ບັນດາສະມາຊິກສະພາ ສະຫະລັດ ຈະສາບານຕົວເປັນຜູ້ພິພາກສາ ແລະ ຄະນະຕຸລາການ ໃນຄະດີຟ້ອງຮ້ອງ ອະດີດປະທານາທິບໍດີ ດໍໂນລ ທຣຳ ໃນວັນອັງຄານມື້ນີ້.
ຜູ້ກວດກາອິດສະຫຼະ ທີ່ກະຊວງຍຸຕິທຳສະຫະລັດ ກ່າວວ່າ ທ່ານກຳລັງສືບສວນວ່າ ມີຜູ້ໃດໃນກະຊວງດັ່ງກ່າວ ໄດ້ໄປ “ກ່ຽວຂ້ອງກັບຄວາມພະຍາຍາມ ທີ່ບໍ່ຖືກຕ້ອງ” ເພື່ອຕ່າວປີ້ນໄຊຊະນະ ຂອງປະທານາທິບໍດີໂຈ ໄບເດັນ.
ທ່ານສີ ຈິ້ນຜິງ ກ່າວຕໍ່ກອງປະຊຸມເສດຖະກິດໂລກ ທາງອອນລາຍນ໌ວ່າ “ໂລກທີ່ມີການແບ່ງແຍກ ບໍ່ສາມາດທີ່ຈະແກ້ໄຂບັນຫາທ້າທາຍ ທີ່ພວມມີຂຶ້ນກັບມະນຸດຊາດ ແລະການປະເຊີນໜ້າ ຈະນຳມະນຸດຊາດໄປສູ່ທາງຕັນ.”
ທ່ານນາງເມກຂະລີ ໄດ້ກ່າວຕໍ່ວີໂອເອລາວວ່າ ພວກຮ້ານອາຫານ ທຸລະກິດຕ່າງໆ ຕະຫຼອດເຖິງສະຖານຫຼິ້ນການພະນັນ ຫຼື ກາຊີໂນຈຳນວນນຶ່ງ ກໍຕ້ອງໄດ້ປິດກິດຈະການ ແຕ່ກາຊີໂນໃຫຍ່ບາງແຫ່ງ ກໍຍັງດຳເນີນທຸລະກິດ ຕໍ່ໄປຢູ່.
ເກີດການປະທະກັນ ລະຫວ່າງທະຫານອິນເດຍ ແລະຈີນ ເທື່ອຫລ້າສຸດ ທ່າມກາງຄວາມເຄັ່ງຕຶງ ມາເປັນເວລາແປດເດືອນ ລະຫວ່າງພວກທະຫານຂອງປະເທດທັງສອງ .
ໃນອາທິດຜ່ານມານີ້ ມີກໍາມະກອນລາວ 170 ກວ່າຄົນ ໄດ້ເດີນທາງກັບຄືນປະເທດແລ້ວ ແລະອີກຫລາຍຮ້ອຍຄົນໃນຂະແໜງປະມົງຖືກຕົກງານ ແລະລໍຄອຍການອະນຸມັດ ຈາກລັດຖະບານລາວໃຫ້ກັບຄືນບ້ານ.
ກ່ອນອອກຈາກຕຳແໜ່ງ ໃນອາທິດແລ້ວນີ້, ປະທານາທິບໍດີ ດໍໂນລ ທຣຳ ໄດ້ ຍົກຍ້ອງຄວາມພະຍາຍາມລັດຖະບານຂອງທ່ານ ໃນການຕໍ່ສູ້ກັບໂຣກລະບາດ.
ຂ່າວດັ່ງກ່າວມີຂຶ້ນ ໃນຂະນະທີ່ໂລກ ແມ່ນໃກ້ຈະເຖິງ 100 ລ້ານກໍລະນີຕິດເຊື້ອໄວຣັສໂຄວິດ-19 ອີງຕາມສູນກາງຊັບພະຍາກອນດ້ານໄວຣັສໂຄໂຣນາ ຂອງຈອນສ໌ ຮັອບກິນສ໌. ມີຫຼາຍກວ່າ 2 ລ້ານຄົນ ໄດ້ເສຍຊີວິດຍ້ອນໄວຣັສ.
ອົງການຂ່າວ ຣອຍເຕີ ໄດ້ເປັນຜູ້ທຳອິດ ທີ່ລາຍງານການຕັດສິນໃຈຂອງທ່ານ ໄບເດັນ ທີ່ຈະເພີ່ມ ອາຟຣິກາໃຕ້ ເຂົ້າໃນລາຍຊື່.
ທ່ານໂລເປັສ ໂອບຣາດໍ ອາຍຸ 67 ປີ ໄດ້ເປັນຜູ້ທີ່ຖືກຕຳໜິມາຍາວນານ ສຳລັບການບໍ່ເປັນແບບຢ່າງຂອງການປ້ອງກັນທີ່ດີ ໃຫ້ແກ່ມະຫາຊົນ, ທ່ານບໍ່ຄ່ອຍເຫັນໃສ່ໜ້າກາກເລີຍ.
ທ່ານຣູບຽວກ່າວເພີ້ມອີກວ່າ “ນີ້ບໍ່ແມ່ນການໄຕ່ສວນຄະດີທາງອາຍາ." “ນີ້ເປັນຂະບວນການທາງການເມືອງ ແລະຈະເຮັດໃຫ້ການແບ່ງແຍກເຫຼົ່ານີ້ ທີ່ເຮັດໃຫ້ປະເທດເປັນອຳມະພາດຢູ່ແລ້ວ ຍິ່ງຮ້າຍແຮງຂຶ້ນ."
ເລຂາທິການ ສຳນັກງານຊັບພະຍາກອນນ້ຳ ຂອງໄທ ກ່າວວ່າ “ທັງສຳນັກງານຂອງພວກເຮົາ ແລະຄະນະແມ່ນ້ຳຂອງສາກົນ ຕ່າງກໍສະຫຼຸບວ່າ ຂໍ້ມູນທີ່ຢູ່ໃລາຍງານສະບັບໃໝ່ ຍັງບໍ່ພຽງພໍ ຈະຕ້ອງມີການສຶກສາເພີ້ມຕື່ມ.”
ໂຫລດຕື່ມອີກ