ປະທານາທິບໍດີດໍໂນລ ທຣໍາ ຈະສົ່ງຕຳຫຼວດລັດຖະບານກາງ ແລະກຳລັງພິທັກດິນແດນແຫ່ງຊາດ ໄປເມືອງເຄໂນຊາ ລັດວິສຄອນຊິນ ບ່ອນທີີມີການປະທ້ວງ ຍິງຄົນຜີວດຳ ທ້າວເຈຄັອບ ເບລກ.
ທ່ານພຸດທະວົງ ກ່າວວ່າ ລັດຖະບານການາດາ ກໍໄດ້ຮຽກ ຮ້ອງໃຫ້ປະຊາຊົນ ກັບຄືນໄປເຮັດວຽກ ແຕ່ໃຫ້ມີຈຳນວນຈຳກັດ ເຖິງແມ່ນວ່າຈຳນວນຄົນຕິດເຊື້ອໄວຣັສ ຢູ່ໃນນະຄອນໂຕຣອນໂຕ ຍັງເພີ້ມຂຶ້ນຢູ່ກໍຕາມ.
ກະຊວງການຄ້າ ສະຫະລັດ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ພວກບໍລິສັດດັ່ງກ່າວໄດ້ “ມີບົດ ບາດໃນການຊ່ວຍເຫຼືອກອງທັບ ຈີນ” ໃນໂຄງການກໍ່ສ້າງນັ້ນ.
ຫົວໜ້າອົງການພະລັງງານປະລະມະນູສາກົນ (IAEA) ທ່ານຣາແຟລ ໂກຣສຊີ ແລະຫົວໜ້ານິວເຄລຍອີຣ່ານ ທ່ານອາລີ ອັກບາ ປະກາດວ່າ “ອີຣ່ານສະໝັກໃຈ ໃຫ້ອົງການ IAEA ເຂົ້າໄປກວດກາ ໃນສະຖານທີ່ 2 ແຫ່ງ.
ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງການເງິນ ຍອມຮັບວ່າ ມີພະນັກງານ ຂອງລັດຖະບານລາວ ໃນຂັ້ນແຂວງທົ່ວປະເທດ ທີ່ຍັງບໍ່ທັນໄດ້ຮັບເງິນເດືອນ ຢ່າງເປັນປົກກະຕິ.
ທ່ານນາງໄດ້ກ່າວວ່າ “ຂ້າພະເຈົ້າຮູ້ວ່າ ປະຊາຊົນຫຼາຍຄົນ ຮູ້ສຶກບໍ່ສະບາຍໃຈ ແລະ ບາງຄົນກໍຮູ້ສຶກໝົດຫວັງ. ຂ້າພະເຈົ້າ ຢາກໃຫ້ພວກທ່ານຮູ້ວ່າ ພວກທ່ານບໍ່ໄດ້ໂດດດ່ຽວ.”
ມີການກ່າວອ້າງວ່າ ພວກເຈົ້າໜ້າທີ່ລັດຖະບານປະທານາທິບໍດີທຣໍາ ໄດ້ລະເມີດກົດໝາຍ Hatch Act 13 ເທື່ອ ໂດຍບັນດານັກສືບສວນລັດຖະບານກາງ ຢູ່ຫ້ອງທີ່ຫ້ອງການ ທີ່ປຶກສາພິເສດທາງກົດໝາຍ.
ກອງກຳລັງ ສະຫະລັດ ແມ່ນກຳລັງໃຊ້ ວິທີການທີ່ຮຸນແຮງ ໃນທາງອິນເຕີແນັດ ກ່ອນການເລືອກຕັ້ງ ປະທານາທິບໍດີ ໃນເດືອນພະຈິກນີ້.
ມັນບໍ່ໄດ້ເປັນການງ່າຍເລີຍ ມັນໄດ້ໃຊ້ເວລາຫຼາຍທົດສະວັດ ແລະພະນັກງານສາທາລະນະສຸກ ຫຼາຍລ້ານຄົນທີ່ຕ້ອງໄດ້ເດີນທາງ ດ້ວຍການຍ່າງ ດ້ວຍເຮືອ ລົດເມ ແລະລົດຖີບ ເພື່ອໄປຮອດເດັກນ້ອຍ ທີ່ຢູ່ຫ່າງໄກສອກຫຼີກ
ອົງການອະນາໄມໂລກ ແລະອົງການກອງທຶນເດັກສະຫະປະຊາຊາດ ໄດ້ອອກຄຳແນະນຳ ຈັດລະບຽບໃໝ່ ແບ່ງພວກເດັກນ້ອຍອອກເປັນຈຸ ແລະກ່າວວ່າ ພວກເດັກນ້ອຍທີ່ມີອາຍຸຕ່ຳກວ່າ 6 ປີ ບໍ່ຄວນໃສ່ໜ້າກາກ.
ັັັວີໂອເອ ໄດ້ຕິດຕາມເບິ່ງ ສະມາຊິກສັງຄົມລາວ ທີ່ເປັນຄົນສັນຊາດອາເມຣິກັນ ແລະມີສິດປ່ອນບັດລົງຄະແນນສຽງ ເພື່ອຢາກຊາບເຖິງ ການໃຊ້ສິດຂອງເຂົາເຈົ້າວ່າ ຈະປ່ອນເອົາຄົນໃດ ແລະດ້ວຍເຫດຜົນອັນໃດ.
ໂຫລດຕື່ມອີກ