ນາຍພົນນະກະສອນ ທີ່ຍັງຮັບໜ້າທີ່ຫົວໜ້າ ອົງການຮັກສາຄວາມປອດໄພແຫ່ງຊາດ ກ່າວວ່າ “ຂ້າພະເຈົ້າໝັ້ນໃຈໃນການປະຕິບັດງານ ທີ່ພວກເຮົາໄດ້ເຮັດ ຕ້ານພວກສັດຕູ ບໍ່ໃຫ້ແຊກແຊງ ໃນການເລືອກຕັ້ງຂອງພວກເຮົາ.”
ໃນຄຳປາໄສ ຮັບເອົາໄຊຊະນະ ໃນຄືນວັນອັງຄານວານນີ້, ທ່ານ ແມັກຄອນແນລ ໄດ້ ກ່າວວ່າ ປະເທດໄດ້ປະເຊີນກັບສິ່ງທ້າທາຍຢ່າງຫຼວງຫຼາຍ ໃນຕໍ່ໜ້າ ຫຼັງຈາກການເລືອກຕັ້ງ.
ອີກ 4 ປີຂອງທ່ານດໍໂນລ ທຣໍາບໍ? ຫຼືຈະເປັນການບໍລິຫານຂອງໂຈ ໄບເດັນ?
ພວກແມ່ຍິງຖືພາ ແມ່ນມີຄວາມຫຼໍ່ແຫຼມ ຫຼາຍກວ່າແມ່ຍິງທຳມະດາ ຕໍ່ເຊື້ອໄວຣັສໂຄວິດ-19 ອີງຕາມການສຶກສາຄົ້ນຄວ້າໃໝ່ ຂອງສູນກາງຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດ
ບັນດາເຈົ້າໜ້າທີ່ ໄດ້ແນະນຳໃຫ້ປະຊາຊົນ ຢູ່ຫ່າງຈາກສະຖານທີ່ສາທາລະນະ ແລະການຂົນສົ່ງຂອງສາທາລະນະ. ສ່ວນພວກນັກສຶກສາຢູ່ໃນວຽນນາ ກໍໄດ້ຮັບອະນຸຍາດ ໃຫ້ຂາດໂຮງຮຽນໄດ້ ໃນວັນອັງຄານ.
ຫວ່າງບໍ່ເທົ່າໃດວັນທີ່ຜ່ານມານີ້ ໄດ້ມີຊາວອາເມຣິກັນເຊື້ອສາຍລາວ ຄົນນຶ່ງອາຍຸຫ້າສິບກວ່າປີ ບໍ່ມີອາການເຈັບ ເປັນໃດໆ ໄດ້ເສຍຊີວິດຈາກໂຄວິດ-19 ດ້ວຍການນອນຫລັບຕາຍ ຢູ່ລັດວິສຄັນຊິລ.
ບັນດານັກພະຍາກອນອາກາດ ເຕືອນວ່າ ຈະມີຄື້ນຟອງທະເລ ຈາກພາຍຸ ລົມທີ່ແຮງ ແລະນ້ຳຖ້ວມຢ່າງກະທັນຫັນ ຢູ່ໃນບາງເຂດ ຂອງອາເມຣິກາກາງ ຊຶ່ງຈະເປັນໄພອັນຕະລາຍຕໍ່ຊີວິດ.
ອີງຕາມໜ່ວຍສືບລັບພາຍໃນປະເທດ MI5 ຂອງອັງກິດແລ້ວ ການເຕືອນໄພໃນລະດັບທີ່ເພີ້ມຂຶ້ນ ແມ່ນໝາຍຄວາມວ່າ ການໂຈມຕີຂອງພວກກໍ່ການຮ້າຍ ມີຄວາມເປັນໄປໄດ້ສູງ.
ການຢັ່ງຫາງສຽງ ສະແດງໃຫ້ວ່າ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ນຳໜ້າຢູ່ເລັກນ້ອຍ ໃນລັດເພັນຊິລເວເນຍ ບ່ອນທີ່ການປ່ອນບັດທາງໄປສະນີ ຄາດກັນວ່າ ຈະເຂົ້າຂ້າງພັກເດໂມແຄຣັດ.
ການໂຄສະນາຫາສຽງ ແຂ່ງຂັນກັນເປັນ ປະທານາທິບໍດີສະຫະລັດ ທີ່ດຸເດືອດແລະ ຂົມຂື່ນໄດ້ກ້າວມາເຖິງຈຸດສິ້ນສຸດລົງ ໃນວັນອັງຄານມື້ນີ້.
ໃນຈຳນວນ 35 ບ່ອນນັ່ງ ຂອງສະພາສູງ ທີ່ມີການເລືອກຕັ້ງຄືນໃໝ່ ໃນວັນອັງຄານມື້ນີ້ 7 ບ່ອນແມ່ນຖືກຈັດວ່າ ເປັນການແຂ່ງຂັນ ທີ່ຈະເອນອຽງ ໄປທາງຝ່າຍໃດກໍໄດ້.
ໂຫລດຕື່ມອີກ