ບັນດາຜູ້ແທນໃນເມືອງ ຊາລັອດ ຕ້ອງໄດ້ທຳການກວດອຸນຫະພູມ ຕາມປົກກະຕິ ແລະ ທຳການກວດໂຣກສຳລັບ COVID-19 ທຸກວັນ.
ນ້ຳເມືອກເລືອດຈາກພວກຄົນປ່ວຍ ຜູ້ທີ່ໄດ້ຟື້ນຕົວຈາກໄວຣັສໂຄໂຣນາ ແລະມີພູມຕ້ານທານຢ່າງມະຫາສານນັ້ນ. ມັນໄດ້ຖືກນຳໃຊ້ ເພື່ອປິ່ນປົວພວກຄົນປ່ວຍຍ້ອນພະຍາດໄວຣັສ COVID-19 ຫຼາຍສິບພັນຄົນຢູ່ໃນສະຫະລັດ.
ນາຍົກລັດຖະມົນຕີທ່ານນາງ ຈາຊິນດາ ອາເດີນ ໄດ້ກ່າວໃນກອງປະຊຸມລາຍງານ ໃນວັນຈັນມື້ນີ້ວ່າ “ພວກເຮົາຮູ້ວ່າ ໜ້າກາກຈະຊ່ວຍປົກປ້ອງພວກເຈົ້າ ແລະ ຄົນທີ່ຢູ່ອ້ອມແອມເຈົ້າ.”
ການປະທ້ວງ ແມ່ນຖືກມອງເຫັນວ່າ ເປັນການທ້າທ້າຍທີ່ໃຫຍ່ທີ່ສຸດ ທີ່ທ່ານລູກາເຊັງໂກ ໄດ້ປະເຊີນ ນັບຕັ້ງແຕ່ທ່ານເລີ້ມປົກຄອງປະເທດ ທີ່ມີປະຊາກອນ 9.5 ລ້ານຄົນ ເມື່ອ 26 ປີກ່ອນ.
ສື່ມວນຊົນຂອງທາງການຊີເຣຍ ໄດ້ນຳຮູບພາບຕ່າງໆ ໃນເຫດໄຟໄໝ້ຂະໜາດໃຫຍ່ ອອກເຜີຍແຜ່ ທີ່ເຈົ້າໜ້າທີ່ກ່າວວ່າ ເກີດຂຶ້ນຢູ່ໃກ້ໆນະຄອນຫຼວງດາມາສກັສ.
ໃນອາທິດແລ້ວນີ້ ທ່ານແດນິລ ໂຣເຊນບລຳ ເອກອັກຄະລັດຖະທູດສະຫະລັດ ປະຈຳອຸສເບັກກິສຖານ ກໍໄດ້ເຂົ້າຮ່ວມ ການຮຽກຮ້ອງ ຜ່ານທາງທວີດເຕີ້ ໃຫ້ເຈົ້າໜ້າທີ່ກຽກກິສຖານ ປ່ອຍທ່ານອັບດູລລາເອັບ.
ຍານາງຈູເລຍ ນາວາລຍານາ ຢ້ຽມຢາມສາມີ ອາຍຸ 44 ປີ ທ່ານອາເລັກເຊ ນາວາລນີ ນັກເຄື່ອນໄຫວຣັດເຊຍ ທີ່ສົງໄສວ່າ ຖືກວາງຢາພິດ ບິນໄປຮັບການປິ່ນປົວ ຢູ່ໃນນະຄອນເບີລິນ ປະເທດເຢຍຣະມັນ.
ພວກນັກພະຍາກອນອາກາດ ຂອງສະຫະລັດ ໄດ້ເຕືອນ ເຖິງອັນຕະລາຍໄຟໄໝ້ປ່າ ຢູ່ລັດຄາລິຟໍເນຍ ທີ່ອາດຈະເກີດຂຶ້ນ ຢູ່ເຂດອ່າວຂອງນະຄອນນະຄອນແຊນແຟຣຊິສໂກ ແລະເໜືອຂຶ້ນໄປ ເລາະລຽບຕາມຊາຍຝັ່ງ.
ໂຫລດຕື່ມອີກ