ທ້າວມູຈາຮີດກ່າວວ່າ “ເຈົ້າຈະເປັນພະຍານດ້ວຍຕົວເຈົ້າເອງວ່າ ນີ້ຈະເປັນການໂຈມຕີເທື່ອສຸດທ້າຍ ທີ່ພວກເຂົາກະທຳ ແລະພວກເຂົາຈະບໍ່ສາມາດຈະດຳເນີນການໄດ້ອີກໃນອະນາຄົດ.”
ໂຄສົກກະຊວງການຕ່າງປະເທດຂອງສະຫະລັດ ກ່າວຕື່ມວ່າ “ພວກເຮົາກຳລັງເບິ່ງການກະທຳ ຂອງກຸ່ມຕາລີບານໃນທົ່ວປະເທດຢ່າງໃກ້ຊິດ. ພວກເຮົາຈະເຮັດໃຫ້ພວກເຂົາ ຮັບຜິດຊອບຕໍ່ການກະທຳ.”
ກົດໝາຍໃໝ່ສະບັບນີ້ ພະຍາຍາມເລັ່ງການທົບທວນຄືນ ຂອງກະຊວງຍຸຕິທຳ ກ່ຽວກັບອາດຊະຍາກຳ ທີ່ເກີດຍ້ອນຄວາມກຽດຊັງ ທີ່ຖືກລາຍງານຕໍ່ເຈົ້າໜ້າທີ່ລັດຖະບານກາງ.
ທ່ານສົມສີ ຈັນທະຄອນ ອາຍຸ 65 ປີ ເປັນຄົນອາເມຣິກາເຊື້ອສາຍລາວ ຢູ່ໃນເຂດຊານເມືອງ ນະຄອນຊິຄາໂກ ຢູ່ທາງພາກກາງຂອງສະຫະລັດ ກໍເປັນຜູ້ນຶ່ງທີ່ ໄດ້ຮັບບູລິມະສິດ ໃນການສັກຢາວັກຊີນເພີ້ມ.
ອົງການອະນາໄມໂລກ ຫລື WHO ກ່າວວ່າໄວຮັສສາຍພັນເດລຕ້າທີ່ແຜ່ເຊື້ອໄດ້ສູງນັ້ນ ໄດ້ເຂົ້າມາແທນທີ່ສາຍພັນອື່ນໆເປັນສ່ວນຫລາຍ.
ໃນຖານະເປັນປະມຸກລັດ ຢູ່ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນອັງຄານມື້ນີ້, ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນຈະສົ່ງເສີມວິໄສທັດ ການພົວພັນຫຼາຍຝ່າຍ, ທີ່ສຸມໃສ່ດ້ານການທູດຂອງທ່ານ.
ເພື່ອທີ່ຈະໃຫ້ຢູ່ໃນລະດັບ 1.5 ອົງສາ ອົງການສະຫະປະຊາຊາດ ກ່າວວ່າ ພວກປະເທດທີ່ຮັ່ງມີ ຕ້ອງໄດ້ປະກອບສ່ວນຫຼາຍຂຶ້ນ 100 ຕື້ໂດລາຕໍ່ປີ ແຕ່ນີ້ ຫາ 2025.
ລາຍງານສະບັບນຶ່ງເຕືອນວ່າ ຜົນໄດ້ຮັບໃນດ້ານສິດທິມະນຸດ ທີ່ສ້າງຂຶ້ນໂດຍອັຟການິສຖານ ໃນໄລຍະສອງທົດສະວັດທີ່ຜ່ານມາ ແມ່ນມີຄວາມສ່ຽງທີ່ຈະພັງທະລາຍລົງ ຫຼັງຈາກກຸ່ມຕາລີບານໄດ້ເຂົ້າຍຶດເອົາປະເທດດັ່ງກ່າວ.
ທ່ານຊາ ກ່າວວ່າ ການເຂົ້າຢຶດອຳນາດຂອງກຸ່ມຕາລີບານໃນອັຟການິສຖານ ເປັນ “ແຮງກະຕຸ້ນຂວັນ” ສໍາລັບກຸ່ມກໍ່ການຮ້າຍທັງຫຼາຍ ໂດຍສະເພາະ ພວກທີ່ມີຖານປະຕິບັດງານ ຢູ່ໃນອັຟການິສຖານ.
ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ທ່ານ ອາເລຮານໂດຣ ມາຢໍຄາສ ໄດ້ກ່າວຢໍ້າຂໍ້ຄວາມຂອງທ່ານ ຕໍ່ພວກຜູ້ຍົກຍ້າຍຖິ່ນຖານ.
ເຈົ້າໜ້າທີ່ທາງທະຫານກ່າວວ່າ “ບໍ່ມີການບົ່ງຊີ້ການເສຍຊີວິດ ຂອງພົນລະເຮືອນ ທີ່ມີຜົນມາຈາກການໂຈມຕີດັ່ງກ່າວ.”
ບໍລິສັດຂອງສະຫະລັດ ແລະຄູ່ຮ່ວມງານເຢຣະມັນ ກ່າວວ່າ ການທົດລອງໄດ້ສະແດງໃຫ້ເຫັນວ່າ ຢາວັກຊີນນີ້ ຕ້ານທານໄດ້ດີ ແລະແຂງແຮງ ເຮັດໃຫ້ການຕອບຮັບ ຂອງພູມຕ້ານທານໃນຮ່າງກາຍ ບໍ່ເປັນອັນຕະລາຍ.
ໂຫລດຕື່ມອີກ