ການລະບາດຂອງພະຍາດ ຢູ່ພາກຕາເວັນອອກສຽງເໜືອຂອງຝຣັ່ງ ແມ່ນຫລຸດລົງແລ້ວ ແລະມາດຕະການປິດເມືອງ ກໍໄດ້ຜ່ອນເບົາລົງແລ້ວ ແຕ່ວ່າກໍຍັງມີຂໍ້ຈໍາກັດຢູ່.
ການໂຈມຕີດ້ວຍລະເບີດລົດ ຢູ່ທີ່ຄ້າຍສືບລັບ ໃນແຂວງກາສນີ ຂອງອັຟການິສຖານ ເມື່ອຕອນເຊົ້າວັນຈັນວານນີ້ ໄດ້ສັງຫານ ກຳລັງຮັກສາຄວາມປອດໄພ ຢ່າງໜ້ອຍເຈັດຄົນ ແລະໄດ້ຮັບບາດເຈັບອີກ 40 ຄົນ.
ເກີດແຜ່ນດິນໄຫວຂະນາດແຮງ ທາງພາກຕາເວັນຕົກສຽງໃຕ້ປະເທດຈີນ ຢ່າງໜ້ອຍ 4 ຄົນໄດ້ເສຍຊີວິດ ແລະອີກ 23 ຄົນໄດ້ຮັບບາດເຈັບ ທີ່ເມືອງກິອາວເຈຍ ໃນແຂວງຢູນານ ເມື່ອແລງວັນຈັນວານນີ້.
ໃນຂະນະທີ່ມີການປິດປະເທດ ທັງຢູ່ໃນລາວ ແລະຈີນ ຍ້ອນການລະບາດຢ່າງໜັກ ຂອງໄວຣັສໂຄໂຣນາຢູນີ້ ໂຄງການສ້າງທາງລົດໄຟ ເຖິງວ່າຈະຂາດກໍາມະກອນກໍຍັງດຳເນີນຢູ່ຕໍ່ໄປ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເອີ້ນອະດີດ ປະທານາທິບໍດີ ບາຣັກ ໂອບາມາ ວ່າ “ປະທານາທິ ບໍດີທີ່ບໍ່ມີຄວາມສາມາດ.”
ຣັດເຊຍ ກໍເປັນຈຸດຮ້ອນແຮງອີກແຫ່ງນຶ່ງ ທີ່ມີການບັນທຶກ ກໍລະນີຕິດເຊື້ອໄວຣັສໃໝ່ ທີ່ໄດ້ຮັບການຢືນຢັນ ປະມານ 10,000 ຄົນຕໍ່ມື້ ເປັນເວລາ 10 ມື້ລຽນຕິດ ໃນເດືອນພຶດສະພານີ້.
ທ່ານ ຊາຣິຟ ໄດ້ກ່າວວ່າ ອີຣ່ານ ຈະພິຈາລະນາ “ມາດຕະການບີບບັງຄັບ” ໂດຍ ສະຫະລັດ ນັ້ນວ່າ “ເຮັດໃຫ້ມີອັນຕະລາຍເພີ້ມຂຶ້ນ.”
ສ່ວນທ່ານອັບດູລາ ຍັງຈະນຳພາຂະບວນການສັນຕິພາບ ແລະການເຈລະຈາໃດໆ ໃນອະນາຄົດ ກັບກຸ່ມຕາລີບານ ໃນຖານະເປັນຫົວໜ້າສະພາປອງດອງຊາດສູງສຸດຊຸດໃໝ່.
ຫົວໜ້າຜູ້ກວດກາກະຊວງການຕ່າງປະເທດ ທີ່ປະທານາທິບໍດີທຣໍາ ປົດອອກຈາກຕໍາແໜ່ງນັ້ນ ແມ່ນກໍາລັງກວດກາເບິ່ງ ການກ່າວຫາທີ່ເວົ້າວ່າ ທ່ານ ໄມຄ໌ ພອມພຽວ ໄດ້ໃຫ້ພະນັກງານຄົນນຶ່ງ ເຮັດວຽກສ່ວນຕົວໃຫ້ເພິ່ນ.
ທ່ານເບັນຈາມິນ ເນຕັນຢາຮູ ຈະໄດ້ເປັນນາຍົກລັດຖະບານມົນຕີປີເຄິ່ງ ແລະຫົວໜ້າພັກສີຟ້າແລະຂາວທີ່ເປັນກາງ ທ່ານເບັນນີ ແກນສ໌ ຈະໄດ້ເປັນ “ນາຍົກລັດຖະມົນຕີວຽນ” ຫຼັງຈາກນັ້ນກໍຈະປ່ຽນວຽກກັນ.
ັັພວກໂຈນທະເລ ໄດ້ໂຈມຕີກຳປັ່ນບັນທຸກນໍ້າມັນ ຂອງອັງກິດ ຢູ່ນອກຝັ່ງທະເລເຢເມນ ແຕ່ພວກຍາມຕິດອາວຸດ ຢູ່ເທິງກຳປັ່ນ ໄດ້ຍິງຕອບໂຕ້ຄືນ.
ໂຫລດຕື່ມອີກ