ລັດມິຊິແກັນ ເປັນລາງວັນໃຫຍ່ທີ່ສຸດ ໃນການປ່ອນບັດລົງຄະແນນສຽງຂອງວັນອັງຄານມື້ນີ້ ໂດຍມີຜູ້ແທນຈຳນວນ 125 ທ່ານ ທີ່ເປັນເດີມພັນ.
ລັດມິຊິແກນ ເຄີຍໄດ້ນຳເອົາໄຊຊະນະ ທີ່ໜ້າເຫລືອເຊື່ອທີ່ສຸດຄັ້ງນຶ່ງ ມາໃຫ້ແກ່ສະມາຊິກສະພາສູງເບີນີ ແຊນເດີສ໌ ໃນປີ 2016 ຢູ່ໃນປະຫວັດສາດທາງການເມືອງ ຂອງສະຫະລັດ.
ໃນຂະນະທີ່ ທ່ານການີ ມ້ວນທ້າຍຄຳປາໄສຂອງທ່ານຢູ່ນັ້ນ ຈະຫຼວດສີ່ລູກ ໄດ້ຕົກລົງຢູ່ໃກ້ໆບໍລິເວນຂອງທຳນຽບປະທານາທິບໍດີ.
ການດຳເນີນຄະດີຕໍ່ຊາວຣັດເຊຍ ແລະຢູເຄຣນກ່ຽວກັບການຍິງເຮືອບິນໂດຍສານຖ້ຽວບິນທີ 17 ຂອງສາຍການບິນມາເລເຊຍ ໃນເດືອນກໍລະກົດປີ 2014 ຕົກ ໃນພາກຕາເວັນອອກຂອງຢູເຄຣນ ໄດ້ເປີດຂຶ້ນຢູ່ເນເທີແລນ.
ສະຫະລັດໄດ້ທຳການໂຈມຕີ 25 ເທື່ອຕໍ່ກຸ່ມອາລ-ຊາບັບ ໃນປີ 2020 ນີ້ ຮວມທັງການໂຈມຕີໃນມື້ວັນຈັນຜ່ານມາ ຢູ່ໃນເຂດຈານາເລ ຂອງປະເທດໂຊມາເລຍ ທີ່ກອງບັນຊາການ ກຳລັງສະຫະລັດໃນອາຟຣິກາ ກ່າວວ່າ ໄດ້ສັງຫານພວກກໍ່ການຮ້າຍ 4 ຄົນ.
ວຽດນາມເປັນປະທານສະມາຄົມ ບັນດາປະເທດໃນເຂດຕາເວັນອອກສຽງໃຕ້ ໃນປີນີ້ ໂດຍທີ່ບັນຫາການຄ້າ ແລະຄວາມໝັ້ນຄົງ ຄາດວ່າ ຈະເປັນຫົວຂໍ້ສູງສຸດ ຢູ່ໃນລາຍການດ້ານນະໂຍບາຍຂອງກຸ່ມ.
ວີໂອເອ ຈະນຳເອົາຄຳຄິດເຫັນ ຂອງພະນັກງານໃນຂະແໜງການສຶກສາ ແລະຂະແໜງອື່ນບາງທ່ານ ກ່ຽວກັບບັນຫາ ຄວາມຫລົ້ມແຫຼວ ໃນການສ້າງວຽກເຮັດງານທຳ ໃຫ້ແກ່ຄົນລາວ ແລະການພັດທະນາ ຊັບພະຍາກອນມະນຸດ.
ອິຕາລີ ຍັງໄດ້ຂໍໃຫ້ບັນດາແພດໝໍ ທີ່ບຳນານແລ້ວກັບມາເຮັດວຽກຄືນ ເພື່ອຊ່ວຍປິ່ນປົວ ຜູ້ເຄາະຮ້າຍຍ້ອນໄວຣັສໂຄໂຣນາ.
ລາຄານ້ຳມັນ ຕົກລົງໃນອັດຕາສະເລ່ຍ 30 ເປີເຊັນ ຍ້ອນຜົນຕໍ່ເນື່ອງທີ່ມາຈາກ ການຕົກລົງກັນບໍ່ໄດ້ ຂອງບັນດາຜູ້ຜະລິດນ້ຳມັນໃຫຍ່ ກ່ຽວກັບການຕັດການສະໜອງນ້ຳມັນ ທ່າມກາງການຫລຸດລົງຂອງຄວາມຕ້ອງການນັ້ນ.
ບັນດາເຈົ້າໜ້າທີ່ ຍີ່ປຸ່ນ ໄດ້ກ່າວວ່າ ຈະຫຼວດດັ່ງກ່າວປາກົດວ່າ ເປັນລູກສອນໄຟຂີປະນາວຸດ ແລະ ບໍ່ໄດ້ຕົກຢູ່ໃນເຂດເສດຖະກິດພິເສດ ຍີ່ປຸ່ນ.
ໂຫລດຕື່ມອີກ