ທ່ານບລິງເກັນ ໄດ້ຕົກລົງ ທີ່ຈະໄປໃຫ້ການ ຕໍ່ຄະນະກຳມະການ ຄວາມສຳພັນກັບຕ່າງປະເທດຂອງສະພາສູງ ໃນວັນອັງຄານ ອາທິດໜ້າ.
ຫົວໜ້າອົງການມະນຸດສະທຳ ສະຫະປະຊາຊາດ ພົບກັບເຈົ້າໜ້າທີ່ລະດັບສູງ ຂອງກຸ່ມຕາລິບານ ໃນອາທິດນີ້ ເພື່ອຂໍການຮັບປະກັນ ຫາຍໆຢ່າງ.
ທ່ານໄບເດັນກ່າວຕື່ມອີກວ່າ "ພວກເຮົາບໍ່ສາມາດເຮັດໃຫ້ມັນກັບຄືນມາໄດ້ຫຼາຍ, ແຕ່ພວກເຮົາສາມາດປ້ອງກັນບໍ່ໃຫ້ມັນຮ້າຍແຮງກວ່າເກົ່າໄດ້."
ນາຍົກລັດຖະມົນຕີຈາຊິນດາ ອາຣເດີນ ໄດ້ກ່າວໃນວັນຈັນຜ່ານມານີ້ ວ່າ ລະດັບການເຕືອນໄພໃນທົ່ວປະເທດ ຈະຫລຸດລົງ ສູ່ລະດັບ 2 ໂດຍຈະອະນຸຍາດໃຫ້ໂຮງຮຽນ ທຸລະກິດ ແລະຫ້ອງການທັງຫຼາຍນັ້ນ ເປີດຄືນໃໝ່ໄດ້.
ອີງຕາມຄຳປະກາດ ຂອງລັດຖະບານຝຣັ່ງ ບໍ່ວ່າຈະເປັນປະຊາຊົນຝຣັ່ງ ແລະນັກທ່ອງທ່ຽວ ເວລານີ້ທຸກຄົນ ຕ້ອງໄດ້ຕຽມສະເໜີ ໜັງສືສັກຢາວັກຊີນ ຍົກເວັ້ນເດັກນ້ອຍອາຍຸ 12 ປີລົງມາ.
ມີພວກນັກໂທດທີ່ຖືກຂັງຢູ່ໃນຄຸກ ຫຼາຍກວ່າ 2 ພັນຄົນ ທີ່ຄຸກຕານເກີຣັງ ຊຶ່ງມັນໄດ້ຖືກສ້າງຂຶ້ນ ເພື່ອຂັງນັກໂທດພຽງແຕ່ 600 ຄົນເທົ່ານັ້ນ ໂດຍຢູ່ໃນເຂດ ຊີ້ ມີນັກໂທດ 122 ຄົນ ທີ່ຖືກຂັງຢູ່ທີ່ນັ້ນ.
ກຸ່ມຕາລີບານໄດ້ເຂົ້າຍຶດເອົາເມືອງເອກຂອງແຂວງ ແລະເຂດຄຸ້ມຢູ່ອາໄສຂອງເຈົ້າແຂວງ ຢູ່ໃນຮ່ອມພູດັ່ງກ່າວ ແລະໄດ້ເອົາວິດີໂອ ກ່ຽວກັບນັກລົບຂອງເຂົາເຈົ້າ ຢູ່ໃນເມືອງເອກນັ້ນ ອອກໃຫ້ຄົນເບິ່ງ.
ໂຄສົກຂອງກຸ່ມຕາລີບານ ທ້າວຊາບີບູລາ ມູຈາຮີດ ໄດ້ກ່າວຕໍ່ບັນດານັກຂ່າວ ໃນນະຄອນຫຼວງກາບູລ ວ່າ ຄະນະຜູ້ແທນຈາກອິສລາມາບັດ ໄດ້ເດີນທາງໄປຢ້ຽມຢາມປະເທດ ໃນທ້າຍອາທິດຜ່ານມາ ເພື່ອປຶກສາຫາລືກັນ.
ນອກຈາກການປະຊຸມຂອງພວກເພິ່ນ ກັບທ່ານອາລ ທານີ ແລະທ່ານຄາລີດ ບິນ ໂມຮໍາມັດ ອາລ ອັດທີຢາແລ້ວ ທ່ານບລິງເກັນ ແລະທ່ານອອສຕິນ ຍັງໄດ້ໄປເລາະເບິ່ງສູນດໍາເນີນຂັ້ນຕອນ ສົ່ງຜ່ານພວກຍົກຍ້າຍຢູ່ໃນໂດຮາ.
ເກົາຫຼີເໜືອບໍ່ເຄີຍລາຍງານ ກ່ຽວກັບກໍລະນີໄວຣັສໂຄໂຣນາ ທີ່ໄດ້ຮັບການຢືນຢັນໃດໆ ແລະກໍບໍ່ເຄີຍໃຫ້ການຊີ້ແຈງໃຫ້ຊາບວ່າ ແມ່ນຫຍັງຄືວິກິດການ ຫຼືຄວາມຜິດພາດເຫຼົ່ານັ້ນ.
ມຽນມາຍັງມີການຕໍ່ສູ້ກັນ ຫລັງຈາກການເຮັດລັດຖະປະຫານ ຢຶດອໍານາດລັດຖະບານ ທີ່ມາຈາກການເລືອກຕັ້ງ ຕາມລະບອບປະຊາທິປະໄຕ ເມື່ອວັນທີ 1 ກຸມພາ.
ໂຫລດຕື່ມອີກ