ໂຄສົກກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ ໄດ້ກ່າວວ່າ ເອກອັກຄະລັດຖະທູດທີ່ໄດ້ຮັບການຢືນຢັນຈາກສະພາສູງ ຈະເປັນຫົວໜ້າກົມດັ່ງກ່າວນັ້ນ.
ທັງສາມທ່ານ “ໄດ້ສືບຕໍ່ທີ່ຈະທຳຄວາມກ້າວໜ້າ” ແລະ ໄດ້ຕົກລົງທີ່ຈະ “ຕິດຕໍ່ກັນຢ່າງໃກ້ຊິດ ແລະ ສະມາຊິກຄົນອື່ນໆຜູ້ທີ່ໄດ້ເຮັດວຽກຢ່າງໜັກ ກ່ຽວກັບ ການເຈລະ ຈາດັ່ງກ່າວນີ້.”
ໃນວັນຈັນມື້ນີ້ ນັກລົງທຶນມີຄວາມຍິນດີໃນການປະກາດວ່າ ການປະຕິບັດການຂອງ ເສິນເຈີ້ນ (Shenzhen) “ໄດ້ກັບມາດໍາເນີນງານ ແລະທໍາການປະຕິບັດຕໍ່ຫລາຍກວ່າ 10 ໂຄງການຢູ່ໃນ 6 ຂົງເຂດ.”
ນາຍົກລັດຖະມົນຕີ ຊູດານ ທ່ານ ອັບດາລລາ ຮາມດັອກ ແມ່ນໄດ້ຖືກກັກຂັງຢູ່ໃນບ້ານໃນສິ່ງທີ່ປາກົດວ່າຈະເປັນການກໍ່ລັດຖະປະຫານທະຫານ.
ພວກລູກເຮືອທັງໝົດຈຳນວນ 16 ຄົນໄດ້ຖືກຍົກຍ້າຍອອກຈາກກຳປັ່ນ ໂດຍມີເຫຼືອອີກຢູ່ 5 ຄົນທີ່ຍັງຢູ່ເທິງກຳປັ່ນ.
ພາຍໃຕ້ການນຳພາຂອງຮອງນາຍົກລັດຖະມົນຕີທີ່ມີອຳນາດຂອງໄທ, ທ່ານ ປຣະວິດ ວົງສຸວັນ ຄະນະກຳມະການສິ່ງແວດລ້ອມແຫ່ງຊາດ ອະນຸມັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການຜັນແມ່ນ້ຳຢວມ.
ໃນການປະກາດຂອງຕົນນັ້ນອົງການນິລະໂທດກຳກ່າວວ່າຫ້ອງການໃນທ້ອງຖິ່ນຂອງຕົນຈະປິດໃນວັນທີ 31 ຕຸລາ ໃນຂະນະທີ່ຫ້ອງການປະຈຳພາກພື້ນຈະ ຍ້າຍອອກ “ພາຍໃນທ້າຍປີ 2021”.
ອັງກິດຕັ້ງງົບປະມານໃຊ້ຈ່າຍແນໃສ່ການເພີ້ມໃນສິ່ງທີ່ເອີ້ນວ່າ ການເລືອກການປິ່ນປົວໃນການບໍລິການດ້ານ ສຸຂະພາບແຫ່ງຊາດ ຫຼື NHS ເຊັ່ນການສະແກນ ແລະຂະບວນການທີ່ບໍ່ສຸກເສີນ ໂດຍ 30 ເປີເຊັນ. ພາຍໃນປີການເງິນ 2024/25.
"ກໍ່ໃຊ້ຊີວິດຕາມປົກກະຕິ ເວັ້ນໄລຍະຫ່າງ ແລ້ວກໍໃສ່ໜ້າກາກ, ລູກກໍໄປໂຮງຮຽນປົກກະຕິ, 12 ປີລົງມາແມ່ນບໍ່ໄດ້ໃສ່ໜ້າກາກ, ພະຍາຍາມປັບໂຕເຂົ້າຫາມັນ ບໍ່ແມ່ນໃຫ້ມັນປັບໂຕເຂົ້າຫາເຮົາ, ເພື່ອດໍາລົງຊີວິດໃຫ້ມັນລາບລື່ນ."
ທ່ານຄຳພັນ ສິດທິຄຳພາ ເຈົ້າແຂວງວຽງຈັນກ່າວວ່າ ການຄົມມະນາຄົມ ຂົນສົ່ງທີ່ສະດວກວ່ອງໄວຫຼາຍຂຶ້ນ ໂດຍ ສະເພາະການເປີດໃຊ້ທາງດ່ວນ ຈາກນະຄອນຫຼວງວຽງຈັນ ມາເຖິງເມືອງວັງວຽງ ນັບທ້າຍປີ 2020 ເປັນຕົ້ນມາ .
ໂຫລດຕື່ມອີກ