ປະທານາທິບໍດີຂອງປະເທດດັ່ງກ່າວ ໄດ້ກ່າວວ່າ ໄຟໄໝ້ນັ້ນອາດເກີດຈາກຊາວບ້ານພາກັນເຜົາທົ່ງຫຍ້າຢູ່ອ້ອມຮອບບໍລິເວນຄ້າຍທະຫານນັ້ນ ກໍເປັນໄດ້.
ທ່ານໄບເດັນ ໄດ້ສັ່ງໃຫ້ໜ່ວຍງານຕ່າງໆ ຂອງລັດຖະບານ ຂະຫຍາຍການເຂົ້າເຖິງການລົງທະບຽນ ຂອງຜູ້ປ່ອນບັດ ແລະຂໍ້ມູນກ່ຽວກັບການເລືອກຕັ້ງ ແລະໃຫ້ພະນັກງານລັດຖະບານກາງ ມີເວລາພັກ ເພື່ອໄປລົງຄະແນນສຽງ.
ອົງການຄຸ້ມຄອງຄວາມປອດໄພທາງທະເລ ຂອງຈີນ ປະກາດໃນເດືອນແລ້ວນີ້ວ່າ ການຊ້ອມລົບຈະມີຂຶ້ນແຕ່ວັນທີ 1 ຫາ 31 ມີນາ ຢູ່ໃນທະເລຈີນໃຕ້ ແລະຈະມີຂຶ້ນ ຢູ່ທາງກ້ຳຕາຂອງແຫຼມໄຫຼໂຈວ.
ສະຫະພາບຢູໂຣບ ຕຽມພ້ອມທີ່ຈຮ້ອງຂໍຕໍ່ວໍຊິງຕັນ ເພື່ອໃຫ້ເປັນທີ່ແນ່ນອນວ່າ ບັນດາປະເທດຢູໂຣບໄດ້ຮັບຢາວັກຊີນ ອາສຕຣາເຊເນກາ ພຽງພໍຕາມທີ່ເຂົາເຈົ້າຍັງຕ້ອງການ.
ຄວາມກ້າວໜ້າຂອງບັນດາແມ່ຍິງອາເມຣິກັນເຊື້ອສາຍລາວ ໄດ້ພິສູດໃຫ້ເຫັນໃນຫຼາຍໆດ້ານ ເຊັ່ນດ້ານການສຶກສາ, ອາຊີບ ວຽກງານທີ່ດີ ທຽບເທົ່າກັບເພດຊາຍ ແລະຄົນອາເມຣິກັນເຊື້ອສາຍອື່ນໆ.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢືນຢັນວ່າ ແຜນການພັດທະນາເສດຖະກິດ ແລະສັງຄົມໄລຍະ 5 ປີ ຄາດໝາຍການຂະຫຍາຍໂຕ ທາງເສດຖະກິດໄວ້ ທີ່ອັດຕາສະເລ່ຍ 4 ເປີເຊັນຕໍ່ປີ.
ກຳລັງຮັກສາຄວາມສະຫງົບ ໄດ້ລະດົມຍິງເຂົ້າໃສ່ ແລະທັບມ້າງການເດີນຂະບວນປະທ້ວງ ດ້ວຍລະເບີດນ້ຳຕາ ທີ່ນະຄອນຢ່າງກຸ້ງ ແລະເມືອງມອນນີວາ ໃນພາກກາງຂອງປະເທດ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.
ເຈົ້າໜ້າທີ່ປ້ອງກັນປະເທດ ກ່າວຕໍ່ວີໂອເອວ່າ ການຮ້ອງຂໍດັ່ງກ່າວ ແມ່ນກຳລັງໄດ້ຮັບການພິຈາລະນາຢູ່ ທະຫານພວກນີ້ ມີກໍານົດວ່າ ຈະຖອນອອກໄປ ຈາກພື້ນທີ່ຫໍລັດຖະສະພາ ໃນວັນທີ 12 ມີນາຈະມາເຖິງນີ້.
ເວລານີ້ ມີຫຼາຍກວ່າ 40 ປະເທດແລ້ວ ໄດ້ສະແດງຄວາມສົນໃຈ ກ່ຽວກັບຢາໂຄວັກຊີນ ຂອງອິນເດຍ ຮວມທັງບາຫ໌ເຣນ ມາລດິບ ມົງໂກເລຍ ມຽນມາ ແລະຟີລິບປິນ.
ໂຫລດຕື່ມອີກ