ທ່ານ ໂລຄັອກ ໄດ້ກ່າວວ່າ “ມັນແມ່ນພັນທະ ຂອງໝົດທຸກຝ່າຍ ທີ່ຈະປົກປ້ອງປະຊາຊົນພວກນີ້.”
ໜັງສືພິມ Wall Street Journal ລະບຸວ່າ ພວກພະນັກງານທັງ 3 ເປັນຮອງຫົວໜ້າຫ້ອງການ ທ່ານ Josh Chin ແລະນັກຂ່າວ Chao Deng ທີ່ເປັນຄົນອາເມຣິກັນ ແລະນັກຂ່າວ Philip Wen ຊຶ່ງເປັນຄົນອອສເຕຣເລຍ.
ທ່ານ ອາຊາງຈ໌ ໄດ້ຖືກຂັງໃນຄຸກ ຂອງ ອັງກິດ ໃນຂະນະທີ່ລາວ ກຳລັງຕໍ່ສູ້ ກັບການສົ່ງຜູ້ຮ້າຍຂ້າມແດນ ມາ ສະຫະລັດ ກ່ຽວກັບ ຂໍ້ຫາສອດແນມ.
ທ່ານກຣີແນລ ຈະເປັນສະມາຊິກ ໃນຄະນະລັດຖະບານ ທີ່ເປັນຄົນຮັກຮ່ວມເພດ ຜູ້ທຳອິດ ໃນປະຫວັດສາດສະຫະລັດ.
ທ່ານ ພອມພຽວ ໄດ້ເດີນທາງຮອດ ຊາອຸດີ ອາຣາເບຍ ໃນວັນພຸດວານນີ້ ສຳລັບການຢ້ຽມຢາມ ເປັນເວລາສາມວັນ.
ຜູ້ໂດຍສານຫຼາຍຮ້ອຍຄົນ ໄດ້ເລີ່ມອອກຈາກ ກຳປັ່ນສຳລານ ທີ່ຖືກກັກກວດໂຣກ ເປັນເວລາສອງອາທິດ ຢູ່ທ່າເຮືອຂອງ ຍີ່ປຸ່ນ.
ປະທານາທິບໍດີ ສຫລ ທ່ານດໍໂນລ ທຣຳ ໄດ້ຜ່ອນຜັນໂທດໃຫ້ແກ່ ພວກຜູ້ຊາຍທີ່ສຳຄັນຫຼາຍຄົນ ທີ່ກະທຳຄວາມຜິດຕ່າງໆ ຮວມທັງອະດີດຜູ້ປົກຄອງ ລັດອິລນິນອຍ ທ່ານຣອດ ບລາໂກເຈີວິສຈ໌ ທີ່ສັງກັດພັກເດໂມແຄຣັດ.
ຜູ້ພິພາກສາລັດຖະບານກາງທ່ານນຶ່ງ ໄດ້ປະຕິເສດ ທີ່ຈະເລື່ອນການຕັດສິນໂທດ ຂອງທ່ານ ໂຣເຈີ ສໂຕນ.
ການຕັດສິນໃຫ້ທ່ານກາວານາ ບໍ່ມີຄວາມຜິດ ກ່ຽວກັບຂໍ້ກ່າວຫາຍຸຍົງ ໃຫ້ເກີດຄວາມບໍ່ສະຫງົບ ໄດ້ສ້າງຄວາມຕື່ນເຕັ້ນ ໃຫ້ແກ່ບັນດາກຸ່ມປົກປ້ອງສິດທິມະນຸດ.
ໂຫລດຕື່ມອີກ