ໄຂ່ທັງຫຼາຍໄດ້ຖືກຂຽນຄຳຂວັນໃສ່ເຊັ່ນວ່າ “ການປະຕິວັດລະດູບານໃໝ່” ແລະ “ພວກເຮົາຕ້ອງຊະນະ” ພ້ອມດ້ວຍຮູບແຕ້ມຂອງການຄໍານັບດ້ວຍສາມນິ້ວນັ້ນ ແມ່ນຢູ່ໃນມືຂອງພວກປະທ້ວງຫຼາຍພັນຄົນໃນທົ່ວມຽນມາ.
ໂຄສົກຄົນນຶ່ງຂອງອົງການບັນເທົາທຸກໄພທຳມະຊາດ ກ່າວວ່າ ມີຢ່າງໜ້ອຍ 42 ຄົນຍັງຫາຍສາບສູນ ແລະອີກຫຼາຍໆຮ້ອຍຄົນ ຖືກບັງຄັບໃຫ້ຍົກຍ້າຍໜີໄປຈາກເຮືອນຊານຂອງພວກເຂົາເຈົ້າ.
ບັນດາເຈົ້າໜ້ານທີ່ຂອງອັຟການິສຖານ ໄດກ້າວວ່າ ແຮງລະເບີດໄດ້ສັງຫານ ທະຫານຮັກສາຄວາມປອດໄພຢ່າງໜ້ອຍສາມຄົນ ແລະອີກຫຼາຍສິບຄົນໄດ້ຮັບບາດເຈັບ.
ເຈົ້າໜ້າທີ່ທ່ານນຶ່ງກ່າວວ່າ “ກໍາລັງທະຫານຂອງຣັດເຊຍ ແລະລາວຮ່ວມກັນສ້າງສະໜາມບິນ ໃໝ່ແຫ່ງນີ້ ເຊິ່ງຈະມີຂະໜາດໃຫຍ່ກວ່າ ສະໜາມບິນທີ່ມີຢູ່ແລ້ວ ແລະຈະແບ່ງອອກເປັນສອງເຂດ ທີ່ແຕກຕ່າງກັນ.”
ຈີນ ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະຊ່ວຍບັນດາປະເທດ ໃນເຂດເອເຊຍອາຄະເນ ດ້ວຍການແຈກຢາຍຢາວັກຊີນ ກັນໂຄວິດ-19 ພື້ນຖານໂຄງລ່າງ ແລະການຄ້າ.
ເຮືອນໍາທ່ຽວສໍາລັບແຂກພິເສດຫລົ້ມ ທີ່ອ່າງນໍ້າງື່ມໃນເວລາປະມານ 10:20 ນາທີຕອນເຊົ້າຂອງວັນອາທິດວານນີ້ຫລັງ ຈາກລ່ອງເຮືອ ອອກໄປຈາກແຄມຝັ່ງ 400 ແມັດຫລື 20 ນາທີ ຊຶ່ງເຮັດໃຫ້ 8 ຄົນເສຍຊີວິດ.
ການພົບປະເຈລະຈາດັ່ງກ່າວ ໄດ້ມີຂຶ້ນທ່າມກາງ ທີ່ມີຄວາມເຫັນແຕກຕ່າງກັນ ທີ່ສຳຄັນ ກ່ຽວກັບນະໂຍບາຍຕໍ່ເກົາຫຼີເໜືອ ລະຫວ່ງວໍຊິງຕັນ ໂຊລ ແລະໂຕກຽວ ອີງຕາມຄຳເວົ້າຂອງພວກນັກວິເຄາະ.
ສະພາຄວາມໝັ້ນຄົງ ຂອງສະຫະປະຊາຊາດ ຍັງໄດ້ຮຽກຮ້ອງໃຫ້ທະຫານ “ໃຊ້ຄວາມອົດກັ້ນທີ່ສຸດ” ແລະໃນທຸກດ້ານ ເພື່ອ “ຫລີກລ້ຽງການໃຊ້ຄວາມຮຸນແຮງ.”
ຢູ່ປະເທດໂມຊໍາບິກ ຫຼາຍກວ່າ 8,000 ຄົນ ບໍ່ມີທີ່ພັກພາອາໄສ ຫຼາຍສິບຄົນໄດ້ຖືກຂ້າຕາຍ ແລະອີກຫຼາຍໆຄົນຍັງຫາຍສາບສູນ ຫຼັງຈາກໄດ້ມີໂຈມຕີ ແບບປະສານງານ ໃສ່ເມືອງປາລມາ ໃນວັນທີ 24 ມີນາທີ່ຜ່ານມາ.
ໃນຕົວເມືອງໃຫຍ່ທີ່ສຸດ ຂອງປະເທດບຣາຊິລນັ້ນ ພວກຂຸດຂຸມຝັງສົບ ໄດ້ຂຸດເອົາຊາກສົບອອກຈາກຂຸມຝັງສົບເກົ່າ ເພື່ອຫາບ່ອນຝັງຜູ້ປະສົບເຄາະຮ້າຍ ຈາກໄວຣັສໂຄໂຣນາລາຍໃໝ່ຫລ້າສຸດ.
ໂຫລດຕື່ມອີກ