ເມືອງສະປາຍໂຣ (Spiro) ເປັນເມືອງນ້ອຍໆໃນລັດໂອກລາໂຮມາ ຕັ້ງຢູ່ທາງພາກກາງໄປທາງທິດຕາເວັນຕົກ ຂອງສະຫະລັດ. ຂົງເຂດແຫ່ງນີ້ມີຄົນອາເມຣີກັນ ເຊື້ອສາຍລາວ 20 ຄອບຄົວ ແລະປອດຈາກໂຄວິດ-19.
ລັດຖະບານສະຫະລັດ ພວມກຳລັງເຮັດວຽກ ກ່ຽວກັບແຜນການຂອງຕົນ ທີ່ຈະແຈກຢາຍຢາວັກຊີນປ້ອງກັນໄວຣັສໂຄໂຣນາ ຮອບທຳອິດ ເມື່ອໃດທີ່ພວກເຂົາເຈົ້າ ໄດ້ຮັບການອະນຸມັດ ດ້ານລະບຽບການ.
ໄກ່ງວງສອງໂຕ ຊຶ່ງໄດ້ຖືກລ້ຽງດູມາ ເພື່ອໃຫ້ໄດ້ຂະໜາດ ໂດຍທ່ານ ຣອນ ຄາຣແດລ ປະທານສະຫະພັນໄກ່ງວງແຫ່ງຊາດ ແລະເປັນຊາວກະສິກອນລ້ຽງໄກ່ງວງ ປູກໝາກສາລີ ແລະໝາກຖົ່ວເຫຼືອງ ລຸ້ນທີ 6 ຈາກລັດໄອໂອວາ.
VOA's Diplomatic Correspondent Cindy Saine has more on Blinken, who is known as a staunch supporter of international alliances, human rights and refugees.
ນຶ່ງໃນກຸ່ມຄົນດັ່ງກ່າວ ປະກອບດ້ວຍ ທ່ານແອນໂທນີ ບລິງເກັນ ຜູ້ເປັນທີ່ປຶກສາຮັບຜິດຊອບ ດ້ານການຕ່າງປະເທດ ທີ່ໃກ້ຊິດທີ່ສຸດກັບທ່ານໄບເດັນ ໄດ້ຖືກເລືອກໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດ.
ທ່ານນາງ ໂທມມັສ-ກຣີນຟຽວ ເຄີຍເຮັດວຽກທັງຢູ່ໃນຄະນະລັດຖະບານຂອງພັກເດໂມແຄຣັດ ແລະພັກຣີພັບບລິກັນ ໃນໄລຍະທີ່ທ່ານນາງເຮັດວຽກ ຢູ່ໃນກະຊວງການຕ່າງປະເທດເປັນເວລາ 35 ປີ.
ທ່ານບລິງເກັນ ໄດ້ກ່າວຕໍ່ອົງການຂ່າວເອພີ ວ່າ “ປະຊາທິປະ ໄຕ ແມ່ນຢູ່ໃນທ່າທົດຖອຍຢູ່ທົ່ວໂລກແລະເປັນທີ່ໜ້າ ເສຍດາຍ ມັນຍັງຢູ່ໃນທ່າທົດຖອຍຢູ່ໃນປະເທດ ຍ້ອນປະທານາທິບໍດີເອົາໄມ້ສອງຄູນສີ່ທັບມ້າງສະຖາບັນຂອງຕົນ
ເຈົ້າໜ້າທີ່ເລືອກຕັ້ງ ໃນລັດມີຊິແກນ ທີ່ຢູ່ພາກຕາເວັນຕົກຕອນກາງຂອງປະເທດ ໄດ້ຢັ້ງຢືນການໄດ້ຮັບໄຊຊະນະໃນການເລືອກຕັ້ງ ປະທານາທິບໍດີຢູ່ໃນລັດນັ້ນ ຂອງທ່ານໂຈ ໄບເດັນ ທີ່ມາຈາກພັກເດໂມແຄຣັດ.
ຫົວໜ້າບໍລິຫານສາຍການບິນ ບໍລິສັດແຄວນຕັສ ທ່ານອາລັນ ຈອຍ ໄດ້ກ່າວວ່າ ທາງບໍລິສັດຄິດວ່າ ການພິສູດ ໃນການຊັກຢາວັກຊີນ ແມ່ນມີຄວາມຈຳເປັນ ສໍາລັບບັນດານັກທ່ອງທ່ຽ ວຕ່າງປະເທດໃນອະນາຄົດ.
ການວິເຄາະເບື້ອງຕົ້ນ ຂອງການທົດລອງ ທີ່ປະກອບມີອາສາສະໝັກ 20,000 ຄົນ ໃນ ອັງກິດ ແລະ ບຣາຊິລ ໄດ້ສະແດງໃຫ້ເຫັນ ຢາວັກຊີນດັ່ງກ່າວ ແມ່ນມີປະສິດທິພາບ ຢູ່ຢ່າງໜ້ອຍ 62 ເປີເຊັນ.
ມີຊາວອາເມຣິກັນຫຼາຍລ້ານຄົນ ພາກັນເດີນທາງ ເນື່ອງໃນວັນສະຫຼອງບຸນຂອບຄຸນພະເຈົ້າ ເຖິງແມ່ນມີການເຕືອນ ຈາກເຈົ້າໜ້າທີ່ການແພດ ໃຫ້ຫຼີກຫຼ່ຽງ ເພື່ອປ້ອງກັນການແຜ່ລະບາດ ຂອງໂຄວິດ-19.
ໂຫລດຕື່ມອີກ