ແຕ່ແນວໃດກໍຕາມ ຜູ້ນຳສຽງສ່ວນຫຼາຍ ໃນສະພາສູງ ທີ່ສັງກັດພັກຣິີພັບບລີກັນ ທ່ານມິດຈ໌ ແມັກຄອນແນລ ກໍເຫັນພ້ອມ ກັບການຊັ່ງຊາຕີລາຄາຂອງທ່ານທຣຳ ທີ່ວ່າການໃຊ້ສິດຢັບຢັ້ງຂອງທ່ານ ຈະຖືກລົບລ້າງ.
ທ່ານ ໄບເດັນ ໄດ້ຕັ້ງເປົ້າໝາຍ ທີ່ຈະສັກຢາ 100 ລ້ານຫຼອດ ຫຼັງຈາກທ່ານເຂົ້າຮັບຕຳແໜ່ງ ໃນລະຫວ່າງ 100 ວັນທຳອິິດ ໃນຖານະເປັນປະທານາທິບໍດີ.
ອີງຕາມໂຕເລກ ທີ່ເກັບກຳໂດຍມະຫາວິທະຍາໄລຈອນສ໌ ຮອບກິນສ໌ ແລ້ວ ລັດຄາລີຟໍເນຍ ມີຜູ້ຕິດໂຄວິດ-19 ທີ່ໄດ້ຮັບການຢືນຢັນ 2,192,694 ກໍລະນີ ຮວມທັງຜູ້ເສຍຊີວິດ 24,419 ຄົນ.
ສະຫະພາບ ຢູໂຣບ ໄດ້ສົ່ງການຊ່ວຍເຫຼືອ ໄປໃຫ້ໃນວັນພຸດມື້ນີ້ ດ້ວຍຫົວໜ້າການປະຕິບັດການສຸກເສີນສະຫະພາບ ຢູໂຣບ ທ່ານ ຢາເນັສ ເລນາຊິຈ ມີກຳນົດທີ່ຈະໄປຢ້ຽມຢາມເມືອງ ເປທຣິນຈາ.
ຖະແຫລງການ ຂອງກຸ່ມຕາລີບານເຕືອນວ່າ “ຄວາມປາດຖະໜາ ຂອງພວກທີ່ນຳສະເໜີ ແລະພວກຜູ້ຊົມງານສະແດງນາຍແບບ ແລະນາງແບບ ຈະຖືກທຳລາຍ ຕາມຄວາມປະສົງຂອງພະເຈົ້າ.”
ບັງກລາແດັສ ໄດ້ຍົກຍ້າຍຊາວອົບພະຍົບໂຣຮິງຢາ ກຸ່ມທີສອງ ໄປເກາະທີ່ຕໍ່າໃນອ່າວເບັງກາລ, ເຖິງແມ່ນວ່າຈະມີການຄັດຄ້ານຢ່າງແຂງຂັນ ຈາກນັກເຄື່ອນໄຫວ ດ້ານສິດທິມະນຸດສາກົນກໍຕາມ.
ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ເປັນປະທານກອງປະຊຸມຂອງຄະນະກົມການເມືອງ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ທີ່ຄາດວ່າ ຈະກຳນົດເປົ້າໝາຍທາງດ້ານເສດຖະກິດ ແລະການເມືອງໃໝ່.
ຫົວຫນ້າໂຄງການ CLEAN ທ. Alex Dahan ໄດ້ກ່າວວ່າ ມື້ນີ້ພວກເຮົາໄດ້ລົງມື ເຮັດຕາມຄວາມໝາຍໝັ້ນຕໍ່ອຸດສາຫະກຳມັນຕົ້ນ ທີ່ມີທ່າແຮງຂອງການສົ່ງອອກ ປະມານ 200 ລ້ານໂດລາ ຂອງອຸດສາຫະກໍາການສົ່ງອອກ.
ໂຫລດຕື່ມອີກ