ແພດທີ່ບໍ່ປະສົງອອກຊື່ຄົນນຶ່ງ ຜູ້ທີ່ໄດ້ປິ່ນປົວຜູ້ປະທ້ວງ ຢູ່ໂຮງໝໍ ເນປີດໍ ໄດ້ກ່າວຕໍ່ວີໂອເອພະແນກພາກສາ ມຽນມາ ວ່າ ຜູ້ປະທ້ວງຢ່າງໜ້ອຍສອງຄົນ ມີບາດແຜ ຈາກສິ່ງທີ່ທ່ານເຊື່ອວ່າ ເປັນລູກປືນແທ້.
ທ່ານເອັມບາເຣັກ ໄດ້ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ກ່ຽວກັບທິດສະດີທີ່ວ່າ ໄວຣັສຮົ່ວໄຫລອອກມາ ຈາກຫ້ອງວິໄຈ ແມ່ນບໍ່ໜ້າເປັນໄປໄດ້ເລີຍ ແລະວ່າ ທີມງານຂອງທ່ານ ຈະບໍ່ສືບສວນມັນອີກຕໍ່ໄປ.
ທຳນຽບຂາວ ກ່າວໃນວັນອັງຄານວານນີ້ວ່າ ຢາວັກຊີນປ້ອງກັນພະຍາດໂຄວິດ-19 ຈະຖືກແຈກຢາຍໃຫ້ສູນດູແລສຸຂະພາບ ຂອງປະຊາຄົມ ໃນທົ່ວສະຫະລັດ ໃນອາທິດໜ້ານີ້.
ທ່ານໂຊຈິນ ລິມ ນັກວິເຄາະກ່ຽວກັບເກົາຫຼີ ຢູ່ທີ່ມະຫາວິທະຍາໄລ Central Lancashire ຂອງອັງກິດ ກ່າວວ່າ ການນຳສະແດງຄວາມເຂັ້ມແຂງທາງທະຫານ ສ່ວນນຶ່ງແມ່ນເພື່ອຕອບໂຕ້ ຕໍ່ການປ່ຽນລັດຖະບານຢູ່ທີ່ວໍຊິງຕັນ.
ທ້າວປາຣິດ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ການດຳເນີນຄະດີຕໍ່ພວກເຮົາ ແມ່ນການນຳໃຊ້ກົດໝາຍເພື່ອກີດກັນເສລີພາບໃນການສະແດງອອກຂອງພວກເຮົາ.”
ບັນດາຜູ້ອາວຸໂສ ລາວອາເມຣີກັນ ຢູ່ເມືອງເຊນປີເຕີສະເບິກ ລັດຟລໍຣິດາ ປະສົບກັບບັນຫາໃນການລົງທະບຽນ ສັກຢາວັກຊີນທາງອອນລາຍ ເພາະບໍ່ຮູ້ຈັກໃຊ້ຄອມພິວເຕີ ບໍ່ຮູ້ພາສາ ພ້ອມທັງການໄປມາ ກໍບໍ່ສະດວກ.
ການເດີນຂະບວນປະທ້ວງຍັງໄດ້ຖືກຈັດຕັ້ງຂຶ້ນຢູ່ໃນນະຄອນຢ້າງກຸງ ແລະມັນດາເລນຳດ້ວຍ. ອົງການຂ່າວຕ່າງໆກ່າວວ່າ ພວກປະທ້ວງໄດ້ຖືກຊີດນ້ຳໃສ່ດ້ວຍທໍ່ຊີດນ້ຳຄວາມແຮງສູງຢູ່ ໃນທັງສາມເມືອງດັ່ງກ່າວ.
ແຕ່ ຜົນໄດ້ຮັບບໍ່ວ່າມັນຈະອອກມາເປັນແນວໃດກໍ່ຕາມ, ທ່ານທຣໍາກໍຢືນຢູ່ຄົນດຽວ ໃນປະຫວັດສາດສະຫະລັດ ທີ່ມີມາຫຼາຍກວ່າສອງສັດຕະວັດ ໃນນາມທີ່ວ່າເປັນປະທານາທິບໍດີຄົນດຽວເທົ່ານັ້ນ ທີ່ຖືກຟ້ອງຮ້ອງສອງຄັ້ງ.
ຂໍ້ຄວາມບາງສ່ວນຂອງສິ່ງທີ່ທ່ານທຣຳ ໄດ້ກ່າວໄປໃນວັນທີ 6 ມັງກອນ: “ແລະພວກເຮົາຕໍ່ສູ້. ພວກເຮົາຕໍ່ສູ້ຄືກັບນະຮົກ. ແລະຖ້າເຈົ້າບໍ່ຕໍ່ສູ້ຄືກັບນະຮົກ ເຈົ້າກໍຈະບໍ່ມີປະເທດອີກຕໍ່ໄປ.”
ຜູ້ນຳທັງສອງທ່ານ ບໍ່ໄດ້ກ່າວເຖິງການປະທ້ວງ ທີ່ກໍາລັງດໍາເນີນໄປ ຂອງຊາວກະສິກອນຢູ່ໃນອິນເດຍ ທີ່ໄດ້ຄອບງຳວົງການຂ່າວຂອງອິນເດຍ ເປັນເວລາຫລາຍເດືອນແລ້ວນັ້ນເລີຍ.
ກະຊວງການຕ່າງປະເທດສະຫະລັດ ກໍໄດ້ໃຫ້ຄວາມເຫັນທີ່ສະທ້ອນເຖິງຂໍ້ຄວາມດັ່ງກ່າວ ແລະຢ້ຳວ່າ ສະຫະລັດພວມປຶກສາຫາລືບັນຫານີ້ກັບພັນທະມິດແທນທີ່ຈະເປີດການໂອ້ລົມໂດຍກົງກັບເຕຫະຣ່ານ.
ຫຼັງຈາກຕົກລົງກັນໄດ້ບໍ່ດົນ, ຈີນ ປາກົດວ່າໄດ້ຫ້າມໃຊ້ ແອັບພລີເຄຊັ້ນ ສຽງທີ່ໄດ້ຮັບຄວາມນິຍົມ ແລະ ຕ້ອງໄດ້ຖືກເຊີນເທົ່ານັ້ນ ທີ່ເອີ້ນວ່າ Clubhouse.
ໂຫລດຕື່ມອີກ