ມຶ້ວານນີ້ ຢູ່ນະຄອນນິວຢອກ ໄດ້ປະກາດປິດລະບົບໂຮງຮຽນ ທີ່ເປັນລະບົບໂຮງຮຽນ ໃຫຍ່ທີ່ສຸດຂອງປະເທດ ເພາະມີການຕິດເຊື້ອໂຄວິດ-19 ໃນອັດຕາເກີນ 3 ເປີເຊັນ ເຈັດມື້ຕິດຕໍ່ກັນ.
ເກົາຫຼີໃຕ້ລາຍງານວ່າ ມີກໍລະນີຕິດເຊື້ອໂຄວິດ-19 ໃໝ່ 313 ຄົນ ໃນວັນພຸດວານນີ້ ຊຶ່ງເປັນເທື່ອທຳອິດທີ່ປະເທດດັ່ງກ່າວ ມີຜູ້ຕິດເຊື້ອຫຼາຍກວ່າ 300 ຄົນ ນັບແຕ່ທ້າຍເດືອນສິງຫາ ເປັນຕົ້ນມາ.
ໃນຂະນະທີ່ໂຣກລະບາດ COVID-19 ຍັງສືບຕໍ່ຮຸນແຮງຢູ່ນີ້, ຮ້ານອາຫານຕ່າງໆແມ່ນຄາດວ່າຈະໄດ້ຮັບຜົນກະທົບຕໍ່ໄປຈົນກວ່າຈະມີຢາວັກຊີນອອກມາ ແລະ ຄວບຄຸມການລະບາດໄດ້.
ກະຊວງກະສິກຳຂອງສະຫະລັດປະກາດມອບທຶນເພີ້ມຕື່ມ 25 ລ້ານໂດລາ ເພື່ອຊ່ວຍເຂົ້າໃນໂຄງການອາຫານສຳລັບເດັກ ໃນໄລຍະ 5 ປີ ຕໍ່ໜ້າ.
ຜູ້ບໍລິຫານຂອງອົງການບໍລິການລັດຖະບານ ທ່ານນາງ ເອມີລີ ເມີຟີ, ຍັງບໍ່ໄດ້ເຊັນ ໃນສິ່ງທີ່ຮູ້ຈັກກັນໃນຊື່ ເອກະສານການຢືນຢັນ ທີ່ຮັບຮູ້ເຖິງການໂອນອຳນາດ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໄດ້ສັ່ງປົດ ທ່ານຄຣິສໂຕເຟີ ແຄຣບສ໌ ເຈົ້າໜ້າທີ່ ທີ່ຮັບຜິດຊອບໃນຄວາມພະຍາຍາມ ເພື່ອໃຫ້ການປ່ອນບັດ ມີຄວາມປອດໄພ ອອກຈາກຕຳແໜ່ງ ໂດຍທັນທີ.
ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ທ່ານ ໂຣເບີດ ໂອບຣາຍເອັນ ໄດ້ກຳນົດແຜນການ ທີ່ຄ້າຍຄືກັນ ໃນເດືອນຕຸລາທີ່ຜ່ານມາ, ເຊິ່ງທຳນຽບຫ້າແຈ ບໍ່ໄດ້ຢືນຢັນໃນເວລານັ້ນ.
ອີງຕາມສະຖານທູດສະຫະລັດ ທີ່ນະຄອນຫຼວງ ອາດິດ ອາບາບາແລ້ວ ການບໍລິການທາງໂທລະສັບ ແລະອິນເຕີແນັດ ຍັງຖືກຕັດຂາດ ຢູ່ໃນຂົງເຂດດັ່ງກ່າວ.
ທ່ານເທໂດຣສ ໄດ້ກ່າວວ່າ “ອັນນີ້ແມ່ນໄວຣັສທີ່ອັນຕະລາຍ ຊຶ່ງສາມາດໂຈມຕີທຸກລະບົບໃນຮ່າງກາຍ. ພວກປະເທດເຫຼົ່ານັ້ນ ທີ່ປ່ອຍໃຫ້ໄວຣັສແຜ່ລະບາດໂດຍບໍ່ມີການກວດການັ້ນ ແມ່ນກຳລັງຫຼິ້ນກັບໄຟ.”
ບັນດາສະມາຊິກສັງຄົມລາວອາເມຣິກັນ ກໍບໍ່ຕ່າງຫຍັງ ກັບປະຊາຊົນອາເມຣິກັນ ໂດຍທົ່ວໄປ ທີ່ໄດ້ຮັບຜົນກະທົບ ຈາກການຕິດເຊື້ອ ແລະການເສຍຊີວິດ ຍ້ອນໂຄວິດ-19.
ໂຫລດຕື່ມອີກ