ຄະນະຜູ້ພິພາກສາສາມທ່ານ ຂອງສານອຸທອນຊັ້ນຕົ້ນເຂດ 9 ໄດ້ຕັດສິນ ໂຈະນະໂຍບາຍ ລັດຖະບານປະທານາທິບໍດີທຣຳ ໄວ້ເປັນການຊົ່ວຄາວ ເພື່ອເຮັດໃຫ້ພວກຂໍລີ້ໄພ ລໍຖ້າຢູ່ເມັກຊິໂກ.
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານມາກ ແອັສເປີ ກໍຈະອອກຖະແຫຼງການຮ່ວມ ກັບລັດຖະບານອັຟການິສຖານ ອີງຕາມຖະແຫຼງການ ຂອງທ່ານທຣຳ ໃນວັນສຸກວານນີ້.
ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ຄັ້ງນຶ່ງ ເປັນຜູ້ມີຄະແນນນຳໜ້ານັ້ນ ບໍ່ໄດ້ຮັບຄະແນນສຽງດີປານໃດ ໃນ ການເລືອກຕັ້ງຂັ້ນຕົ້ນ ແລະການປະຊຸມປ່ອນບັດ ຢູ່ໃນສາມລັດ ຈຶ່ງຕ້ອງການໄຊຊະນະ ຢູ່ລັດຄາໂຣໄລນາໃຕ້.
ກອງປະຊຸມສຸດຍອດ ຕົ້ນຕໍແລ້ວ ມີກຳນົດຈະຈັດໃສ່ວັນທີ 14 ມີນາ ທີ່ນະຄອນລາສເວກັສ. ການປະຊຸມສອງຝ່າຍລະຫວ່າງປະທານາທິບໍດີສະຫະລັດ ແລະພວກຜູ້ນຳຂອງອາຊຽນ ກໍໄດ້ມີການວາງແຜນກັນໄວ້ ເຊັ່ນດຽວກັນ.
ສະຫະພາບຢູໂຣບເຕືອນວ່າ ການສູ້ລົບກັນໃນພາກເໜືອຊີເຣຍ ອາດເຮັດໃຫ້ເກີດຄວາມຮຸນແຮງເພີ້ມຂຶ້ນ ຈົນກາຍເປັນສົງຄາມ ແລະຕົນພ້ອມແລ້ວ ທີ່ຈະປ້ອງກັນຜົນປະໂຫຍດຂອງຕົນ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ສະເໜີຊື່ແຕ່ງຕັ້ງ ສະມາຊິກສະພາຕ່ຳ ພັກຣິພັບບລິກັນ ຈາກລັດເທັກຊັສ ທ່ານຈອນ ແຣດຄລິບ ໃຫ້ເປັນຫົວໜ້າອົງການສືບລັບ ຄືນອີກ.
ທ່ານເທໂດຣສ ກ່າວວ່າ “ຖ້າເຮົາຫາກເອົາມາດຕະການ ແບບເດັດຂາດ ໃນເວລານີ້ ເຮົາກໍຈະສາມາດຄວບຄຸມເຊື້ອໄວຣັສໄດ້. ເຮົາສາມາດປ້ອງກັນ ບໍ່ໃຫ້ຜູ້ຄົນລົ້ມປ່ວຍ. ເຮົາສາມາດຊ່ວຍຊີວິດຜູ້ຄົນໄດ້."
ທ.ນ. ເບີກສ໌ ເປັນນັກວິຊາການດ້ານການແພດ ແລະເປັນທູດກິຕິມະສັກຂອງສະຫະລັດ ຢູ່ໃນກະຊວງການຕ່າງປະເທດ ທີ່ເປັນຜູ້ນຳພາ ການດຳເນີນຄວາມພະຍາຍາມ ຕ້ານກັບການແຜ່ຜາຍຂອງເຊື້ອເອສໄອວີ (HIV).
ໂຫລດຕື່ມອີກ