ລັດຖະບານເອທິໂອເປຍ ໄດ້ກ່າວຫາກຳລັງຂອງພວກທິເກຣ ໃນວັນຈັນວານ ນີ້ວ່າໄດ້ປະ ຕິບັດງານການສັງຫານ ແລະທຳລາຍຊັບສິນໃນລະດັບກວ້າງໃຫຍ່.
ໃນວັນອັງຄານມື້ນີ້ ຊາວເວີຈີເນຍ ທີ່ມີສິດອອກສຽງທັງຫຼາຍຈະພາກັນອອກໄປ ປ່ອນບັດເລືອກເອົາຜູ້ປົກຄອງລັດ, ຮອງຜູ້ປົກຄອງລັດ ແລະ ໄອຍະການສູງສຸດຂອງລັດເວີຈີເນຍ.
ບັນດາຜູ້ນຳກຸ່ມ 20 ປະເທດ ຫຼື G-20 ທີ່ປະຊຸມກັນໃນນະຄອນຫຼວງ ໂຣມ ປະເທດ ອິຕາລີ ໄດ້ຕົກລົງທີ່ຈະເຮັດວຽກເພື່ອບັນລຸຄວາມເປັນກາງໃນການປ່ອຍອາຍຄາບັອນ “ພາຍໃນປະມານກາງສັດຕະວັດ”.
ເປົ້າໝາຍຂອງການປະຊຸມຄາດວ່າຈະລວມມີການໃຫ້ຄຳໝັ້ນສັນຍາສໍາລັບເປົ້າໝາຍຫລຸດການປ່ອຍມົນລະຜິດ ແລະເງິນກອງທຶນເພື່ອຊ່ວຍບັນດາປະເທດທີ່ກໍາລັງພັດທະນາ
ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ກ່າວວ່າ ໃນຫົວຂໍ້ຂອງເຮືອບິນລົບນັ້ນ, ທ່ານ ໄບເດັນ “ໄດ້ໃຫ້ຄວາມກະຈ່າງແຈ້ງວ່າ ມັນມີການດຳເນີນຂະບວນການທີ່ພວກເຮົາຕ້ອງໄດ້ເຮັດຢູ່.”
ທ່ານນາງຊາກີ ເປັນໂຄສົກຫຼັກຂອງທຳນຽບຂາວ ແລະເປັນບຸກຄົນທີ່ມີຊື່ສຽງທີ່ສຸດໃນຄະນະລັດຖະບານຂອງທ່ານ ໄບເດັນ ທີ່ຮູ້ກັນວ່າໄດ້ຕິດເຊື້ອໂຄວິດ-19 ນັບຕັ້ງແຕ່ ທ່ານ ໄບເດັນ ໄດ້ເຂົ້າຮັບຕຳແໜ່ງໃນເດືອນມັງກອນ.
ທາງເລຂາທິການໃຫຍ່ອົງການສະຫະປະຊາຊາດ, ທ່ານແອນໂຕນິໂອ ກູເຕເຣສ (Antonio Guterres) ຮູ້ກ່ຽວກັບການເຮັດພາລະກິດດັ່ງກ່າວນີ້ດີ, ອີງຕາມໂຄສົກຂອງທ່ານຣີຊາດສັນ.
ເຮືອບິນສູ້ຮົບຈາກ ບາເຣນ, ອີຈິບ, ອິສຣາແອລ ແລະ ຊາອຸດີ ອາຣາເບຍ ໄດ້ ບິນໄປຄຽງຄູ່ກັນກັບເຮືອບິນຖິ້ມລະເບີດລຳນັ້ນ.
ກົມດັບເພີງຢູ່ນະຄອນຫຼວງໂຕກຽວ ກ່າວວ່າຜູ້ໂດຍສານ 17 ຄົນຢູ່ໃນລົດໄຟໄດ້ຮັບບາດເຈັບຈາກການເອົາມີດແທງ ຮວມທັງສາມຄົນອາການສາຫັດ ແລະ ຜູ້ທີ່ໄດ້ຮັບບາດເຈັບສ່ວນໃຫຍ່ແມ່ນບໍ່ຮ້າຍແຮງ.
"ເລື່ອງເປັນຫ່ວງກໍເປັນຫ່ວງ ແຕ່ພວກເຂົາຢາກອອກໄປ ແຕເຮົາກໍປະຕິບັດຕາມຫລັກການການປ້ອງກັນໂຄວິດ, ປີກາຍນີ້ບໍ່ໄດ້ອອກໄປ ຍ້ອນໂຄວິດ-19 ລະບາດແຮງ ກໍເລີຍໄດ້ພາລູກໆເຮັດກິດຈະກໍາຢູ່ໃນເຮືອນ."
ໂຫລດຕື່ມອີກ