ໃນເວລາຕໍ່ມາ ດຣ. ຟາວຈີ ກ່າວຕໍ່ພວກນັກຂ່າວ ໃນລະຫວ່າງການຖະແຫຼງຂ່າວ ທີ່ທຳນຽບຂາວວ່າ “ມັນເປັນເປົ້າໝາຍ ທີ່ຂ້ອນຂ້າງສົມເຫດສົມຜົນ.”
ທ່ານ ວໍເນີ ໄດ້ກ່າວວ່າ “ຫຼັງຈາກຖືກທຳລາຍໂດຍຕັ້ງໃຈ ເປັນເວລາສີ່ປີ, ປະຊາຄົມສືບລັບຂອງພວກເຮົາ ສົມຄວນໄດ້ຮັບຜູ້ນຳທີ່ເຂັ້ມແຂງ ແລະ ຖືກຢືນຢັນ ໂດຍສະພາສູງ ເພື່ອນຳພາ ແລະ ຟື້ນຟູມັນ.”
ຫຼັງຈາກ 4 ປີ ຂອງສາຍສຳພັນ ຂ້າມມະຫາສະໝຸດແອດແລນຕິກ ທີ່ປັ່ນປ່ວນ ປະທານຄະນະກຳມາທິການຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢນໄດ້ ສະແດງຄວາມຍິນດີ ທີ່ອົບອຸ່ນ ຕໍ່ທ່ານໄບເດັນ.
ສະມາຊິກສະພາສູງໃໝ່ 3 ທ່ານນີ້ ຈະເຮັດໃຫ້ສະພາສູງ ສຫລ ມີຜູ້ຈຳນວນສະມາຊິກ ຈາກພັກເດໂມແຄຣັດແລະພັກຣີພັບບລີກັນ ເທົ່າກັນ 50 ຕໍ່ 50, ໂດຍ ທ.ນ.ແຮຣິສ ຈະເປັນປະທານຕັດສິນການລົງຄະແນນສຽງທີ່ສະເໝີກັນ.
ທ່ານນາງນາງຮົວ ຈຸນຢິງ ໂຄສົກລັດຖະບານຈີນ ປາດຖະໜາໃຫ້ປະທານາທິບໍດີໂຈ ໄບເດັນ “ປະສົບຜົນສຳເລັດ ທຸກຢ່າງ ໃນການປົກຄອງປະເທດ” ຊຶ່ງເປັນນໍ້າສຽງຫຼຸດຜ່ອນຄວາມເຄັ່ງຕຶງ ໃນສາຍສຳພັນລະຫວ່າງ ສຫລ ກັບຈີນ.
ໃນຈຳນວນບັນດາດຳລັດ ທີ່ປະທານາທິບໍດີໂຈ ໄບເດັນ ໄດ້ເຊັນໃນວັນພະຫັດວານນີ້ ກໍຄືການບັງຄັບໃຫ້ໃສ່ໜ້າກາກຢູ່ໃນເມືອງ ຢູ່ເທິງລົດບັສ ລົດໄຟ ພ້ອມທັງຢູ່ສະໜາມບິນຕ່າງໆ ແລະຢູ່ເທິງເຮືອບິນ.
ກອງປະຊຸມໃນອາທິດແລ້ວ ຍັງໄດ້ເລືອກເອົາ ຄະນະເລຂາສູນກາງພັກ 9 ຄົນ ແລະເລືອກເອົາທ່ານບຸນທອງ ຈິດມະນີ ເປັນຜູ້ປະຈຳການ ແລະຄະນະກວດກາ ສູນກາງພັກ 7 ຄົນ ນຳພາໂດຍ ທ່ານຄຳພັນ ພົມມະທັດ.
ນາງ ວຽງສະຫວັນ ເວົ້າວ່າ ຮຽນອອນໄລນ໌ບໍ່ໄດ້ເຮັດໃຫ້ຄຸນນະພາບ ໃນການສຶກສາຫຼຸດລົງ, ມີແຕ່ເລື່ອງຄວາມສະດວກເທົ່ານັ້ນ ທີ່ເປັນບັນຫາ.
ັັັັທ້າວປີເຕີ ຈີນດາວົງ ອາຍຸ 27 ປີ ເກີດຢູ່ທີ່ເມືອງ ເຊນ ປີເຕີສເບີກ (Saint Petersburg) ລັດຟລໍຣິດາ ໄປສອນ ພາສາາອັງກິດ ຢູ່ມະຫກວິທະຍາໄລແຫ່ງຊາດ ສປປ ລາວ.
ທ່ານໄບເດັນໄດ້ຕັ້ງເປົ້າໝາຍທີ່ຈະເພີ້ມການສັກຢາວັກຊີນໃຫ້ໄດ້ 100 ລ້ານຄົນໃນໄລຍະການເຂົ້າຮັບຕຳແໜ່ງ 100 ມື້ທຳອິດຂອງທ່ານ.
“ບໍ່ມີເວລາໃດ ທີ່ຈະເລີ້ມຕົ້ນ ຄືກັບມື້ນີ້” ທ່ານໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ພິທີການລົງນາມ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່ໄດ້ສາບານໂຕ ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີ.
ໂດຍປະຕິບັດຕາມຄຳໝັ້ນສັນຍາ ໃນລະຫວ່າງການຫາສຽງນັ້ນ ທ່ານໄບເດັນໄດ້ໂຈະການຖອນໂຕຂອງສະຫະລັດ ອອກຈາກອົງການອະນາໄມໂລກ ແລະກັບຄືນເຂົ້າຮ່ວມ ຂໍ້ຕົກລົງດິນຟ້າອາກາດປາຣີ ປີ 2015.
ໂຫລດຕື່ມອີກ