ນັກວິເຄາະກ່າວວ່າ ການສົນທະນາກ່ຽວກັບໄຕ້ຫວັນຢູ່ໃນການພົບປະທ້າຍອາທິດແລ້ວນີ້ຂອງຍີ່ປຸ່ນ, ເກົາຫຼີໃຕ້ ແລະສະຫະລັດອາດຈະເປັນສັນຍານບົ່ງບອກວ່າ ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ມີຈຸດປະສົງທີ່ຈະຂະຫຍາຍເຄືອ ຂ່າຍຂອງບັນດາປະເທດເອເຊຍປາຊີຟິກ ທີ່ສາມາດຕ້ານຢັນການແຜ່ຂະຫຍາຍ ຂອງຈີນໄດ້.
ລາຍງານຂອງລັດຖະບານສະຫະລັດເຕືອນວ່າ ລະດັບນໍ້າທະເລທີ່ຢູ່ຕາມແຄມຝັ່ງຂອງອາເມຣິກາຈະສູງຂຶ້ນໂດຍສະເລ່ຍ 30.50 ຊັງຕີແມັດໃນຊ່ວງເວລາ 30 ປີໃນຕໍ່ໜ້າ ເຊິ່ງມີລະດັບເກືອບເທົ່າກັນກັບ 100 ປີທີ່ຜ່ານມາ.
ທ່ານເສກສະກົນ ໄດ້ກ່າວໂດຍຜ່ານນາຍແປພາສາວ່າ “ອົງການນິລະໂທດກຳ ມີສ່ວນກ່ຽວຂ້ອງໃນການຮ່ວມມືກັບກຸ່ມພວກປະທ້ວງ ຫຼື ມັອບ ແລະກຸ່ມນີ້ ເປັນກຸ່ມຕໍ່ຕ້ານລັດຖະມະນູນຂອງໄທ ພາຍໃຕ້ກະສັດທີ່ເປັນອົງປະມຸກ.”
ທ່ານ ອອສຕິນ ແລະ ຄູ່ຮ່ວມຕຳແໜ່ງຂອງທ່ານຈະປຶກສາຫາລື ວິທີທີ່ຈະຍັບຢັ້ງ ຣັດເຊຍ ຈາກການບຸກລຸກ ຢູເຄຣນ.
ພວກເຈົ້າໜ້າທີ່ ກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ໃນຕົ້ນເດືອນນີ້ ໄດ້ອອກຖະແຫຼງການບອກເຖິງລະບົບເຕືອນການກໍ່ການຮ້າຍແຫ່ງຊາດ ທີ່ເພີ້ມໃຫ້ເຫັນ ການທຳນາຍບໍ່ໄດ້ ແລະສະຫລັບຊັບຊ້ອນ.
ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ກ່າວວ່າ ວໍຊິງຕັນ ແລະ NATO ຫວັງທີ່ຈະເຫັນການຫຼຸດການມີໜ້າ ຂອງກອງທະຫານທີ່ມີຄວາມໝາຍ.
ພວກນັກວິເຄາະ ກ່າວວ່າ ການແບ່ງແຍກ ທີ່ມີຢູ່ແລ້ວນັ້ນ ໄດ້ແຕກກວ້າງອອກນັບແຕ່ມີການເຮັດລັດຖະປະຫານ ເມື່ອວັນທີ 1 ກຸມພາ 2021 ແລະເຫັນໄດ້ຢ່າງຈະແຈ້ງ ຕັ້ງແຕ່ການໄປຢ້ຽມຢາມເນປີດໍ ຂອງທ່ານຮຸນເຊນ.
ອິສລາມາບັດ ໄດ້ເຫັນດີຕໍ່ຄໍາຮ້ອງຂໍຂອງ ນິວເດລີ ໃນເດືອນພະຈິກທີ່ຜ່ານມາ ເພື່ອອະນຸຍາດໃຫ້ຂົນສົ່ງເຂົ້າສາລີດັ່ງກ່າວ ຜ່ານດິນແດນຂອງຕົນ.
ເກົາຫຼີເໜືອປາກົດວ່າ ໄດ້ເລີ້ມເປີດໂຮງງານກັ່ນທາດຢູເຣນຽມ ຫລື UEP ໃຫ້ດຳເນີນງານຄືນໃໝ່ຢູ່ທີ່ຢອງບີຢອນ (Yongbyon) ຂອງຕົນ ທີ່ນຳໃຊ້ເພື່ອຜະລິດອາວຸດນິວເຄລຍ.
ທ່ານກູເຕເຣສ ໃຫ້ຄໍາໝັ້ນວ່າ ຍັງຄົງຈະມີສ່ວນພົວພັນກັບປະເທດພາຄີ ໂດຍໄດ້ສະເໜີໃຫ້ໜ່ວຍງານຂອງທ່ານ ດໍາເນີນການຊ່ວຍເຫຼືອ ເພື່ອຊອກຫາທາງອອກໃນແກ້ໄຂຄວາມເຄັ່ງຕຶງນັ້ນ.
ໂຫລດຕື່ມອີກ