາຍງານຂອງເຂົາເຈົ້າວ່າ “ຜົນກະທົບດ້ານເສດຖະກິດຈາກສົງຄາມ ແມ່ນກຳລັງແຜ່ລາມໄປໄກ ແລະ ກວ້າງຂວາງ.”
ເຮືອບິນລົບ J-20 ໄດ້ເລີ້ມ “ປະຕິບັດການຝຶກຊ້ອມຕາມປົກກະຕິ” ແລະໄດ້ບິນລາດຕະເວນແບບສູ້ລົບ ຢູ່ໃນເຂດສອງທະເລດັ່ງກ່າວ ອີງຕາມການກ່າວຂອງເວັບໄຊຂ່າວຂອງ Global Times ທີ່ຄຸ້ມຄອງໂດຍລັດຖະບານປັກກິ່ງ ໃນວັນທີ 13 ເມສາ.
ຄະນະລັດຖະບານໃໝ່ຂອງປາກິສຖານ ໄດ້ສາບານຕົວເຂົ້າຮັບຕຳແໜ່ງ ໃນວັນອັງຄານວານນີ້, ນຶ່ງອາທິດ ຫລັງຈາກການລົງຄະແນນສຽງບໍ່ໄວ້ວາງໃຈຂອງສະພາ ທີ່ນຳພາໂດຍພັກຝ່າຍຄ້ານໄດ້ປົດທ່ານອິມຣິນ ຄານ ທີ່ດຳລົງຕຳແໜ່ງຢູ່ນັ້ນລົງ.
ທ່ານນາງເວເຣຊຸກ ໄດ້ລາຍງານສາມວັນຕິດຕໍ່ກັນ ໃນການບໍ່ສາມາດທີ່ຈະສ້າງເສັ້ນທາງດ້ານມະນຸດສະທຳໃດໆໃນເຂດດັ່ງກ່າວຂອງປະເທດ.
ພວກເຈົ້າໜ້າທີ່ອະວຸໂສຂອງສະຫະລັດ ພວມເດີນທາງໄປຢ້ຽມຢາມໝູ່ເກາະໂຊໂລມອນ ຂະນະທີ່ຂໍ້ຕົກລົງທາງດ້ານຄວາມໝັ້ນຄົງຂອງປະເທດດັ່ງກ່າວ ພາໃຫ້ມີຄວາມເປັນຫ່ວງຄືນອີກ ກ່ຽວກັບການມີອິດທິພົນເພີ້ມຂຶ້ນຂອງປັກກິ່ງ ໃນມະຫາສະໝຸດປາຊີຟິກ
ຊຽງໄຮ້ ໄດ້ປະກາດການເສຍຊີວິດເທື່ອທຳອິດ ນັບແຕ່ໄວຣັສໂອໄມຄຣອນ ໄດ້ລະບາດອອກມາຢູ່ໃນເມືອງຂອງຈີນ ໃນເດືອນມີນາ.
ເຊິ່ງເປັນການໂຈມຕີຕໍ່ປະເທດໃນຂົງເຂດເອເຊຍກາງຄັ້ງ ທໍາອິດໂດຍກຸ່ມກໍ່ການຮ້າຍດັ່ງກ່າວ.
ກອງປະຊຸມສຸດຍອດ COVID-19 ໂລກຄັ້ງທຳອິດ ໃນເດືອນກັນຍາທີ່ຜ່ານມາ. ສາຍພັນແດລຕ້າ ແລະ ໂອໄມຄຣອນ ຂອງໄວຣັສໂຄໂຣນາ ກໍໄດ້ແຜ່ລາມບໍ່ດົນຫຼັງຈາກນັ້ນ.
ທຸກໆປີໃນວັນແຫ່ງໜ່ວຍໂລກ ວັນທີ 22 ເມສາ - ຜູ້ຄົນມາເຕົ້າໂຮມກັນ ເພື່ອ ປູກຈິດສໍານຶກກ່ຽວກັບບັນຫາສິ່ງ ແວດລ້ອມ. ແລະໃນປີນີ້ເຂົາເຈົ້າຈະເພັ່ງເລັງໃສ່ ການເລັ່ງການຫັນເປັນເສດຖະກິດຂຽວທີ່ອຸດົມຮັ່ງມີໃຫ້ໄວຂຶ້ນ.
ທ່ານນາງເຢລເລັນ ຈະນຳພາຄະນະລັດຖະມົນຕີການເງິນ ທະນາຄານພັດທະນາສາກົນ ແລະສະຖາບັນຕ່າງໆ ເພືສົນທະນາກ່ຽວ ກັບການໃຊ້ຊັບພະຍາກອນຢ ເພື່ອແກ້ໄຂບັນຫາຄວາມບໍ່ໝັ້ນຄົງທາງດ້ານອາຫານ.
ທ່ານກຣິຟຟິສ ໄດ້ກ່າວຕໍ່ບັນດານັກຂ່າວໃນຕອນເຊົ້າ ມື້ດຽວກັນນັ້ນວ່າ “ການຢຸດຍິງ ບໍ່ທັນຢູ່ໃນຂອບຟ້າເທື່ອ ໃນເວລານີ້ ແຕ່ມັນອາດເປັນໄປໄດ້ໃນສອງອາທິດຂ້າງໜ້າ. ມັນອາດຈະໃຊ້ເວລາດົນກວ່ານັ້ນ ໜ້ອຍນຶ່ງ.”
ໃນເມືອງລີວີບທາງພາກຕາເວັນຕົກ ຜູ້ປົກຄອງພາກພື້ນ ທ່ານມາກຊິມ ໂກຊິສກີ ໄດ້ກ່າວວ່າ ລູກສອນໄຟສາມລູກ ຍິງຖະລົ່ມສະຖານທີ່ຕຶກອາຄານຂອງທະຫານຫຼາຍແຫ່ງ ໃນຂະນະດຽວກັນ ອີກລູກນຶ່ງໄດ້ຍິງຖືກຮ້ານສ້ອມຢາງລົດ.
ໂຫລດຕື່ມອີກ