ທ. ວິນຍາ ກ່າວວ່າ ຖ້າຫາກບໍ່ມີການແກ້ໄຂໃນຂັ້ນລັດຖະບານ ສຫລ ແລະພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ຊາວເອເຊຍອາເມຣິກັນທັງຫຼາຍ ມີຄວາມສະເໝີພາບແລະມີສ່ວນຮ່ວມຫຼາຍຂຶ້ນ ບັນຫານີ້ກໍຈະຍືດເຍື້ອຍາວນານໄປຫຼາຍຊົ່ວຄົນ.
ລາວໄດ້ຮັບການຊ່ອຍເຫຼືອຈາກອົງການແຮງງານສາກົນ ແລະລັດຖະບານເຢຍຣະມັນ ເປັນເງິນ 1 ລ້ານ 8 ແສນ ໂດລາ ເພື່ອເປັນເງິນອຸດໜຸນຊ່ວຍເຫຼືອແຮງງານລາວໃນໂຮງງານຕັດຫຍິບເສື້ອຜ້າ ຈາກຜົນກະທົບໂຄວິດ-19.
ຫົວໜ້ານິວເຄລຍຂອງ ອີຣ່ານ ໄດ້ເອີ້ນໄຟຟ້າມອດຢູ່ໂຮງງານນິວເຄລຍ ນາທານສ໌ ຂອງປະເທດໃນວັນອາທິດວານນີ້ວ່າ ເປັນການກະທຳ ກ່ຽວກັບ “ການກໍ່ການຮ້າຍດ້ານນິວເຄລຍ.”
ທ່ານ ແກັນສ໌ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ອິສຣາແອລ ເຫັນວ່າ ສະຫະລັດເປັນຄູ່ພາຄີເຕັມຮູບແບບໃນການປະຕິບັດການທົ່ວທຸກສະມໍລະພູມ ບໍ່ພຽງແຕ່ຢູ່ໃນອີຣ່ານ.”
ປະມານ 40 ເປີເຊັນຂອງການແທ້ງລູກໃນ ສະຫະລັດ ແມ່ນຖືກເຮັດຜ່ານການໃຫ້ຢາ, ແທນທີ່ຈະເປັນການຜ່າຕັດ.
ປະຊາກອນຂອງປະເທດໃນເຂດອາເມຣິກາໃຕ້ແຫ່ງດັ່ງກ່າວ ທີ່ໄດ້ສັກຢາວັກຊີນຢ່າງຄົບຖ້ວນແລ້ວ ມີຕໍ່າກວ່າ 3 ເປີເຊັນເທົ່ານັ້ນ.
ຂໍ້ຕົກລົງລະຫວ່າງບໍລິສັດ LG Energy Solution ແລະບໍລິສັດ SK Innovation ໄດ້ເຮັດໃຫ້ທີ່ທ່ານໄບເດັນບໍ່ຕ້ອງໄດ້ເຂົ້າໄປແຊກແຊງໃນການຂັດແຍ້ງຊຶ່ງມີກຳນົດໃຫ້ຈົບລົງໃນກາງຄືນຂອງວັນອາທິດວານນີ້.
ທ່ານຮາສ ແພນທ໌ ໃນນິວເດລີກ່າວວ່າ "ຈາກທັດສະນະຂອງປະເທດອິນເດຍ, ການຮັກສາຊ່ອງທາງການສື່ສານທີ່ເປີດກວ້າງກັບການທະຫານຂອງ ມຽນມາ ແມ່ນມີຄວາມສຳຄັນຫຼາຍ".
ທ່ານ ມັດຊູຢາມະ ອາຍຸ 29 ປີ ໄດ້ກາຍມາເປັນນັກກິລາກັອຟ ເອເຊຍຄົນທຳອິດ ແລະ ເປັນຄົນທຳອິດຈາຍີ່ປຸ່ນ ທີ່ໄດ້ຊະນະການແຂ່ງຂັນທີີມີຊື່ສຽງຢູ່ສະໂມສອນ ກິລາກັອຟ ແຫ່ງຊາດ ລັດຈໍເຈຍ ທາງພາກໃຕ້ຂອງສະຫະລັດ,
ກຸ່ມກໍ່ການຮ້າຍໂບໂກຮາຣໍາ ທີ່ໄດ້ນາບຂູ່ຕໍ່ຊາວໄນຈີເຣຍວ່າພວກເຂົາ ເຈົ້າຈະຕົກເປັນເປົ້າໝາຍ ຖ້າຫາກວ່າເຂົາເຈົ້າໃຫ້ ການຊ່ວຍເຫຼືອແກ່ບັນດາ ອົງການສາກົນຢູ່ທາງພາກຕາເວັນອອກສຽງເໜືອຂອງປະເທດ.
ໂຫລດຕື່ມອີກ