ທ່ານນາງຊາກິກ່າວຕື່ມວ່າ “ພວກເຮົາແມ່ນໃຫ້ການສະໜັບສະໜຸນຢ່າງແຂງຂັນຕໍ່ເຂົາເຈົ້າ. ແຕ່ນັ້ນແມ່ນການຕັດສິນໃຈ ທີ່ອົງການເນໂຕ້ຈະຕ້ອງໄດ້ເຮັດ.”
ທ່ານໂຈດີ ສຕິກເກີ ກ່າວຕໍ່ສານ ໃນວັນອັງຄານວານນີ້ວ່າ ຫລັງຈາກໄດ້ທົບທວນເບິ່ງວິດີໂອ ກ່ຽວກັບການຈັບກຸມທ້າວຟລອຍດ໌ ໃນປີກາຍນີ້ແລ້ວ, ທ່ານເຊື່ອວ່າ ມີການໃຊ້ "ກຳລັງແຮງເກີນຂອບເຂດ."
ຈີນ ມີກອງກຳລັງທະຫານ ທີ່ເຂັ້ມແຂງທີ່ສຸດ ພາຍໃນບັນດາ 6 ປະເທດ ທີ່ອ້າງເອົາກຳມະສິດ ຊຶ່ງໄດ້ກະຕຸ້ນໃຫ້ປະເທດອື່ນໆ ຫັນໄປຫາສະຫະລັດ ເພື່ອການສະໜັບສະໜຸນ.
ຄະນະສະເພາະກິດດັ່ງກ່າວ ໄດ້ອ້າງເຖິງ 3 “ໄວຣັສສາຍພັນໃໝ່ ທີ່ໜ້າເປັນຫ່ວງ” ວ່າອາດຍືດເຍື້ອ ແລະເຮັດການແຜ່ລະບາດຂອງໂຣກພະຍາດຮ້າຍແຮງຂຶ້ນ.
ຍານາງພູວຽງ ຣາດຊະພັກ ຢູ່ທີ່ເມືອງອັງໂຕນີ ໃນເຂດຊານນະຄອນຫຼວງປາຣີ ກ່າວເຖິງຄວາມບໍ່ສະດວກ ໃນການໄປມາ ໂດຍສະເພາະ ການທຳມາຫາກິນ ທີ່ບໍ່ເປັນປົກກະຕິ ຖືກກັກບໍ່ໃຫ້ອອກນອກບ້ານ ຍ້ອນໂຄວິດ-19.
ເຈົ້າຊາຍ ແຮມຊາ ກ່າວວ່າ “ໂດຍທີ່ຜ່ານການຄົ້ນຄິດມາໄດ້ສອງມື້ທີ່ຜ່ານມານີ້, ຂ້າພະເຈົ້າຂໍຍອມຖະຫວາຍຊີວິດເພື່ອພະມະຫາກະສັດ”.
ພວກປະທ້ວງກໍຍັງຄົງຝ່າຝືນທ່າມກາງການປະເຊີນກັບຄວາມຮຸນແຮງ ແລະໄດ້ພົບວິທີທາງທີ່ສ້າງສັນເພື່ອສືບຕໍ່ທຳການປະທ້ວງຂອງພວກເຂົາເຈົ້າ.
ຜູ້ບັນຊາການຕຳຫຼວດ ຂອງນະຄອນມິນເນອາໂປລິສ ໃຫ້ການໃນວັນຈັນວານນີ້ວ່າ ອະດີດເຈົ້າໜ້າທີ່ຕຳຫຼວດເດເຣັກ ໂຊວິນ ບໍ່ໄດ້ປະຕິບັດຕາມນະໂຍບາຍ ຂອງຫ້ອງການຕຳຫຼວດຂອງທ່ານເລີຍ.
ທ່ານເນດ ໄພຣສ໌ ໄດ້ກ່າວຕໍ່ກອງປະຊຸມຖະແຫຼງຂ່າວວ່າ ສະຫະລັດຄວນມີຄວາມເປັນຫ່ວງ ຍ້ອນຄວາມພະຍາຍາມໃດໆຂອງມົສກູ ທີ່ຈະຂົ່ມຂູ່ຢູເຄຣນ ບໍ່ວ່າມັນໄດ້ເກີດຂຶ້ນຢູ່ເຂດແດນຂອງຣັດເຊຍ ຫຼືຢູ່ພາຍໃນຢູເຄຣນ.
ບົດແກ້ໄຂລັດຖະທຳມະນູນ ແມ່ນເລີ້ມມີຂຶ້ນໃນເດືອນມັງກອນປີ 2020 ໂດຍຜູ້ນຳຣັດເຊຍ ວັຍ 68 ປີ ຜູ້ທີ່ໄດ້ເຂົ້າບໍລິຫານປະເທດ ໃນຖານະນາຍົກລັດຖະມົນຕີ ຫຼືປະທານາທິບໍດີ ມາແຕ່ທ້າຍປີ 1999.
ໂຫລດຕື່ມອີກ