ຢ່າງໃດກໍຕາມ ພວກພົນລະເມືອງວູຮານແລະພວກຄົນທີ່ໃຊ້ອິນເຕີເນັດທັງຫລາຍ ຈາກທົ່ວທຸກຫົນແຫ່ງ ຫຼາຍໆຄົນ ຍັງຄົງມີຄວາມສົງໄສຢູ່ ເຖິງການກ່າວອ້າງຂອງລັດຖະບານຈີນກ່ຽວກັບວູຮານ.
ຂ່າວລື ກ່ຽວກັບຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຢູ່ໃສ ແລະເປັນຫຍັງຈຶ່ງຫາຍໂຕໄປ ຈາກສາຍຕາຂອງສາທາລະນະ ຫຼາຍກວ່າສອງອາທິດແລ້ວ? ນີ້ແມ່ນຄຳຖາມ ທີ່ປາກົດວ່າ ທຸກຄົນຢາກຮູ້.
GDP ໂດຍລວມຈະເພີ່ມຂຶ້ນປະມານ 10 ເປີເຊັນໃນ ເອເຊຍຕາເວັນອອກສຽງໃຕ້ ໃນປີນີ້, ທຽບໃສ່ການຂະຫຍາຍຕົວ ໃກ້ກັບ 5 ເປີເຊັນເມື່ອປີກາຍນີ້.
ເງິນດັ່ງກ່າວ ແມ່ນໄດ້ໂອນເຂົ້າໄປໃນບັນຊີ ຂອງທ່ານນາງໂດຍກົງ ມັນມາຈາກບ້ວງງົບປະມານ ຂອງລັດຖະບານ ທີ່ມີຈໍານວນຫລາຍກວ່າ 2 ພັນຕື້ໂດລາ.
ທ່ານຄຳພັນກ່າວວ່າ ຄົນລາວໃນເຂດທີ່ທ່ານຢູ່ ແມ່ນມີບ້ານມີເຮືອນ ແລະຢູ່ທາງຫຼັງບ້ານ ກໍມີສວນຄົວ ໄວ້ກຸ້ມຕົນເອງຢູ່ແລ້ວ ຈະອອກໄປຊື້ແຕ່ອາຫານເທົ່ານັ້ນ.
ຜູ້ບັນຊາການ ທະຫານສະຫະລັດ ໃນອາຟຣິກາ ນາຍພົນສະຕີເວັນ ທາວເຊີນ ເປີດເຜີຍການເສຍຊີວິດ ຂອງພົນລະ ເຮືອນສອງຄົນ ຍ້ອນການໂຈມຕີທາງອາກາດ ຂອງສະຫະລັດ.
ການປະຕິບັດລະບຽບ ໃຫ້ຄົນຢູ່ຫ່າງກັນ ໃນແຂວງຈຳປາສັກ ທາງພາກໃຕ້ຂອງລາວ ມີຄວາມເຄັ່ງຄັດ ໃນລະດັບຕ່າງກັນຫລາຍ ກັບຢູ່ໃນເຂດນະຄອນຫລວງວຽງຈັນ.
ປະເທດນິວຊີແລນ ຜ່ອນຜັນມາດຕະການກັກບໍລິເວນ ໄວຣັສໂຄໂຣນາ ທີ່ເຂັ້ມງວດ ດ້ວຍການອະນຸຍາດ ໃຫ້ເປີດໂຮງຮຽນ ແລະທຸລະກິດບາງແຫ່ງຄືນ.
ສູນຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC ກ່ອນໜ້ານີ້ ໄດ້ກ່າວອ້າງອີງເຖິງອາການເປັນໄຂ້ ຫາຍໃຈຫອບ ແລະໄອ ທີ່ອາດເປັນອາການຂອງໂຄວິດ-19.
ວັດຖຸທັງຫຼາຍນັ້ນລວມມີ ສະບູ, ຢາຂ້າເຊື້ອ, ໜ້າກາກຜ້າ ແລະ ຖົງມື ແລະ ສຫລ ໄດ້ສົ່ງສຳພາລະການແພດດັ່ງກ່າວ ການຊ່ວຍເຫຼືອອື່ນໆ ໄປໃຫ້ກຳລັງ SDF ຮຽບຮ້ອຍແລ້ວ.
ຂໍ້ຄວາມໃນທວີເຕີ ຂອງກຸ່ມກຳລັງປະສົມ ກ່າວອີກວ່າ “ກຸ່ມກຳລັງປະສົມ ຮຽກຮ້ອງໃຫ້ຍຸຕິການກະທຳໃດໆ ທີ່ທະວີຄວາມຮຸນແຮງ ແລະຮຽກຮ້ອງໃຫ້ກັບຄືນ ໄປຫາຂໍ້ຕົກລົງ ໂດຍທຸກຝ່າຍມີສ່ວນຮ່ວມນຳກັນ.”
ເວັບໄຊ 38 ນອທ ທີ່ຊ່ຽວຊານ ໃນການສຶກສາຄົ້ນຄວ້າ ກ່ຽວກັບເກົາຫຼິເໜືອ ກ່າວວ່າ ລົດໄຟໄດ້ຈອດຢູ່ ທີ່ສະຖານີ ໃນເມືອງວອນຊານ ທີ່ສະຫງວນໄວ້ໃຫ້ຄອບຄົວ ຂອງທ່ານກິມ ໃນວັນ ທີ 21 ແລະ 23 ເມສາ.
ໂຫລດຕື່ມອີກ