ມັນເປັນສິ່ງທີ່ປ່ຽນແປງ ໃນທາງທີ່ດີຂຶ້ນ ຢ່າງໜ້າເຫລືອເຊື່ອ ສຳລັບຈີນ ບ່ອນທີ່ມີການຕິດເຊື້ອ ໄວຣັສໂຄວິດ-19ລາຍໃໝ່ ຫລາຍພັນຄົນ ໃນແຕ່ລະມື້ ໄດ້ຫລຸດລົງເຫຼືອພຽງ 19 ກໍລະນີຕໍ່ມື້.
ຕະຫຼາດອື່ນໆໃນພາກພື້ນເອເຊຍ ໄດ້ຕົກລາຄາ ລະຫວ່າງ 4 ຫາ 6 ເປີເຊັນ ໃນຕອນທ່ຽງຂອງວັນສຸກມື້ນີ້.
ເຈົ້າໜ້າທີ່ຢູໂຣບ ຕ້ອງຕິປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣຳ ໃນວັນພະຫັດວານນີ້ ວ່າໄດ້ວາງມາດຕະການເກືອດຫ້າມ ພຽງຝ່າຍດຽວ ບໍ່ໃຫ້ຖ້ຽວບິນເກືອບໝົດທຸກຖ້ຽວ ບິນຈາກທະວີບດັ່ງກ່າວ ມາຍັງສະຫະລັດ.
ສະຫະລັດ ແມ່ນຍັງບໍ່ພ້ອມ ທີ່ຈະຖອນຕົວອອກຈາກຂໍ້ຕົກລົງ ຂອງເຂົາເຈົ້າ ກັບກຸ່ມຕາລີບານ ໃນ ອັຟການິສຖານ.
ສະຫະລັດວາງມາດຕະການລົງໂທດ ຕໍ່ບໍລິສັດທີ່ເປັນສາຂາ ຂອງບໍລິສັດ ນ້ຳມັນໂຣສເນັຟ ຂອງລັດຖະບານຣັດເຊຍ ທີ່ໃຫ້ການຊ່ວຍເຫລືອທາງການເງິນ ແກ່ລະບອບການປົກຄອງ ຂອງທ່ານນີໂຄລັສ ມາດູໂຣ.
ໂຄສົກກະຊວງ, ທ່ານ ຄາເລັດ ລາຢູນີ ໄດ້ກ່າວວ່າ ນຶ່ງໃນເຈົ້າໜ້າທີ່ຫ້າຄົນ ທີ່ໄດ້ຮັບບາດເຈັບຈາກການລະເບີດ ໄດ້ເສຍຊີວິດຫຼັງຈາກການຜ່າຕັດ.
ອົງການໂອເປັກ ແລະຣັດເຊຍ ທີ່ເປັນປະເທດພັນທະມິດສຳຄັນ ຂອງອົງການດັ່ງກ່າວ ໃນວັນສຸກມື້ນີ້ ບໍ່ສາມາດຕົກລົງກັນໄດ້ກ່ຽວກັບການຫລຸດການ ຜະລິດນ້ຳມັນລົງ.
The European Union has criticized President Trump’s decision to ban most European travellers from entering the United States for 30 days.
ສຳພາດ ກັບນາງມາຍລາ ນັກຮຽນມັດທະຍົມ ປີສຸດທ້າຍ ຢູ່ Kings Mountain ຊຶ່ງນາງມີພອນສະຫວັນໃນການຂຽນນະວະນິຍາຍ “Annalise” ຫົວທຳອິດ ທີ່ພິມເຜີຍແຜ່ ຢູ່ Amazon ແລະຂາຍຢູ່ຕາມຮ້ານຄ້າ.
ທ່ານເທໂດຣສກ່າວຕື່ມວ່າ “ໃນຊຸມມື້ແລະອາທິດຕໍ່ໜ້ານີ້ ພວກເຮົາຄາດວ່າ ຈະໄດ້ເຫັນຈຳນວນກໍລະນີຕິດເຊື້ອແລະການເສຍຊີວິດ ພ້ອມທັງຈຳນວນປະເທດ ທີ່ໄດ້ຮັບຜົນກະທົບ ເພີ້ມຂຶ້ນສູງກວ່ານີ້.”
ທ່ານທຣຳ ຍັງໄດ້ຮຽກຮ້ອງຕໍ່ລັດຖະສະພາ ໃຫ້ສະໜອງການບັນເທົາ ດ້ານການເກັບພາສີເງິນເດືອນ ໃນທັນທີ.
ໂຫລດຕື່ມອີກ