ການໂຈມຕີດັ່ງກ່າວ ແມ່ນເປັນການກໍ່ການຮ້າຍ ແລະຝຣັ່ງກໍໄດ້ເພີ້ມການເຕືອນ ໃນດ້ານຄວາມໝັ້ນຄົງແຫ່ງຊາດ ຂຶ້ນສູ່ລະດັບສູງສຸດ.
ກະແສຟອງທີ່ກໍາລັງພຸ້ງສູງຂຶ້ນ ຂອງກໍລະນີຕິດເຊື້ອໄວຣັສໂຄໂຣນາໃໝ່ ໄດ້ເຮັດໃຫ້ຜູ້ນຳຂອງຝຣັ່ງ ແລະເຢຍຣະມັນ ວາງລະບຽບປິດເມືອງຮອບໃໝ່ ເພື່ອຍຸຕິການແຜ່ລະບາດ ຂອງເຊື້ອໄວຣັສດັ່ງກ່າວ.
ບັນດາຜູ້ຂຽນລາຍງານກ່າວວ່າ ໂດຍໃຊ້ເງິນປະມານ 50 ພັນລ້ານໂດລາຕໍ່ປີ ໃນການປ້ອງກັນໂຣກລະບາດ ຈະຊ່ວຍໂລກຂອງເຮົາ ປະຢັດເງິນປະມານ 1 ພັນຕື້ໂດລາຕໍ່ປີ.
ຈີນປະຕິເສດ ໃນການກະທຳຜິດ ຕໍ່ພວກຊາວວິເກີ ແລະກ່າວວ່າ ສູນກາງຕ່າງໆນັ້ນ ສະໜອງການຝຶກອົບຮົມດ້ານວິຊາຊີບ ແລະກໍມີຄວາມຈຳເປັນ ທີ່ຕ້ອງໄດ້ຈັດການ ກັບລັດທິຫົວຮຸນແຮງ ແລະສົ່ງເສີມການພັດທະນາ.
ປັດຈຸບັນນີ້ ກໍລະນີທີ 23 ແລະ 24 ແມ່ນກຳລັງແຍກຕົວຮັກສາ ຢູ່ໂຮງໝໍ, ແລະ ກໍມີອາການແຂງແຮງດີຢູ່.
ເອກອັກຄະລັດຖະທູດ ສະຫະລັດ ທ່ານເຮມອນ ກ່າວວ່າ “ສະຫະລັດ ອາເມຣິກາ ໄດ້ໃຫ້ບູລິມະສິດສູງກ່ຽວກັບການລົງທຶນ ຂອງອາເມຣິກາ ທີ່ມີຄຸນະພາບສູງ ໃນພາກພື້ນອິນໂດ-ປາຊີຟິກ.
ທ່ານ ທຣຳ ໄດ້ກ່າວວ່າ “ຕົວເລກການຢັ່ງຫາງສຽງແມ່ນດີຫຼາຍ. ເຈົ້າບໍ່ເຫັນຕົວເລກການຢັ່ງຫາງສຽງທີ່ແທ້ຈິງ.”
ອະດີດຮອງປະທານາທິບໍດີ ໄດ້ປະຕິເສດຕໍ່ຂໍ້ກ່າວຫາໃດໆ ຂອງການສໍ້ໂກງ ຊຶ່ງທ່ານໄດ້ກ່າວວ່າ ຂໍ້ກ່າວອ້າງຂອງກອງປະຊຸມກັບທ່ານໂປຊາຣສະກີນັ້ນ ບໍ່ໄດ້ເກີດຂຶ້ນເລີຍ.
ບັນດາບໍລິສັດອອນໄລນ໌ ແມ່ນຖືກປົກປ້ອງຈາກຄວາມຮັບຜິດຊອບ ສຳລັບຫົວຂໍ້ຂ່າວໃນເວັບໄຊ້ຂອງເຂົາເຈົ້າພາຍໃຕ້ກົດໝາຍຄວາມເໝາະສົມ ໃນການສື່ສານ ປີ 1996 ຂໍ້ທີ 230.
ພວກຄົນງານຂອງສະຫະລັດ ຫຼາຍກວ່າ 8 ລ້ານຄົນ ຍັງຄົງຫວ່າງງານ ແລະການໃຫ້ເງິນຊ່ອຍເຫຼືອແກ່ພວກຄົນຫວ່າງງານ 600 ໂດລາຕໍ່ນຶ່ງອາທິດ ຂອງລັດຖະບານແຫ່ງຊາດ ໄດ້ໝົດອາຍຸແລ້ວໃນທ້າຍເດືອນກໍລະກົດຜ່ານມາ.
ອົງການອະນາໄມໂລກຫລື WHO ກ່າວວ່າ ມີລາຍງານການບັນທຶກກໍລະນີຄົນ ຕິດພະຍາດໂຄວິດ-19 ລາຍໃໝ່ສູງເປັນຈຳນວນ 2 ລ້ານ 8 ແສນຄົນຢູ່ໃນທົ່ວໂລກໃນໄລຍະ 7 ມື້ ທີ່ສິ້ນສຸດລົງໃນວັນອັງຄານຜ່ານມາ,
ເທີກີ ໄດ້ເຊັນຂໍ້ຕົກລົງທີ່ຊື້ລະບົບປ້ອງກັນທາງອາກາດ S-400 ຈາກຣັດເຊຍ ໃນປີ 2017 ແລະ ການຈັດສົ່ງລະບົບອາວຸດດັ່ງກ່າວຊຸດທຳອິດ ມີຂຶ້ນໃນເດືອນກໍລະກົດ ປີກາຍນີ້.
ໂຫລດຕື່ມອີກ