ອະດີດຄົນເສີບອາຫານ ທ້າວຕົງ ຢິງ-ກິດ ຮ້ອງຮຽນຕໍ່ສານວ່າ ລາວບໍ່ມີຄວາມຜິດ ໃນຂໍ້ກ່າວຫາກໍ່ການຮ້າຍ ໂດຍ ຍຸແຍ່ ໃຫ້ມີການແບ່ງແຍກດິນແດນ ພ້ອມກັບຂໍ້ຫາທີ່ເປັນທາງເລືອກ ໃນການຂັບລົດ ທີ່ອັນຕະລາຍຕໍ່ຮ່າງກາຍ
ປະທານາທິບໍດີ ໄບເດັນ ໄດ້ກ່າວໃນອາທິດທີ່ຜ່ານມາວ່າ ຂໍ້ມູນທີ່ຜິດ ທີ່ຖືກເອົາລົງໃນສື່ສັງຄົມ ແມ່ນ “ກຳລັງຂ້າປະຊາຊົນ,” ແລະ ວ່າ, “ໂຣກລະບາດດຽວ ທີ່ພວກເຮົາມີ ກໍແມ່ນໃນພວກທີ່ບໍ່ໄດ້ສັກຢາ.”
ທັງໝົດໃນເດືອນມິຖຸນາຜ່ານມາ, ມີທ່ານໝໍເສຍຊີວິດ 51 ຄົນ, ແຕ່ວ່າຈໍານວນແມ່ນເພີ້ມຂຶ້ນ 123 ເປີເຊັນ ຈົນເຖິງເດືອນນີ້.
ກຸ່ມ NSO ໄດ້ກ່າວວ່າ ລູກຄ້າຂອງເຂົາເຈົ້າ ລວມມີອົງການສືບລັບ 60 ແຫ່ງ, ກອງທັບ ແລະ ອົງ ການບັງຄັບໃຊ້ກົດໝາຍຕ່າງໆ ໃນ 40 ປະເທດ, ແຕ່ໄດ້ປະຕິເສດ ທີ່ຈະລະບຸອົງການໃດ.
ພວກກູ້ໄພຍັງສືບຕໍ່ ຊອກຄົ້ນຫາຄົນທີ່ຫາຍສາບສູນ ຢູ່ໃນເຂດບາວາເຣຍ ທາງພາກໃຕ້ເຢຍຣະມັນ ທີ່ໄດ້ຖືກທໍາລາຍໂດຍນໍ້າຖ້ວມ ຍ້ອນຝົນຕົກແຮງ ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດນຶ່ງຄົນ ແລະະໜົນຫົນທາງໄດ້ກາຍເປັນຫ້ວຍ.
ທູດສັນຕິພາບຂອງສະຫະລັດ ທ່ານຊາລເມ ຄາລີຊາດ ຜູ້ຊຶ່ງຢູ່ທີ່ປະເທດກາຕ້າ ກ່ອນໜ້ານີ້ໄດ້ສະແດງຄວາມຫັວງເຖິງການຫຼຸດຜ່ອນຄວາມຮຸນແຮງ ແລະບາງທີອາດໃຫ້ມີການຢຸດຍິງກັນ ໃນລະຫວ່າງວັນພັກບຸນອີດ ອາລ-ອາດາ.
ພວກປະທ້ວງຫຼາຍກວ່າ 1,000 ຄົນ ໄດ້ເຂົ້າຮ່ວມໃນການເດີນຂະບວນ, ເຊິ່ງມາຮອດຕອນນີ້ ຕຳຫຼວດຍັງບໍ່ສາມາດເຮັດໃຫ້ເຂົາເຈົ້າສະຫລາຍອອກໄປໄດ້ເທື່ອ.
ອີງຕາມແຈ້ງການ ແຮງງານລາວທີ່ມີການລັກລອບມາແຕ່ສາມຫລ່ຽມຄໍາ, ມາເຖິງວັນທີ 18 ກໍລະກົດ ໄດ້ພົບກຸ່ມຄົນເຫລົ່ານັ້ນແລ້ວ ແລະກໍາລັງກັກໂຕຕາມຂັ້ນຕອນຢູ່.
ໂຫລດຕື່ມອີກ